วันเสาร์ที่ 13 ตุลาคม พ.ศ. 2550

ນ້ຳຂອງ ກັບນ້ຳໂຂງ ຊື່ໃດເປັນຊື່ເດີມແທ້ ?

  • ​ແມ່ນ້ຳຂອງ​ສາຍ​ນີ້ ໃນພາສາລາວຮຽງວ່າ “ແມ່ນ້ຳຂອງ” ແຕ່ໄທຍຮຽກວ່າ “ແມ່ນ້ຳໂຂງ” ຕາມການສືບຄົ້ນ ສ່ວນ​ໃຫຍ່​ຈະ​ມີ​ຄວາມ​​ເຫັນເປັນ​ເອກ​ພາບກັນ​ກ່ຽວ​ກັບ​ຄຳ​ວ່າ “ນ້ຳຂອງ” ​ແມ່​ຖືກຕ້ອງ​ຕາມ​ສຽງ​ພາສາ​ລາວ​ເດີມ. ຕາມ​ການຄົ້ນຄວ້າ ປາກົດ​ເຫັນວ່າ​ນ້ຳຂອງ​ເປັນ​ພາສາ​ບູຮານ​ລາວ​​ແທ້, ​​ເນື່ອງ​ຈາກ​ພົບ​ຫຼັກຖານ​ທາງ​ພາສາ​ມາ​ຫຼາຍ​ແຫ່ງ ຫຼາຍທີ່ ຄື:
    1. ຫຼັກຖານ​ທາງ​ພາສາ​ຂອງ​ກຸ່ມ​ຊົນ​ຕະກູນ​ໄຕ​ລາວ​ຢູ່​ນອກ​ປະ​ເທດ:
    - ຄົນ​ລ້າ​ນນ​າບູຮານ ກວາ​ມ​ເອົາ​ບໍຣິ​ເວນ​ພາກ​ເໜືອ​ຂອງ​ໄທ​ຍ໌​ໄດ້​ບັນທຶກ​ໃນ​ໜັງສື​ບູຮານ ​ເປັນ​ອັກສອນ​ທັມ​ຍວນ ຫຼື​ລ້ານ​ນາ ​ໃນ​ເຣື່ອງພຣະ​ເຈົ້າລຽບ​ໂລກ ວ່າແມ່ນ້ຳສາຍ​ນີ້​ວ່າ “ຂະນະ​ນະທີ” ​​ໃນ​ໜັງສືສະບັບ​ດຽວ​ທີ່​ເປັນ​ສ່ວນ​ຂອງ​ສຳນວນ ພາສາ​ທ້ອງ​ຖິ່ນ​ວ່າ​ແມ່ນ້ຳຂອງ, ​ໄດ້​​ໄປ​ສຶກສາ​ປະຕິບັດ​ງານ​ທາງ​ພາກ​ເໜືອ​ຂອງ​ໄທຍ ກໍ​ເຫັນ​ຊາວ​ທ້ອງ​ຖິ່ນ​ວ່າ ​ແມ່ນ້ຳ ຂອງ​ເຊັ່ນ​ກັນ​ບໍ່​ໄດ້​ຮຽກ​ແມ່ນ້ຳ​ໂຂງ​ເລີຍ.
    - ຄົນ​ພະມ້າ​​ແຖວ​ທ່າ​ຂີ້​ເຫຼັກ ​ເຊື້ອສາຍ​ລາວ ຫຼື​ຕະກູ​ນ​ໄຕ​ຕ່າງໆ ຮຽກ​ແມ່ນ້ຳສາຍ​ນີ້​ວ່າ “​ແມ່ນ້ຳຂອງ” ສະ​​ໄໝ​ໄປ​ທ່ຽວ ທ່າ​ຂີ້​ເຫຼັກ​ແລະ​ຊຽງ​ຕຸ​ງ ​ເວົ້າພສາລາວ​ລື້.
    - ຄົນ​ຈັງຫວັດ​ເລີຍ ​ແລະ​ເພັດ​ຊະ​ບູນ ຮຽກ​ແມ່ນ້ຳສາຍ​ນີ້​ວ່າ​ແມ່ນ້ຳຂອງ, ປີ 1998 ​ໄປ​ຢາມ​ໝູ່​ຢູ່​ອຳ​ເພີ​ນະຄອນ​ໄທຍ ​ຖາມ​ເຂົາ​ວ່າ ພວກ​ພີ່ນ້ອງ​ຮຽກ​ແມ່ນ້ຳຂອງ​ວ່າ​ແມ່ນ້ຳຫຍັງ ​ເຂົາ​ຕອບ​ວ່າ “​ແຕ່​ກີ້ຮຽກ​ວ່າ​ແມ່ນ້ຳຂອງ” ຄົນ​ສະ​ໄໝ​ເກົ່າ ຮຽກ​ແມ່ນ້ຳຂອງ​ທັງ​ນັ້ນ, ກໍ​ໄດ້​​ໂລມ​ກັບ​ຜູ້ເຖົ້າອາຍຸ 50-80 ປີ 10 ຄົນ​ປາກົດ​ວ່າ​ເວົ້າ​ເປັນ​ສຽງ​ດຽວ​ກັນ​ວ່າ “​ແມ່ນ້ຳ ຂອງ” ​​ແຕ່​ປີ 2001-2005 ​ໄດ້​ໄປ​ອຳ​ເພີດ່ານ​ຊ້າຍ ປີ​ລະຄັ້ງສອງ​ຄັ້ງ ປາກົດ​ວ່າ ຊາວ​ອຳ​ເພີ​ດ່ານ​ຊ້າງ​ທຸກ​ຄົນ ຮຽກ​ແມ່ນ້ຳຂອງ ​ເວັ້ນ​ເສັຍ​ແຕ່​ເຂົາ​ເວົ້າພາສາ​ໄທຍຈຶ່ງ​ອອກ​ແມ່ນ້ຳ​ໂຂງ​ຕາມ​ໄທຍ໌ ​ເດັກນ້ອຍຣຸ້ນ​ໃໝ່​ຮຽກ​ແມ່ນ້ຳ​ໂຂງ​ໝົດ.
