วันศุกร์ที่ 19 ตุลาคม พ.ศ. 2550


ສືບ​ທອດ​​ປະ​ເພນີ​ບຸນ​ອອກພັນ​ສາ​ ປະວາ​ຣະ​ໃຫ້ທົ່ວ​ປວງ​ຊົນພຣະຄຣູ​ເນືອງ​ພິລັກ ​ໂຊຕິ​ທອນ------------ວັນສຸກ ວັນທີ 26 ເດືອຕຸລາ ປີ 2007 ທີ່​ຈະ​ມາ​ເຖິງ​ນີ້ ກົງ​ກັບ​ຂຶ້ນ 15 ຄ່ຳ, ​ເດືອນ 11 ປີ ພສ. 2550 ປີ​ຈໍ(ປະຕິທິນ​ທາງ​ຈັນທະ​ຣະຄະຕິ, ພຣະພິກ​ຂຸ​ສົງ​ໃນ​ພຣະພຸດທະສາສນາ​ທົ່ວ​ໂລກ, ຈະ​ໄດ້​ທຳ​ພິທີ​ກັມ​ອອກ​ພັນ​ສາ, ປະວາຣະນາ​ກັມ, ​ໂດຍ​ສະ ເພາະ​ພຣະສົງ​ລາວ​ທົ່ວ​ປະ​ເທດກໍ​ໄດ້​ສືບ​ຕໍ່​ປະຕິບັດ​ຮີດຄອງ​ທາງ​ພຣະພຸດທະສາສນາ, ​ເຊິ່ງ​ເປັນ​ພຸດ​ທາ​ນຸຍາດ​ນີ້​ຢ່າງ​ຖ້ວນ​ໜ້າ ​ໂດ​ຍບໍ່​ມີ​ຂໍ​ຍົກ​ເວັ້ນ ​ເຖິງ​ແມ່ນ​ວ່າ​ບ​້ານ​ເມືອງ​ຈະ​ຢູ່​ໃນ​ພາວະ​ໃດ​ກໍ​ຕາມ, ພຣະພິກຂຸ​ສົງ​ລາວ​ບໍ່​ເຄີຍ​ຖິ້ມ​ປະລະ​ເລີຍ ກິ​ດຈະ​ວັດ​ຂອງ​ຕົນ ຍິ່ງ​ບ້ານ​ເມືອງ​ກຳລັງ​ພັດທະນາ​ສ້າງສາຍິ່ງ​ໃນປັດຈຸບັນ​ນີ້ ພຣະພິກຂຸສົງ ກໍຄື​ຍາດ​ໂຍມ​ລາວ ຍິ່ງ​ຕັ້ງໜ້າ​ປະຕິບັດ ຄຸນງາມ​ຄາມ​ດີ ​ແລະ​ສ້າງ​ບຸນ​ກຸສົນ​ຢ່າງ​ຈູບ​ຈ້າວ​ຫ້າວຫັນ, ​ໃນ​ປີ​ນີ້ ການ​ເຮັດບຸນ​ປະ​ເພນີ​ອອກ​ພັນ​ສາ ປະວາຣະນາ ກໍ​​ໄດ້​ເຮັດ ຄື​ປີ​ກ່ອນໆ​ຜ່ານ​ມາ ສິ່ງ​ທີ່​ແຕກ​ຕ່າງ​ແນ່ ກໍ​ຄື​ສິ່ງ​ຂ​ອງທີ່​ນຳ​ມາ​ເຮັດ​ອາດ​ປ່ຽນ​ໄປ.ບຸນ​ໃນ​ທາງ​ພຣະພຸດທະສາສນາທັງ​ຫຼາຍ​ແມ່ນ​ຖືກ​ປະຕິບັດ​ຂຶ້ນ​ຕາມ​ພຸດທະ​ປະສົງ ທີ່​ມາ​ຈາກ​ພຸດ​ທະ​ບັນຍັດ​ແນ່, ພຸດທະ​ດຳ​ຣັດ​ແນ່, ​ເຊິ່ງພຣະ​ພຸດທະອົງ​ຊົງ​ມີ​ພຸດ​ທານຸຍາດ​ໄວ້, ​ແລ້ວ​ສືບ​ຕໍ່​ປະຕິບັດ​ມາ​ບໍ່​ໄດ້​ຂາດ ​ແລ້ວ​ປະສົມ​ປະສານ​ກັບຈາຮີດ, ປະ​ເພນີ​, ຂະໜົບທຳນຽມ ສືບ​ຕໍ່​ປະຕິ​ບັດ​ຢ່າງ​ບໍ່​ລົດ​ລະ ຈົນ​ກໍ່​ເກີ​ດກາຍ​ເປັນ​ວັດທະນະ​ທັມ​ທີ່​ມີ​ເອກະລັກ, ສັນຍາ​ລັກ​ຂອງ​ຊາ​ສັງຄົມທີ່​ມີ​ເອກລາດ, ສຳລັບ​ຊາວ​ລາວ​ເຮົາ​​ແລ້ວ ​ເປັນ​ປະ​ເທດ​ພຣະພຸດທະສາສນາ​ແມ່​ແຕ່​ກຳ​ເນີ​ດຊາດ, ວັດທະ ນະ​ທັມ​ສ່ວນ​ໃຫຍ່ຂອງ​ລາວ ຈຶ່ງ​ໄດ້​ພັດທະນາ​ມາ​ຈາກ​ແນວທາງ​ຄຳ​ສອນ​ຂອງ​ພຣະພຸດທະສາສນາ, ຈະ​ເວົ້າວ່າພຣະພຸດທະ ສາສນາ ​ເປັນ​ພື້ນຖານ​ຂອງ​ວັດທະນະ​ທັມ​ລາວ​ກໍ​ຍ່ອມ​​ເວົ້າ​ໄດ້​ຢ່າງ​ທະ​ນົງ​ອົງອາດ.ບຸນ​ອອດ​ພັນ​ສາ ປະວາຣະນາ ​ຖື​ວ່າ​ເປັນ​ວັດທະນະ​ທັມ​ຂອງ​ຊາວ​ພຸດ​ລາວ, ການ​ອອກ​ພັນ​ສາ​ປີ​ນີ້ ກໍ​ເໝືອນ​ກັບ​ປີ​ກ່ອນໆ​ຜ່ານມາ ການ​ປະຕິບັດ​ຍ່ອມ​ເປັນ​ໄປ​ຕາມ​ພຣະທັມມະ​ວິ​ໄນ​ແນ່ ທາງ​ພຣະພຸດທະສາສນາ​ເປັນ​ຫຼັກ​ ​ແລະ​ເປັນ​ໄປ​ຕາມ ປະ​ເພນີ​ວັດທະນະ​ທັມ​ດ້ວຍ, ບຸນ​ອອກ​ພັນ​ສານັ້ນ ​ເປັນ​ທັງ​ບຸນ​ພິທີ ​ແລະ​ກັມ​ພິທີ ຄຳ​ວ່າ​ບຸນ​ພິທີ ກໍ​ຄື​ພຣະສົງ ​ແລະ​ອອກ​ຕົນ​ຍາດ​ໂຍມ ​ໄດ້​ປະຕິບັດ​ດ້ວຍ​ການ​ໃຫ້​ທານ, ຮັກສາ​ສິນ ​ແລະ​ຈະ​ເຣີນ​ເມ​ຕຕາ​ພາວະນາ, (ທານ​, ສິນ, ພາວະນາ) ສ່ວນ​ທີ່​ວ່າ​ກັມ​ພິທີ​ນັ້ນ, ​ແມ່ນ​ວ່າ​ພຣະສົງ ຈະ​ຕ້ອງ​ໄດ້​ເຮັດ​ເປັນ​ສັງຄະກັມ ທີ່​ມີ​ມາ​ໃນ​ພຣະວິນັຍ ທີ່​ພຣະພຸດທະອົງ​ບັນ​ຍັຕ​ແລ້ວ, ​ເຮັດບຸນ​ອອກ​ພັນ​ສາ​ຈຶ່ງ​ເປັນ​ພິທີກັມ​ຂອງ​ຄະນະ​ສົງ ​ທີ່​ຖືກ​ປະຕິບັດ​ໃນ​ດິນ​ລາວ​ມາ​ແລ້ວ​ຫຼາຍ​ກວ່າ​ສອງ​ພັນ​ປີ ນັບ​ແຕ່​ພຣະພຸດທະ ສາສນາ​ເຂົ້າມາ​ສູ່ດິນ​ແດນ​ຕອນ​ນີ້​ໃນ​ສະ​ໄໝ​ອານາຈັກ​ສີ​ໂຄດ​ຕະບອງ, ​ແລະ​ເມື່ອ​ພຣະ​ເຈົ້າຟ້າ​ງຸ່ມ​ມະຫາຣາຊ​ໄດ້​ສ້າງຕັ້ງອາ ນາຈັກ​ລ້ານ​ຊ້າງ​ສຳ​ເຣັດລົງ​ແລ້ວ ພຣະອົງ​ກໍ​ໄດ້​ນິມົນ​ພຣະສັງ​ຄະ​ທູດ​ມາ​ສືບ​ທອດ​ພຣະພຸດທະສາ​ສນາ​ໃນ​ອານາຈັກ​ລ້ານ​ຊ້າງ ກໍ​ນັບ​ແຕ່​ປີນັ້ນມາ​ເລີຍ ທີ່​ໄດ້​ມີ​ການ​ເຮັດບຸນ​ເຂົ້າພັນ​ສາ​ຢ່າງ​ເປັນ​ທາງ​ການ​ໃນ​ອານາ​ຈັກ​ລ້ານ​ຊ້າງ ​ເພາະ​ຄຳ​ວ່າ​ເຂົ້າພັນ​ສາ ​ແລະ​ອອກ​ພັນ​ສາ​ນີ້ ​ຫາກ​ແມ່ນ​ມີ​ພຣະສົງ​ຢູ່​ທີ່​ໃດ ກໍ​ຍ່ອມ​ຖືກ​ປະຕິບັດ​ຢູ່​ທີ່​ນັ້ນ, ບໍ່​ໄດ້​ຍົກ​ເວັ້ນ ຫຼື​ເລື່ອນ​ມື້​ວັນ​ທັນ​ຍາມ ຫຼື​ວ່ປີ​ນີ້​ເຂົ້າຢາກ​ໝາກ​​ແພງ​ບ້ານ​ເມືອງ​ບໍ່​ສະຫງົບ​ສຸກ​ແລ້ວ​ຍົກ​ເລີກ​ບຸນ​​ເຂົ້າພັນ​ສາ ອອກ​ພັນ​ສາ​ປະ​ວ່າຣະນາ​ ​ຫຼື​ຍົກ​​ເວັ້ນພຣະສົງ​ອົງ​ເຈົ້າຜູ້​ໜຸ່ມ ຜູ້​ເຖົ້າຕອ້ງຍົກ​ເວັນ ດ່ັງ​ນີ້, ໝາຍ​ຄວາມ​ວ່າ​ພຣະສົງ​ທຸກ​ອົງ​ຕ້ອງ​ປະຕິບັດ​ກິດຂອງ​ສົງນີ້ສະ​ເໝີ​ກັນ, ​​ແລະ​ບຸນ​ອອກ​ພັນ​ສາ​ປະວາຣະນາ​ນີ້ ​ຍັງ​ໄດ້​ປາກົດ​ເຫັນ​ໃນ​ຮີດ 12 ຄອງ​ສິບ​ສີ່​ ທີ່​ບັນພຣະບູຣຸດລາວ​ໄດ້​ວາງ​ໄວ້​ເປັນ​ບັນທັດຖານ ​ໃຫ້​ລູກ​ຫຼານ​ລາວ​ສືບ​ຕໍ່​ປະຕິບັດ​ຈົນ​ກາຍ​ເປັນ​ປະ​ເພນີ​ສຳຄັນ​ຂອງ​ສັງຄົມ​ລາວ.ຄຳ​ວ່າ​ອອະ​ພັນ​ສາ ໝາຍ​ເອົາ​ວັນ​ສິ້ນສຸ​ດການ​ຈຳ​ພັນ​ສາ​ຕລອດ​ໄຕຣມາດ ຂອງ​ພຣະສົງ​, ຄື​ໃນ​ວັນ​ຂຶ້ນ 15 ຄ່ຳ ​ເດືອນ 11 ຂອງ​ທຸກໆ​ປີ, ສ່ວນ​ວັນ​ດຽວ​ກັນນັ້ນ ຍັງ​ມີ​ພຸດ​ທະ​ບັນຍັດ​ໄວ້​ອີກ​ວ່າ ​ໃຫ້​ເປັນ​ວັນ​ປະວາຣະນາ ຫຼື​ຮຽກກັນ​ຢ່າງ​ໜຶ່ງ​ວ່າ​ວັນ​ມະຫາ​ສັງຄະປະວາຣະນາ ອີກ​ພິທີ​ຫັມໜຶ່ງ ຖື​ວ່າ​ວັນ​ດຽວ​ມີ 2 ພິທີກັມ.ປະຫວັດ​ຄວາມ​ເປັນ​ມາ ຂອງ​ວັນ​ອອກ​ພັນ​ສາ ຖື​ວ່າ​ເປັນ​ວັນ​ສິ້ນ​ສຸດ​ຂອງ​ການ​ຈຳ​ພັນ​ສາ ຂອງ​ພຣະພິກຂຸ​ສົງ ທີ່​ອະທິຖານ​ເຂົ້າພັນ​ສາ​ຮ່ວມ​ກັນ ​ຢູ່​ໃນ​ອາວາດ, ວັດ ​ແລະ​ສະຖານ​ທີ່​ໃດ​ໜຶ່ງ​ທີ່​ພຣະພິກຂຸ​ສົງ​ອະທິຖານ​ຈຳ​ພັນ​ສາຄົບ 3 ​ເດືອນ ​ຕາມ​ພຸດ​ທາ​ນຸຍາດ​ກໍ​ອອກ, ​ໄປ​ຕາມ​ຣະດູ​ການ, ຄຳ​ວ່າ​ພັນ​ສາ ໝາຍ​ເຖິງຣະດູ​ຝົນ​ດ ບາງ​ຄັ້ງກໍ​ຮຽກ​ວ່າ​ວັສສະ, ​ໃນ​ວັນ​ນີ້ ພຣະສົງ​ໄດ້ຮ່ວມກັນ​ເ​ປັນ​ໝູ່​ເປັນ​ຄະນະປະກອບ​ສັງຄະ​ນກັມ ​ໂດຍ​ການ​ກ່າວ​ອະນຸຍາດ ຫຼື​ກ່າວ​ກ່າວ​ອະນຸຍາດ ຫຼື​ສະ​ແດງ​ຄວາມ​ໄວ້​ວາງ​ໃຈ​ແກ່​ກັນ​ແລະ​ກັນ ​ໃຫ້​ວ່າ​ກ່າວ​ຕັກ​ເຕືອນ​ກັນ​ໄດ້ ​ໃນ​ເຣື່ອງລາວ​ກ່ຽວ​ກັນ​ຄວາມ​ປະພຶດ ຈະຣິຍະ​ວັດ​ຕ່າງໆ ນັບ​ແຕ່​ພຣະສັງຄະ​ເຖຣະ(ພຣະຜູ້​ໃຫຍ່ ຜູ້​ອາວຸ​ໂສ​ສູງ​ລົງ​ມາ) ຈົນ​ຮອດ​ພຣະນະ​ວະ​ກະ(ພຣະຜູ້​ພັນ​ສາ​ອ່ອນ) ຈະ​ສາ​ມາ​ວ່າ​ກ່າວ​ຕັກ​ເຕືອນ​ກັນ​ໄດ້, ຫຼື​ມີ​ຂໍ​ສົ່ງ​ໄສ​ເຊັ່ນ​ໃດ ກໍ​ສາມາດ​ຊັກ​ສ້ອມ​ຂໍ້​ສົງ​ໄສ​ກັນ​​ແລະ​ກັນໄດ້ ໂດຍ​ບໍ່​ຕ້ອງ​ເກງ​ອົກ​ເກງ​ໃຈ , ການ​ທຳ​ປະວາຣະນາ ຖື​ເປັນ​ສັງຄະ​ກັມ​ຊະ​ນິດ​ໜຶ່ງ ​ເໝືອນ​ກັນ​ກັບ​ການ​ບວດ, ການ​ລົງ​ອຸ​ໂປ​ສົດ ​ແລະ​ສາມາດ​ປະຕິບັດ​ແທນການ​ສູດ​ອຸ​ໂປ​ສົດ​ໄດ້ (ການ​ລຳດັບ​ທົບ​ທວນ​ພຣະວິ​ໄນ ຫຼື​ສີນ 227) ເຊິ່ງໄດ້ກະທຳທຸກໆວັນ 14-15 ຄ່ຳຂອງທຸກໆເດືອນຜ່ານມາ ໃນຮອບປີ.ການທຳສັງຄະປະວາຣະນານີ້ ມີຄວາມມຸ້ງໝາຍຢ່າງຈະແຈ້ງ ເຊິ່ງປາກົດໃນຄຳທີ່ສົງໃຊ້ປະວາຣະນາເຊິ່ງກັນ ແລະກັນ ດ່ັງນີ້.1. ເປັນກັມພິທີລົດຢ່ອນຜ່ອນຄາຍຄວາມຂຸ້ນເຄືອງຈິດໃຈ ທີ່ເກີດຈາກການຣະແວງສົງໃສກັນແລະກັນໃຫ້ໝົດສິນ ໄປ.2. ເປັນການປະສານຮອຍແຕກແຫງ ທີ່ເກີດຈາກການເວົ້າຈາປະຕິບັດ ມນຂະນະຢູ່ຮ່ວມກັນ ໃຫ້ມີໂອກາດປັບຕົວ ແລະຄືນດີກັນໄດ້ ໂດຍໃຫ້ຄະນະສົງປະກາດຄວາມເຂົ້າໃຈເຊິ່ງກັນແລະກັນດ້ວນຄວາມຈິງໃຈ.3. ເປັນທາງສ້າງເສີມຄວາມສາມັກຄີ ໃນໝູ່ຄະນະຢ່າງກົມກຽວໜຽວແໜ້ນ ຢູ່ຮ່ວມກັນຢ່າງສະໜິດອົກສະໜິດໃຈ.4. ເປັນແນວປະຕິບັດກໍ່ໃຫ້ເກີດຄວາມສະເໝີພາກກັນໃນການສະແດງອອກທາງຄວາມຄິດ ວ່າກ່າວຕັກເຕືອນກັນ ໄດ້ໂດຍບໍ່ໄດຈຳກັດຍົດ, ຊັ້ນ, ຕຳແໜ່ງ, ອາຍຸພັນສາ.5. ກໍໃຫ້ເກີດ “ພາລາດອນພາບ” ຮູ້ສຶກເປັນມິດຊິດເຊື້ອປາຖະໜາດີຕໍ່ກັນ ເອື້ອເຟື້ອອາທອນເຊິງກັນແລະກັນເປັນ ພື້ນຖານນຳໄປສູ່ພຶດຕິກັມອັນເພິ່ງປາຖະໜາ ທີ່ດີງາມເໝືອນກັນ.6. ຄະນະສົງ ຍ່ອມມີຄວາມສະເໝີກັນ 2 ຢ່າງຄື, ສີລະສະມັນຍະຕາ(ມີຄວາມສະເໝືພາບກັນໂດຍສິນ) ທິດຖີສະ ມັນຍະຕາ(ຄວາມເໝີພາບກັນໂດຍຄວາມຄິດເຫັນ) ອັນເປັນພຶດຕິກັມ ແລະຫຼັກປະຊາທິປະໄຕທາງຄະນະສົງ ຖດຍມີອົງສົມເດັດພຣະສັມມາສັມພຸດທະເຈົ້າໄດ້ວາງຮາກຖານໄວ້ແລ້ວ ໃຫ້ຈະເລີນງອກງາມສືບຕໍ່ໄປ.ອານິສົງຂອງການອອກພັນສານັ້ນ ສຳລັບ​ພຣະພິກຂຸ ກໍເນື່ອງມາດ້ວຍອານິສົງຂອງການຈຳພັນສານັ້ນເອງ, ຄື ພຣະພິກຂຸສົງຈຳພັນສາ 3 ເດືອນອະທິດຖານບໍ່ໄປນອນ​ທີ່​ອື່ນ ​ຈົນຄົບ​ໄຕ​ມາດ ຕາມ​ພຸດ​ທະ​ບັນຍັດ ທ່ານ​ມີ​ສິດ​ທີ່​ຈະ​ຈາຣີກ​ໄປ ​ພັກ​ນອນ​ແຮມ​ຄືນໃນ​ທີ່​ໃດໆ​ໄດ້ ບໍ່​ຜິດ​ພຸດ​ທະ​ບັນຍັຕ ​ແລະ​ຍັງ​​ໄດ້​ຮັບ​ອານິສົມ(ຜົນ​ດີ)ອີກ​ຄື​:1. ​ໄປ​​ໃສ​ບໍ່​ຕ້ອງ​ບອກ​ລາ. 2. ​ໄປ​​ໃສ​ບໍ່​ຕ້ອງ​ຖື​ຜ້າ​ໄປ​ໃຫ້​ຄົບ​ໄຕຣ​ໄດ້. 3. ລາບ​ທີ​່ອາ​ຈະ​ເກີ​ຂຶ້ນ​ທ່ານ​ຈະ​ມີ​ສິດ​ຮັບ​ເທົ່າ​ທຽບ​ກັບ​ພຣະພິຂຸ​ອື່ນ, 4. ມີ​ສິດທິ​ທ່ີ​ຈະ​ໄດ້​ຮັບ​ອະນຸ​ໂມທະນາ​ກະຖິນ ​ແລະ​ໄດ້​ຮັບ​ອານິສົງ ຄື​ໄດ້​ຮັບ​ການ​ຂະຫຍາຍ​ເວລາ​ຂອງ​ອານິສົງ​ນັ້ນອອກ​ໄປ​ອີກ 4 ​ເດືອນ.ຂ້ໍ​ທີ່​ວ່າ​ໄປ​ໃສ​ບໍ່​ຕ້ອງ​ບ​ອກລາ ໝາຍ​ຄວາມ​ວ່າ​ພຣະສົງ​ຢູ່​ກັນ​ເປັນ​ຄະນະ ຕ້ອງ​ຢູ່​ໃນ​ຄວາມ​ປົກຄອງ​ຂອງ​ສົງ, ​ເມື່ອ​ໄປ​ໃສ​ມາ​ໃສ ​ໃນ​ເວລາ​ຈຳ​ເປັນ​ປະຈຸ​ບັນ​ທັນ​ດ່ວນ​ບໍ່​ຈຳ​ເປັນ​ຕ້ອງ​ຄອບ​ລາຄະ​ນະ​ສົງ​ກໍ​ໄດ້.ຂໍ້​ທີ່​ວ່າ​ໄປ​ໃສ​ບໍ່​ຕ້ອງ​ຖື​ຜ້າ​ຄົບ​ໄຕຣ(ຄື ຜ້າ3 ຜືນ) ປົກກະຕິ​ຜ້າ​ທີ່​ພຣະພິກ​ສົງ​ສາມາດ​ເປັນ​ເຈົ້າຂອງ​ໄດ້(ຄື​ຄອງ) ມີ 3 ຜືນ ຮຽກ​ວ່າ​ຜ້າ​​ໄຕຣ(​ໄກ) ອັນ​ໄດ້​ແກ່​ຜ້າສະບົງ, ຜ້າຄຸມ ​ແລະ​ຜ້າສັງຄາ, ພຣະພິກຂຸ​ອົງ​​ໃດ​ຫາກ​ໄດ້​ອານິສົງ​ພັນ​ສາ​ແລ້ວ ​ໄປ​ນອນ​ວັນ​ຊັນ​ຂາ​ທີ່​ໃດ ບໍ່​ຕ້ອງ​ຖື​ຜ້າ​ຜືນ​ທີ 3 ​ໄປ​ດ້ວຍ​ກໍ​ໄດ້ ຄື​ຜ້າສັງຄາ​ນັ້ນ​ເອງ, ໝາຍ​ຄວາມ​ວ່າ​ຄຸມ​ປົກ​ປ່າ ຫຼື​ຄຸມ​ບ່ຽງ​ບ່າ​​ໄປ​ໃສ​ມາ​ໃສ ໄດ້​ເລີຍ, ບໍ່​ຕ້ອງ​ຄຸມ​ມັດ​ເອີກກໍ​ໄດ້, ຖື​ວ່າ​ບໍ່​ຜິດ​ຕາມ​ພຣະວິນັຍ​ບັນຍັດອັນ​ນີ້​ສຳຄັນ ສຳລັບ​ພຣະພິກຂຸ​ຜູ້​ຖື​ຜ້າຄອງ ບໍ່​ແມ່ນ​ຊິ​ຜູກ​ຕິດ​ແອວ​​ໄວ້ ​ເໝືອນ​ເຂົາ​ໃຈ​ກັນ.