    - ປີ 2000 ​ໄປ​ແຖວ​ສີ​ຊຽງ​ໃໝ່ ​ໄດ້​ມີ​​ໂກ​ກາດ​ລົມ​ກັບ​ຄົນ​ເຖົ້າຄົນ​ໜຶ່ງ ​​ເປັນ​ເວລາ 1 ວັນ ​ເຂົາ​ຈະ​ເວົ້າປະຫວັດສາດ ​ແລະ​ພື້ນ​ວຽງ​ຈັນ​ເກ່ງ​ທີ່​ສຸດ ​ແລະ​ແມ້ນ​ຢຳ​ທີ່​ສຸດ​ເຂົາ​ກໍ​ຮຽກ​ວ່າ​ນ້ຳຂອງ​ເຊັ່ນ​ກັນ.
    - ປີ 1993 ​ໄປ​ນະຄອນ​ພະນົມ​ຊາວ​ນະ​ຄອນ​ພະນົມຣຸ້ນ​ເກົ່າ ຈະ​ຮຽກ​ແມ່ນ້ຳສາຍ​ນີ້​ວ່າ “ນ້ຳຂອງ”.
    - ສ່ວນ​ມຸກດາ​ຫານ​ຍັງ​ບໍ່​ທັນ​ໄປ ​ແຕ່​ທາງ​ເມືອງ​ອຸບົນ, ວາຣິນຊຳລາບ, ພິມູນ, ສີຣິນທອນ, ​​ເຂັມ​ມະຣາຊ ຈະ​ຮຽກ​ແມ່ນ້ຳ ຂອງ​ທັງ​ນັ້ນ.
    - ສ່ວນ​ທາງ​ຮ້ອຍ​​ເອັດ​ມະຫາສາຣະຄາມ ​ເຂົ້າ​ໄປ​ໃນ ສ່ວນ​ໃຫຍ່​ຈະ​ຮຽກ​ວ່າ​ແມ່ນ້ຳ​ໂຂງ ສົງ​ໄສ​ວ່າ​ເຂົາ​ຢູ່​ໄກ​ແມ່ນ້ຳຂອງ ຄວາມ​ຜູກ​ພັນ​ກັບ​ແມ່ນ້ຳຂອງ ບໍ່​ຄ່ອຍ​ຈະມີ, ​ເມື່ອ​ຍິນ​ໄທຍ​ເວົ້າກໍ​ເວົ້າວ່າ​ນ້ຳຂອງ​ນຳ​ເຂົາ ກໍອາດ​ເປັນ​ໄດ້.
    - ຄົນ​ຊຽງ​ຮຸ່ງຮຽກ “​ແມ່ນ້ຳລ້ານ​ຊ້າງ” ຕາມ​ພາສາ​ຈີນ ບາງ​ຄັ້ງກໍ​ຮຽກ​ວ່າ “​ແມ່ນ້ຳຂອງ” ​ໂດຍ​ສະ​ເພາະ​ຄົນ​ທີ່​ຕັ້ງບ້ານ​ເຮືອນ ຢູ່​ແຄມ​ນ້ຳສາຍ​ນີ້ (ພາສາ​ຈີນ​ວ່າ LANJIAN ​ແປ​ເປັນ​ພາສາ​ລາວ​ວ່າ ລ້ານ​ຊ້າງ).
    - ຄົນ​ຂະ​ເໝນ​ແຖວ ຊາຍ​ແດນ​ດ້ານ​ພະ​ວິຫານ ​ໃກ້ໆ​ກັບ​ບ້ານ​​ເກີດ ຜູ້​ຂຽນ (​ເມືອງ​ມະ​ໂນ​​ໄພ​ເດີມ ​ແຖວ​ທ່າ​ແກ່, ທ່ານ​ເປື້ອຍ, ທ່າ​ກະສັງ ​ເລີຍ​ເຂົ້າ​ໄປ​ຮອດ​ໃນ​ຈະ​ຮຽກ​​ແມ່ນ້ຳຂອງ​ຄື​ກັບ​ລາວ), ​ເມືອງ​ຊຽງ​ແຕງ​ຜູ້​ຂຽນ​ເຄີຍ ​ໄຊື້​ຄວາຍ​ຢູ່​ແຖວ ນັ້ນປະມານ​ປີ 1985, ​ເມື່ອ​ປີ 2001-2004 ກໍ​ເຄີຍ​ໄປ​ທ່ຽວ​ແຖວ​ນັ້ນ ຈົນ​ຮອດ​ກະ​ແຈະ, ​ເມືອງ​ທາຣາບໍຣິວັດ ຄົນ​ເຫຼົ່າ ນີ້ລ້ວນ​ແຕ່​ເວົ້າພາສາລາວ ພວກ​ເຂົາ​ກໍ​ຈະ​ຮຽກ​ແມ່ນ້ຳສາຍ​ນີ້​ວ່າ “​ແມ່ນ້ຳຂອງ”.
    2. ຊື່​ແມ່ນ້ຳຂ​ອງ​ໃນ​ພາສາ​ຕ່າງປະ​ເທດ.
    - ພາສາ​ຈີນ “ລ້ານ​ຊ້າງ ຫລື​ລ້ານ​ຈຽງ (​ໂຕ ຊ ​ເປັນ ​ໂຕ ຈ ລານຈຽງ LANJIAN). ເຮົາອາດວິເຄາະໄປໄດ້ອີກວ່າ ຊື່​ອານາ​ຈັກ​ລ້ານ​ຊ້າງ ​ເດີມມີ​ຄວາມ​ໝາຍ​ວ່າ “ມີ​ຊ້າງລ້ານ​ໂຕ ຫຼື​ອານາຈັກ​ທີ່​ເຕັມ​ໄປ​ດ້ວຍ​ຊ້າງ” ແຕ່ຫາກເຮົາວິເຄາະ ຕາມສຳນຽງຂອງຈີນ ເຮົາອາດວິເຄາະວ່າ “ລ້ານຊຽງ” ອານາຈັກທີ່ມີເມືອງຂຶ້ນ ລ້ານເມືອງ ກໍຫາກເປັນໄປໄດ້.
    - ພາສາ​ຫວຽດນາມ ຮຽກວ່າ “ທາງ​​ໃຕ້​ຮຽກ​ວ່າ ​ແມ່​ກົງ” ​ແຕ່​ພາສາ​ຫວຽດນາມ​ແທ້ໆ​ນັ້ນ ຮຽກ​ອີກ​ຢ່າ​ງໜຶ່ງ ​ໃຜ​ຮູ້ກະ ກະຣຸນາບອກ​ມາ​ແນ່ ຈະ​ເປັນ​ພຣະຄຸນ​ຍິ່ງ ​ແຕ່​ວ່າ​ຜູ້ຂຽນ​ເອງ ຈະ​ໄປ​ຫວຽດນາມ​​ໃຕ້ ວັນ​ທີ 15 ພຶດສະພາ 2007 ນີ້, ນັ່ງຣົດຈາກ​ເຊ​ກອງ​ໄປ ​ໃນຣາຄາ 145.000 ກີບ ຮອດ​ໄຊ​ງ່ອນ ສືບ​ໄດ້​ເຣື່ອງ​ແລ້ວ ຈະ​ນຳ​ມາ​ເລົ່າ​ຕໍ່.
    - ພາສາ​ຂະ​ເໝນ ຮຽກ​ວ່າ “ຕົນ​ເລ​ສາດ, ​​ຖາມ​ຄົນ​ຂະ​ເໝນວ່າ “​ແມ່ນ້ຳຂອງ” ຄົງ​ໝາຍ​ເຖິງ​ແມ່ນ້ຳ​ແຫ່ງ​ຊາດ ​ເຄີຍ​ຂີ່​ເຮືອຈາກ​ຊຽງ​ແຕງ​ ​ໄປ​ຮອດ​ກຳ​ປົງ​ຈາມ 5 ຄັ້ງ ​ແຕ່ໄປ​ຮອດ​ພະນົມ​ເປັນ 1 ຄັ້ງ ​ເມື່ອ​ປີ 2004 ​​ແມ່​ນ້ຳບ່ອນນີ້​ກວ້າງ​ໃຫຍ່​ຫລາຍ ຈະ​ແບ່ງ​ອອກ​ເປັນ​ແມ່ນ້ຳ 4 ສາຍ(ຕາມ​ພາສາ​ຂະ​ເໝນຮຽກ​ວ່າ ຈຕຸຣະມຸຂ ຄື​ແມ່ນ້ຳ 4 ໜ້າ)​ແມ່ນ້ຳ ຂອງຕໍ່​ໄປ​ຮອດ​ຫຽວດນາມ ຂະ​ເໝນຮຽກ​ວ່າ ຕົນເລກຣອມ, ​ແມ່ນ້ຳປາ​ສັກ(ອອກສຽງຕົນ​ເລ​ປາສັກ) ​ເຂົ້າ​ໄປ​ທະ​ເລ​ສາບ​ຮຽກ “ຕົນ​ເລ​ເວັຍ​ສະ” ​ເລີຍ​ໄປ​ຮອດ​ທະ​ເລ​ສາບ​ແລ້ວ ອອກສຽງ “ຕົນ​ເລ​ສະ​” ສ່ວນ​ສາຍ​ແມ່ຂ​​ອງຂຶ້ນ​ມາ​ທາງ​ຊຽງ​ແຕງ ຫຼື​ທາງ​ຄອນ​ພຣະ​ເພງຂອງ​ລາວ​ເຮົາ ຍັງ​ຄົງ​ຮຽກວ່າ​ຕົນ​ເລ​ສະ​ເໝືອນ​ເດີມ, ບາງ​ຄົນ​ບອກ​ວ່າ​ສະ​ໄໝ​ບູຮານ ຮຽກ​ວ່າ​ຕົນ​ເລ​ຊຽງ​ແຕງ ຫຼື​ຕົນ​ຊຕຶງ​ແຕຣງ ບາງ​ຄັ້ງກໍ​ຮຽກ​ວ່າ “ຕົນ​ເລ​ລຽວ” ຖ້າ​ແປ​ເປັນ​ພາສາ​ລາວຮຽກ​ “ທະ​ເລລາ​ວ”, ສຳລັບ​ແມ່ນ້ຳ​ເຊ​ກອງ​ນັ້ນ ທາງ​ຄົນ​ຊຽງ​ແຕງ-ຄົນ​ແສນ​ປາງ ​ເອງ​ກໍ​ຮຽກ​ວ່າ​ນ້ຳ​ເຊກອງ ​ແຕ່​ຄົນ​ຂະ​ເໝນຮຽກ​ວ່າ ​“ຕົນ​ເລ​​ແມ່ກົງ”.
    - ​ໃນພາສາ​ອັງກິດ, ​ເນື່ອງຄົນ​ອັງກິດ​ເອງ ບໍ່​ໄດ້​ຕິດ​ພັນ​ກັບ​ແມ່ນ້ຳສາຍ​ນີ້ ຄົງ​ອິງ​ຕາມ​ພາສາ​ຖິ່ນ ທີ່​ຮຽກ​ແມ່ນ້ຳສາຍ​ນີ້ ວ່າ “​ແມ່​ຂອງ” ​ເມື່ອ​ທຽບ​ເປັນ​ພາສາ​ອັງກິດ​ແລ້ວຈຶ່ງ​ຂຽນ​ວ່າ MEA-KHONG ຫລື MEANM-KHONG ການ​ອ່ານ​ຄົງ​ອອກສຽງ​ວ່າ​ແມ່​ຂອງ ຫຼື​ບາງ​ຄົນ​ຂຽນ​ວ່າ MAEKONG ກໍ​ຄົງ​ອ່ານ​ວ່າ ​ແມ່​ຂອງ​ເຊັ່ນ​ກັນ ​​ແຕ່​ເມື່ອ​ງບາງ​ຄົນ​ອາດ​ອອກສຽງ​ວ່າ ​ແມ່​ໂຂງ ຫຼື​ແມ່​ກົງ ສຳ​ລັບ​ການ​ອອກສຽງ​ວ່າ​ແມ່​ກົງ ຄົງ​ຈະ​ບໍ່​ຖືກ ​ເພາະວ່າ​ມີ​ແມ່ນ້ຳສາຍ​ໜຶ່ງ ທີ່​ມາ​ຈາກ​ເຊ​ກອງ ​ອັດ​ຕະປື ລົງ​ໃສ່​ຊຽງ ​ແຕງ ບ່ອນ​ບ້ານ​ຫາງ​ໂຄນັ້ນ ​ມີ​ການ​ຂຽນ​​ເປັນ​ພາສາ​ອັງກິດ​ວ່າ ​NAMSEKONG ຫຼື NAMSEAKONG ຕາມ​ການສັນນິຖານ​ການ​ຂຽນ​ຊື່​ແມ່ນ້ຳຂອງ ຄົງ​ຈະສະກົດ​ດ້ວຍ KH ຫຼາຍ​ກວ່າ K ຊື່ໆ, ພາສາ​ຝຣັ່ງກໍ​ຂຽນ​ວ່າ MEANAM KHONG ​ແຕ່​ຕ້​ອງ​ໃສ່​ກຸບທີ່​ໂຕ O.
    - ​ໃນ​ເມື່ອ​ເຮົາ​ຮູ້ທີ່​ມາ​ແບບ​ນີ້ ​ເຮົາ​ຈຶ່ງ​ມາ​ປຽບທຽບ​ ​ແລະ​ວິ​ເຄາະເບິ່ງ​ພາສາ​ໄທຍ໌ ​ໃນ​ບູຮານອາດ​ຊິ​ຮຽກ​ແມ່ນ້ຳຂອງ​ເໝືອນ​ລາວ, ​ແຕ່ຄົນ​​ໄທຍ໌​ເອງ ບໍ່​ຄ່ອຍ​ຈະ​ມີ​ຄວາມ​ຜູກ​ພັນ ​ແລະ​ຕິດ​ພັນ​ກັບ​ແມ່ນ້ຳຂອງ​ມາ​ແຕ່​ສະ​ໄໝ​ບູຮານ ​ເພາະ​ມີຫຼັກຖານ ໜຶ່ງ​ວ່າ “ລາວ​ອົບ​ພະ​ຍົບລົງ​ມາ​ທາງ​ແມ່ນ້ຳຂອງ ​ແລະ​ແມ່ນ້ຳປິງ ຍົມ ນ່ານ, ສ່ວນ​ໄທ​ອົບ​ພະຍົບລົງ​ໄປ​ທາງ​ແມ່ນ້ຳ​ເຈົ້າພະຍາ” ​ແລະ​ຫຼັກ​ຖານ​ໜຶ່ງ​ຂອງ​ກອນ​ມະຫາ​ແກ້ວ​ຂຽນ​ບົດ​ທ່ອງ​ຂຶ້ນ​ໃຈ​ ​ໃນ​ແບບຮຽນ​ສະ​ໄໝ​ເກົ່າວ່າ “ປະ​ເທດ​ຂ້ອຍ​ຊັ້ນຊື່​ເມືອງ​ລາວ ລວງ​ກວ້າງ​ຍາວ ສຸດ​ຕາ​ເຫຼືອ​ອ່ານ ນຳ​ຂອງ​ຜ່ານ​​ໄຫລ​ຜ່າ​ທາງ​ກາງ ມີ​ຫົນ​ທາງ​ຖນົນ​ສະ​ອາດ ປະ​ເທດ​ຊາດ ລາວ​ໃຫຍ່​ໄພ ສານ ​ເຮົາ​ລູກ​ຫຼານ​ເກີດ​ມາ​ພາຍຊ້ອຍ ​ຄວນ​ຊູ​ຊ່ອຍ​ສ້າງ​ບ້ານ​ເມືອງ​ລາວ ​ໃຫ້​ຢືດຍາວ​ຕໍ່​ໄປ​ພາຍ​ໜ້າ ຢ່າ​ໃຫ້​ຫຼ້າ​ເຂົາ​ແທ້ ໝູ່ລາວ (ສຳລັບ​ກອນ​ບົດ​ນີ້ ຜູ້​ຂຽນ​ໄດ້​ຈື່​ມາ​ຕັ້ງ​ແຕ່​ເດັກນ້ອຍ ອາດ​ມີ​ການ​ຜິດພາດ​ບາງ​ປະການ ຫາກ​ໃຜ​ຈື່​ໄດ້ ຫຼື​ເຫັນ​ວ່າ​ມີ ຜິດ​ບ່ອນ​ໃດ ກະຣຸນາ​ແກ້​ໄຂ​ໃຫ້​ແນ່), ​​ເມື່ອ​ເປັນ​ເຊັ່ນ​ນັ້ນ ຄົງ​ສັນນິຖານ​ວ່າ ຄຳ​ວ່າ​ “​ແມ່ນ້ຳ​ໂຂງ​” ໃນພາສາ​ໄທຍນັ້ນ ອາດ​ແມ່​ເປັນ​ສຳນຽງ​ໃໝ່ ທີ່​ໄທຍກຳນົດ​ເອົາ​ຕາມ ສຳນຽງ​ຂອງ​ພາສາ​ຝຣັ່ງ-ອັງ ກິດ ​​ເພາະ​ຄຳ​ວ່າ KHONG ​ໃນ​ພາສາ​ຝຣັ່ງ-ອັງກິດນັ້ນ ຈະ​ອ່ານ​ອອກສຽງ​ເປັນ​ໄດ້​ທັງ “ຂ​ອງ” ​ແລະ “​ຄົງ” ຫຼື “ໂຂງ” ອັນ​ນີ້​ສາມາດ​ພິສູດ​ໄດ້​ຈາກ​ຊື່ ມະຫາວິທະຍາ​ໄລ​ດົງ​ໂດກ​(ມະຫາວິທະຍາ​ໄລ​ແຫ່ງ​ຊາດ) ​ໄທຍ໌ຄວນ​ຊິ​ອ່ານ​ວ່າ ດົງ​ໂດກ​ເໝືອນ​ລາວ ແຕ່​ໄທຍ໌ພັດ​ອອກສຽງ​ວ່າ “ດອງ​ດອກ” ​ເຊິ່ງ​ເຮັດ​ໃຫ້​ສຳນຽງ​ຂອງ​ພາສາ​ລາວ​ປ່ຽນ​ໄປ ​ໃນ​ພາສາ ໄທຍ໌, ຄວາມ​ຈິງ​ແລ້ວຄຳ​ວ່າ “ດົງ” ​ໃນ​ພາສາ​ໄທ​ຍ໌ກໍ​ມີ ​ເຊັ່ນ “ດົງ​ພະຍາ​ໄຟ​, ດົງ​ພະຍາ​ເຢັນ” ດັ່ງນີ້, ​ແທນ​ທີ່​ທີ່​ລາວ ຈະ​ຮຽກ​ຕາມ​ສຳນຽງ​ລາວ ທີ່​​ໃຊ້ອັກສອນ​ລາວ​ເປັນ​ເຄື່ອງ​ວັດ ສົງ​​ໄສ​ວ່າ​ໄທຍ໌ອ່ານ​ຕາມ​ສຳນຽງ​ຂອງ​ພາສາ​ຝຣັ່ງ (Dong-Dok) ຖ້າ​ເປັນ​ເຊັ່ນ​ນັ້ນ ຄຳ​ວ່າ ​ແມ່​​ນ້ຳໂຂງ ​ໃນ​ພາສາ​ໄທຍ໌ນັ້ນ ​ໄທຍ໌ຄົງຈະ​ອິງ​ຕາມ​ສຳນຽງ​ພາສາ​ຝຣັ່ງ-ອັງ ກິດ ຖ້າ​ເປັນ​ເຊັ່ນ​ນັ້ນ ​ຄຳ​ວ່າ ​​“​ແມ່ນ້ຳຂອງ” ຕ້ອງ​ຊື່​ເດີມ ຂອງ​ແມ່ນ້ຳສາຍ​ນີ້.
    - ກໍ​ໄດ້​ເອົາ​ແຕ່ຜູ້​ຊິ​ອ່ານ; ​ເພາະວ່າ​ໃນ​​ເມືອງ​ລາວ​ນີ້ ມີ​ເມືອງ​ໜຶ່ງ​ຢູ່​ແຂວງ​ສາຣະວັນ​ວ່າ “​ເມືອງ​ຄົງ​ເຊ​ໂດນ” ​​ກໍ​ຂຽນວ່າ “MEUANG KHONGSEADONE” ກໍ​ໃຊ້ “KHONG”.
    3. ຊື່​ແມ່ນ້ຳຂອງ​ໃນ​ວັນນະຄະດີ.
    - ວັນນະຄະດີ ຕຳນານ​ອຸຣັງຄະ​ນິທານ ຫຼື​ອຸຣັງຄະທາ​ດ ຮຽກ​ວ່າ “ຂະນະ​ນະທີ” ​ແລະ​ແມ່ນ້ຳຂອງ.
    - ວັນນະຄະດີ ​ຕຳນານຂຸນ​ບູຣົມ ປາກົດ​​ເຫັນ​ຊື່ ​ແມ່ນ້ຳຂອງ ວ່າ "ຂະນະ​ນະທີ” ​ແລະ​ແມ່ນ້ຳຂອງ​ເຊັ່ນ​ກັນ.
    - ວັນນະຄະດີ ພະ​ລັກ​ພະ​ລາມ ກໍ​ປາກົດ​​ເຫັນ​ “ຂະນະ​ນະ​ທີ ​​ແລະ​ແມ່ນ້ຳຂອງ” ​ເຊັ່ນ​ກັນ.
    - ວັນນະ​ຄະດີ​ລາວອື່ນໆ ກໍ​ປາກົດ​ເຫັນ​ເຊັ່ນ​ນັ້ນ.
    ​ເມື່ອ​ມາ​ເບິ່ງ “ຂະນະ” ​ເປັນ​ພາສາ​ປາລີ ​ເມື່​ອມາ​ເບິ່ງ​ດ້ານພາສາ​ລາວ ທີ່​ປາກົດ​ໃນ​ວັນນະຄະດີ ກໍ​ຮຽກ​ວ່າ​ແມ່ນ້ຳຂອງ ກໍ​ສາມາດ​ພິສູດ​ໄດ້​ວ່າ “​ແມ່ນ້ຳຂອງ​ເປັນ​ຊື່​ແທ້​ຂອງ” ​ແມ່ນ້ຳສາຍ​ນີ້
    4. ຊື່​ແມ່ນ້ຳຂອງ​ໃນ​ວັນນະຄະດີ​ໄທຍ໌ ບໍ່​ປາກົດ​ເຫັນ​ຊື່​ແມ່ນ້ຳສາຍ​ນີ້ ອັນ​ນີ້​ສະ​ແດງ​ໃຫ້​ເຫັນ​ວ່າ ​ໄທ​ສຍາມ​ບູຮານ ບໍ່​ມີ​ສິດທິ​ໃນ​ແມ່ນ້ຳສາຍ​ນີ້.
    5. ປະມານ​ປີ 1870-1900 ​ກໍຣະນີປັກ​ປັນ​ເຂດ​ແດນ​ສຍາມ-​ຝຣັ່ງ​ໄດ້ມີ​ຄວາມ​ສຳຄັນ​ຕໍ່ສຍາມ ​ໃນ​ພາກ​ພື້ນ​ຫົວ​ເມື​ອງລາວ ທາງ​ອີສານ ຈຶ່ງ​ເຮັດ​ໃຫ້​ສຍາມ​ຮູ້ຈັກ​ແມ່ນ້ຳຂອງ ອາດ​ເປັນ​ໄຣຍະ​ນີ້​ເອງ ທີ່​ສຍາມ​ບັນຍັດ​ຊື່ “​ແມ່ນ້ຳ​ໂຂງ” ​ໃນ​ພາສາ​ໄທ​ຍ໌ສຍາມ.
    6. ຄຳ​ວ່າ​ດອນ​ໂຂງ, ​ໃນ​ພາສາ​ລາວ​ນັ້ນ ​ໃນ​ໜັງສື​ບູຮານ​ນັ້ນ ມີ​ຊື່​ໜຶ່ງ​ອີກ​ຕ່າ​ງຫາກ ​ແຕ່​ຕໍ່​ມາ​ຈຶ່ງ​ປ່ຽນ​ມາ​ເປັນ​ດອນ​ໂຂງ, ຕາມ​ການ​ສັນນິຖານ​ຂອງ​ນັກ​ຄິດ​ລາວ​ຫລາຍ​ຄົນ​ກ່າວ​ເຖິງ​ທີ່​ມາ​ຂອງ​ຄຳ​ວ່າ​ດອນ​ໂຂງນັ້ນ ບໍ່​ໄດ້​ກ່ຽວ​ກັບ​ແມ່ນ້ຳຂອງເລີຍ ​ເຖິງ​ວ່າດອນ​ໂຂງ​ນັ້ນ ຈະຕັ້ງຢູ່​ໃນ​ລຳ​ແມ່ນ້ຳຂອງ​ຕອນ​ໃຕ້​ກໍ​ຕາມ.