ຂໍ້​ທີ່​ວ່າ​ລາບ​ທີ່​ຈະ​ເກີດ​ຂຶ້ນ​ມີ​ສິດ​ໄດ້​ຮັບ ໝາຍວຄວາ​ມວ່າ ລາບ​ອັນ​ໃດ​ທີ່​ເກີດ​ແກ່​ຄະນະ​ສົງ​ນັ້ນ ພຣະພິກຂຸ​ອົງ​ທີ່​ມີ​ອານິສົງ​ພັນ​ສາ​ແລ້ວ ຍ່ອມ​ມີ​ສິດທິ​ໄດ້​ຮັບ ​ແມ່ນ​ແຕ່ພຣະພິກ​ອົງ​ນັ້ນ ບໍ່ໄດ້ຢູ່​ຮ່ວມ​ຮັບ ກໍຍ່ອມ​ໄດ້​ແບ່ງ​ລາບ​ໄວ້​ໃຫ້.ຂໍ້ທີ່​ວ່າ ມີ​ສິດທິ​ທ່ີ​ຈະ​ໄດ້​ຮັບ​ອະນຸ​ໂມທະນາ​ກະຖິນ ​ແລະ​ໄດ້​ຮັບ​ອານິສົງ ຄື​ໄດ້​ຮັບ​ການ​ຂະຫຍາຍ​ເວລາ​ຂອງ​ອານິສົງ​ນັ້ນອອກ​ໄປ​ອີກ 4 ​ເດືອນ, ໝາຍ​ຄວາມ​ວ່າ ພຣະພິກຂຸ​​ອົງ​ນັ້ນມີ​ສິດ​ທີ​ທີ່​ຈະ​ຕ້ອງ​ໄດ້ຢູ່​ອະນຸ​ໂມທະນາ​ກະຖິນ ​ໃນ​ເມື່ອ​ກະຖິນ​ເກີດ​ຂຶ້ນ​ແລ້ວ​ໃນ​ຄະນະ​ສົງ​ນັ້ນ ​ແລະ​ຍ່ອມ​ໄ້ດຮັບ​ອານິສົງ​ກະຖິນ​ນັ້ນຕາມ​ພຣະວິ​ໄນ​ບັນຍັດ ​ນອກຈາກ​ນັ້ນ ຍັງ​ໄດ້​ຂະຫຍາຍ​ເວລາ​ທີ່​ຈະ​ຮັບ​ອະ​ນິສົງ​ກະຖິນ​ນັ້ນ​ໄປ​ຮອດ​ເດືອນ 4 ​ເພັງ, ກໍໝາຍ​ຄວາມ​ວ່າ ອະ​ນິສົງ 5 ມຕິ​ກາ 8 ປະຣິ​ໂພດ 2 ນັ້ນ ພຣະພິກຂຸນັ້ນກໍ​ຈະ​ໄດ້​ຮັບ​ເໝືອນ​ກັນ ຖື​ເປັນຫຼັກ​ປະຊາທິປະ​ໄຕ ​ເຣື່ອງສັງຄະ​ບໍຣິ​ໂພ​ກ, ຂໍ້​ນີ້​ສຳຄັນ ມີ​ຄົນ​ເຂົ້າ​ໃຈ​ວ່າ ພຣະສົງ ອົງ​ທີ່​ຮັບ​ກະຖິນ​ແລ້ວ ບໍ່​ສາມາດ​ໄປ​ນອນ​ວັນ​ຊັນ​ຂາ​ທີ​ອື່ນ​ໄດ້​ນັ້ນ​ແມ່​ຖື​ວ່າ​ເຂົ້າ​ໃຈ​ຜິດ ​ເພາະວ່າ​ຄຳ​ວ່າ ອາ​ນິສົງ(ໝາຍ​ເຖິງ​ຜົນ​ດີ ຫຼື​ສິ່ງ​ທີ່​ເກື້ອ​ກູລຕໍ່​ຊີວິດ ບໍ່​ແມ່ນ​ຂໍ້​ຫ້າ​ມ ຫຼື​ສິ່ງ​ທີ່​ກີດ​ຂວາ​ງຂໍ້​ປະຕິບັດ) ດ້ວຍ​ເຫ​ດນັ້ນຈຶ່ງ​ຖື​ວ່າການ​ໄດ້​ຮັບ​ກະຖິນ​ແລ້ວ ຄື​ໄດ້​ຮັບ​ສິດ​ທີ​ພິ​ເສດ ດັ່ງ​ທີ່​ກ່າວ​ແລ່້ວ​ໃນ​ເບື້ອງ​ຕົ້ນ.ກິດຈະກັມທີ່ປະຕິບັດກັນ​ຂອງ​ຄະນະ​ສົງ ​ແລະ​ຄະລາວາດຍາດ​ໂຍມ ທີ່​ປະຕິ​ກັນ​ໃນ​ວັນ​ອອກ​ພັນ​ສາ ຄື:ໃນ​ວັນ​ຂຶ້ນ 15 ​ເດືອນ 111. ຕອນ​ເຊົ້າທຳບຸນ​ຕັກບາດ, ຖວາຍ​ພັດ​ຕາ​ຫານ ອຸທິດ​ສ່ວນ​ບຸນ​ສວ່ນກຸສົນ​ໄປ​ຫາ​ຍາຕິ ພີ່ນ້ອງ​ຜູ້​ທີ່​ລ່ວງ​ລັບ​ໄປ ​ແລະ​ສ້າງ​ບຸນ​ສ້າງ​ກຸສົນ​ເພື່ອ​ສ້າງ​ປາຣາະມີ​ໃຫ້​ແກ່​ຕົນ., ຕ​ອນສວຍ​ຮອດ​ຕອນ​ແລງ​ຖວາຍ​ຜ້າ​ຈຳນຳ​ພັນ​ສາ.2. ​ໄປວັດ​ຟັງ​ທັມມະ​ເທສນາ ​ເພ​ື່ອສະຫຼອງ​ສະຕິ​ປັນຍາ​ຫາ​ຄວາມ​ຮູ້​ເພື່ອ​ພັດທະນາ​ຊົນ​ວິດ​ຕົນ, ປະຕິບັດ​ທັມ ​ເພ​ື່ອ ຊຳຮະ​ໃຈ​ໃຫ້​ສະອາດ​ປາສະຈາ​ກິ​ເລດ.3. ​ໄປ​ແກ່​ດອກ​ໄມ້​ວຽນທຽນ ​ເພື່ອ​ນ້ອມ​ລະ​ນຶກ ຫຼື​ບູຊາ​ຄຸນ ພຣະພຸດ, ພຣະທັມ, ພຣະສົງ, ຄຸນ​ພໍ່, ​ຄຸນ​ແມ່ ​ແລະ​ຄຸນ​ບັນພຣະບູຣຸດຂອງ​ຊາດ.4. ​ໄປ​ໄຫຼເຮືອ​​ໄຟ ​ເພື່ອ​ບູຊາ​ຄຸນ​ນ້ຳ ​ແລະ​ເທ​ພະ​ດາ​ຜູ້​ຮັກສາ​ບ້ານ​ເມືອງ.ວັນ​ແຮມ 1 ຄ່ຳ​ເດືອນ 111. ທີ່​ວຽງ​ຈັນ ​ແລະ​ປາກ​ເຊ​ແມ່ນ​ເຮັດບຸນ​ຊ່ວງ​ເຮືອ.2. ບາງ​ທ້ອງ​ຖິ່ນ​ຕັກບາດ​ເທ​ໂວ ​ແລະ​ຕັກບາດ​ດອກ​ໄມ້ ການ​ທຳບຸນ​ຕັກບາດ​ເທ​ໂວ​ນີ້ ​ແມ່ນ​ຖື​ວ່າ​ເປັນ​ກາລະ​ທານ ​ເພາະ​ເຮັດ​ກັນ​ພຽງ​ຄັ້ງດຽວ​ຂອງ​ໜຶ່ງ​ປີດ ການ​ເຮັດບຸນ​ນີ້ ຖື​ວ່າ​ບູຊາ​ໃນ​ວັນ​ທີ່​ພຣະພຸດທະອົງ​ສະ​ເດັດ​ມາ​ຈາກ ​ເທວະ​ໂລກ ​“ຮຽກວ່າ​ວັນ​ເທ​ໂວ​ໂລຫະ​ນະ” ​ເຊິ​່ງພຣະພຸດທະອົງ​ໄດ້​ສະ​ເດັດ​ຂຶ້ນ​ໄປ​ຈຳ​ພັນ​ສາ​ໂຜດ​ພຸດທະ​ມານ​ດາ ທີ່​ສະ​ໄປ​ເກີດ​ເປັນ​ເທວະ​ບຸດ ​ຢູ່​ຊັ້ນດຸສິຕາ​ສະ​ຫວັນ, ​ພຣະອົງ​ສະ​ເດັດ​ໄປ​ຈຳ​ພັນ​ສາ​ທີ່ ຕາ​ວະ​ຕິງ​ສາ​ສະຫວັນ​​ເທດພຣະອະພິທັມ​​ຄັມພີ ​ທີ່​ເຄົ້າ​ໄມ້​ປະຣິກະ​ຊາຕທີ່​ຕາ​ວະ​ຕິງ​ສາວະ​ຫວັນ ເມື່ອ​ອອກ​ພັນ​ສາ​ແລ້ວ ພຣະອົງ​ກໍ​ສະ​ເດັດ​ລົງ​ມາ​ຍັງ​ມະນຸດ​ໂລກ​ດ້ວຍ​ຂັ້ນ​ໃດ​ແກ້ວທິພ ​ເຊິ່ງມີ​ຂັ້ນ​ໃດ​ຄຳ​ຢູ່​ເບື້​ອງຂວາ ​ແລ​ະຂັ້ນ​ໃດ​ຄຳ​ທີ່​ເບື້ອງ​ຊ້າຍ ​ເວດ​ລອ້ມດ້ວຍ​ເຫຼົ່າ​ເທບ ພຣະອິນ ພຣະພຣົມ. ວັນນັ້ນບາງ​ຄັ້ງກໍ​ຮຽດວ່າ “ວັນ​ເປີດ​ໂລກ” ​ເພາະ​ທັງ 3 ​ໂລກ​ມອງ​ເຫັນກັນ​ໝົດ ຄື ມະນຸດ​ສາ​ໂລກ, ​ເທວະ​ໂລກ ​ແລະ​​​ນະຣົກພູມ, ການ​ທີ່​ພຣະພຸດທະອົງ​ສະ​ເດັດ​ລົງ​ມາ​ຈາກ​ເທວະ ​ໂລກ​ຄັ້ງນີ້ ພຣະສົງ​ສາວົກ ​ແລະ​ຍາດ​ໂຍມ​ໄປ​ຕ້ອນຮັບ​ພຣະອົງ​ຢ່າງ​ຫຼວງ​ຫຼາຍ ຈຶ່ງ​ມີ​ການ​ທຳບຸນ​ຕັກບາດ​ໃນ​ວັນ ​ແຮມ 1 ຄ່ຳ​ນັ້ນອີກ. ສະນັ້ນ, ຫາກ​ມີ​ການ​ຟັງ​ເທດ​ໃນ​ວັນ​ນີ້ ຈຶ່ງ​ມັກ​ຈະ​ເທດ​ອະພິທັມ 7 ຄຳ​ພີ ​ແລະ​ໜັງສື​ເທ​ນນ້ຳ ນົມ​ແມ່.3. ບາງ​ທ້ອງ​ຖິ່ນ​ເຮັດບຸນ​ເຂົ້າສັງ​ຂະຫຍາ, ບາງ​ທ້ອງ​ຖິ່ນ​ກໍ​ເຮັດບຸນ​ກວນ​ເຂົ້າປາດ​ຈະ​ເຮັດ​ງ່າຍ​ກວ່າ.ຜົນ​​ໄດ້​ຈາກ​ການ​ເຮັດບຸນ​ອອກ​ພັນ​ສາສຳລັບ​ຊາວ​ພຸດ ກໍ​ຄື:1. ວັນ​ອອກ​ພັນ​ສາ​ຖື​ເປັນ​ການ​ເຕືອນ​ໃຈ​ຊາວ​ພຸດວ່າ ​ເວລາ​ທີ່​ຜ່ານ​ໄປ ຊີວິດ​ໃກ້​ຈະ​ຕາຍ​ເຂົ້າ​ໄປ​ທຸກ​ຂະນະ​ແລ້ວ ຄວນ​ຮີບ​ສ້າງ​ກຸສົນ ​ແລະ​ຍັງ​ເຮັດ​ໃຫ້​ເຖິງ​ຄວາມ​ປິ​ຕິ ທີ່​ໄດ້​ບຳ​ເພັງກິດ​ຂອງ​ຕົນ​ຕລອດ​ພັນ​ສາ ​ແລະ​ເປັນ​ການ​ເຕືອນ​ສະຕິ​ຢ່າງ​ໃຫ້​ຈິດ​ຫຼົງ​ໄປ​ໃນ​ອະ​ກຸສົນ ​ແລະ​ບໍ່​ໃຫ້​ຈິດ​ໃຈ​ເລີກ​ຈາກ​ການ​ທຳ​ກຸສົນ ​ເຖິງ​ວ່າ​ບໍ່​ຢູ່​ໃນ​ພັນ​ສາ​ກໍ​ຕາມ, ເພາະ ​ເປັນ​ທາງ​ພົ້ນອອກ​ຈາກ​ອະບາຍ​​ໄດ້.2. ປະ​ໂຫຍ​ດທີ່​ໂດດ​ເດັ່ນ ກໍ​ຄື​ປະ​ໂຫຍ​ດຈາກ​ການ​ປະ​ວາຣະນາ ທີ່​ສົງ​ກະທຳ​ກັນ​ໃນ​ວັນ​ອອກ​ພັນ​ສາ ​ເພື່ອ​ໃຫ້​ພຣະສົງ ດຳລົງ​ໄວ້​ຢ່າງ​ເປັນ​ປຶກ​ແຜ່ນ​​ແໜ້ນ​ໜຽວ ຢາກ​ແກ່​ການ​ທຳລາຍ​ຂອງ​ສັດຕູ​ໄດ້, ບັນດາ​ຄາຣະວາດ ​ເຮົາ​ມອງ​ເຫັນ​ຜົນ​ດີ​ເຊັ່ນ​ນີ້ ​ຄົນ​ໃນ​ຊາດ​​ເຮົາ​ທຸກ​ຝ່າຍ​ຫັນ​ໜ້າ​ເຂົ້າມາ​ຫາ​ກັນ ປຶກສາ​ຫາຣືກັນ ດ້ວຍ​ຈິດ​ທີ່​ກໍ່​ໃຫ້​ເກີດ​ຄວາມ​ສາມັກຄີ ຈະ​ເປັນ​ພະລັງ​ໜຶ່ງ ທີ່​ຈະ​ພັດທະນາ​ຊາດ​ໃຫ້​ກ້າວ​ເຂົ້າສູ່​ຄວາມ​ຈະ​ເຣີນຮຸ່ງ​ເຮືອງ​