    - ທີ່​ນີ້ ດອນ​ໂຂງ​ມີ​ທີ່​ມາ​ດັ່ງ​ນີ້ ຄື:
    (1). ​ໃນ​ໜັງ​ສືພຣະລັກພຣະຣາມ ​ແມ່ນ​ມີ​ຊື່​ຕ່າງ​ຫາກ​ນິມິ​ຕ ​ແມ່ນ​​ເກີດ​ຈາກ​ນິມິດ​ຂອງ​ພຣະລັກ​ນັ້ນ​ເອງ
    (2). ​ຄຳ​ວ່າ “ດອນ​ໂຂງ​” ນັ້ນບາງ​ທ່ານ​ວ່າ ມາ​ຈາກ​ຄຳ​ວ່າ “​ຊ້າງ​ໂຂງ​ໜຶ່ງ” ຄື​ຊ້າງ​​ໂຕໜຶ່ງ, ມີ​ນິທານ​ພື້ນ​ເມືອງ​ວ່າ “ສະ​ໄໝ​ແຕ່​ກີ້ ທີ່​ດອນ​ໂຂງ​ມີ​ຊ້າງ​ໂຂງ​ໜຶ່ງ​ມາ​ຕາຍ​​ໄຫຼມາ​​ເປີະຫົວ​ດອນ​ທີ່​ນັ້ນ, ​ເມື່ອ​ຊາວ​ຄົວ​ວຽງ ຂອງ​ສົມ​ເດັດ​ພຣະ ຄຣູຂີ້​ຫອມ ປມານ ຄ.ສ 1580-1641 ​ໄປ​ເຫັນ​ກໍ​ເອົາຣືກນີຕັ້ງຊື່ດອນ, ຫຼັກ​ຖານ​ຊາວ​ຄົວ​ວຽງ ​ໄປ​ຂຶ້ນ​ທີ່​ບ້ານ​ເມືອງ​ແສນ ຈຶ່ງ​ເຮັດ​ໃຫ້​ຊາວ​ເມືອງ​ແສນ​ເວົ້າສຳນຽງ​ວຽງ​ຈັນ​ຮອດ​ບັດ​ນີ້ ​ແລະ​ຂະຫຍາຍຕົວ​ໄປ​ຮອດ​ຂະ​ເໝົາ, ດອນ​ໂລງ ນາ​ດີ (​ເວົ້າສຳ​ສຽງ​ຄ້າຍ​ວຽງ​ຈັນ-ທ່າ​ແຂກ) ດ້ວຍ​ເຫດ​ນີ້​ດອນ​ໂຂງ​ຈຶ່ງ​ມີ​ຊືປາກົດ​ມາ​ຮອດ​ບັດ​ນີ້.
    - ສ່ວນ​ຄຳ​ວ່າ​ສີ​ພັນ​ດອນ​ນັ້ນ ​​ເປັນ​ຊື່​ຂອງ​ການ​ລຳ ຂອງ​ຊາວ​ເມືອງ​ໂຂງ, ບາງ​ທ່ານ​ຄຳ​ວ່າ​ສີ​ພັນ​ດອນ ມາ​ຈາກ​ມີດ​ອນຮອດ 4000 ດອນ(ຄວາມ​ຈິງ​ດອນ​ໃນ​ເຂດ​​ເມືອງ​ໂຂງ ​ແລະ​ເມືອງ​ມຸນ​ລວມກັນ​ບໍ່​ເຖິງ 1000 ດອນ, ຜຂ ​ເກີດ​ທີ່​ດອນ​ໜຶ່ງ​ໃນ​​ເມືອງ​ໂຂງ ຢັ້ງຢືນ​ໄດ້)
    - ​ແຕ່​ຜູ້​ເຖົ້າບາງ​ຄົນ​ເວົ້າວ່າ ຄຳ​ວ່າ​ສີ​ພັນ​ດອນ​ນັ້ນມີ​ທີ່​ມາ​ຈາກ​ທີ່ຝຣັ່ງ ​ໄດ້​ເຂົ້າມາ​ລາວ​ຕາມ​ລຳ​ແມ່ນ້ຳຂອງ ​ໄດ້​ນັບ​ດອນ​ມາ​ຈາກ​ປາກ​ແມ່ນ້ຳຂອງ ​ເມື່ອ​ມາຮອດ​ດອນ​ໂຂງ​ນີ້​ກໍ​ໄດ້ 4000 ດອນ​ພໍດີ ຈຶ່ງ​ໃຫ້​ຄົນ​ຮຽກ​ວ່າ​ສີ່​ພັນ​ດອນ ຕໍ່​ມາ​ຜ້ຽນ​ມາ​ເປັນ ສີ​ພັນ​ດອນ​ໃນ​ໄລຍະ​ຕໍ່​ມາ.
    - ສ່ວນ​ຊື່​ເປັນ​ທາງ​ການ​ຂອງ​ລາວ​ນັ້ນ ​​ເມືອງ​ໂຂງ​ມີ​ຊື່ວ່າ “ສຣີທັນ​ດອນ" ອັນ​ໄດ້​ມາ​ຈາກ ຊື່​ຊ້າງ​ສາມ​ຫົວ ອັນ​ເປັນ​ສັດ​ຊົງ​ຂອງ​ພຣະຍາ​ອິນທາ​ທິຣາຊ ​​ເນື່ອງ​ຈາກ​ດອນ​ໂຂງ​ມີ​ຊື່​ກ່ຽວ​ພັນ​ກັບ​ຊ້າງ ຈຶ່ງ​ຕັ້ງ​ແຂວງ​ນີ້ ຊື່ວ່າ​ແຂວງ​ສຣີທັນ​ດອນ ປະມານ​ປີ 1962 ພ້ອມ​ກັບ​ແຂວງ​ວາປີ​ຄຳ​ທອງ ​ແລະ​ແຂວງ​ຫົວ​ຂອງ.​
    - ສິ່ງ​ທີ່​ເຂົ້າ​ໃຈ​ັຂອງ​ຜູ້​ຂຽນ​ເອງ​ນັ້ນ ຄິດ​ວ່າ​ດອນ​ໂຂງ​ໃນ​ສະ​ໄໝ​ບູຮາ​ນຄົງ​ຊື່ວ່າ “ດອນຊ້າງ” ອັນ​ນີ້(​ເປັນ​ຄຳ​ສັນນິຖານ​ເດີ​ກຳລັງ​ຫາ​ຫຼັກ​ຖານຢູ່) ​ເພາະວ່າ​ຢູ່​ໃນ​ເມືອງ​ໂຂງ​ມີ 2 ດອນ​ຊື່ວ່າ​ “ດອນຊ້າງ” ດອນ​ໜຶ່ງ​ຢູ່ຫາງ​ດອນ​ລົປະ​ດີ ຮຽກ ວ່າ​ດອນ​ຊ້າງ, ​ແລະ​ອີກ​ດອນ​ໜຶ່ງ​ວ່າ “ດອນ​ຊ້າງ​ນ້ອຍ” ​ໃກ້ກັບ​ດອນ​ລຽງ ​ແຕ່​ບໍ່​ປາກົດ​ເຫັນ​ຄຳ​ວ່າ “ດອນ​ຊ້າງ​ໃຫຍ່​ເລີຍ” ​ແລະ​ອີກ​ດອນໜຶ່ງຢູ່​ເຂດຊຽງ​ແຕງ ​​ໃກ້​ກັບ​ສາມ​ໂບກ(ຂະ​ເໝນຮຽກ​ວ່າ “ສຽມ​ໂບກ” ​ເຊັ່ນ​ດຽວ​ກັນ​ແສນ​ປາງ ຂະ​ເໝນຮຽນ​ສຽມ​ປາງ) ມີດ​ອນໜຶ່ງ​ຊື່ວ່າ​ “ດອນ​ຊ້າງ” ​ໃຫຍ່​​ແທ້​ໆແຕ່​ບໍ່​ມີ​ຄົນ​ຢູ່​ໜາ​ແໜ້ນ ຜູ້ຂຽນ​ເຄີຍ​ເຫັນ​ແຕ່​ບໍ່​ເຄີຍ​ຂຶ້ນ​ໄປ ຖາມ​ຄົນ​ລາວ​ຊຽງ​ແຕງ​ບອກ​ວ່າ​ “ດອນ​ຊ້າງ” ​ແຕ່​ພາສາ​ຂະ​ເໝນຮຽກ​ວ່າ “​ເກຣາ​ະດຳ​ເດີ​ຍ” ອັນ​ນີ້​ສະ​ແດງ​ໃຫ້​ເຫັນ​ວ່າດອນ​ໂຂງ​ນີ້ ຄົງ​ຈະ​ມີ​ຊື່ວ່າ​ດອນ​ຊ້າງ ​ເພາະ​ຄຳ​ວ່າ “​ໂຂງ” ມີ​ຄວາມໝາຍ​ໃກ້ຄຽງ​ກັບ​ຊ້າງ ດັ່ງ​ທີ່​ກ່າວ​ແລ້ວ ຈັ່ງ​ໃດ​ກໍ​ຕາມຫາກ​ທ່າ​ນ​ໃດ​ມີ​ຄວາມ​ເຫັນ​ເປັນ​ຕ່າງ ຫຼື​​ເພີ່ມ​ຕື່ມ​ໄດ້​ຍິນ​ດີ​ນ້ອມ​ຮັບ ຂໍ້​ຄິດ​ເຫັນ​ນັ້ນຖ້າ​ມີ​ເງືອນ​ໄຂ​ທີ່​ຈະ​ປະກອບ​ບົດ​ຄວາມ​ນີ້​ໄດ້ ຜຂ ຈະ​ຖື​ເອົາ​ເປັນ​ຫຼັກ​ຖານ​ເພື່ອ​ເຮັດ​ບົດ​ຂຽນ​ນີ້ດີ​ຍິ່ງ​ຂຶ້ນ.

ไม่มีความคิดเห็น: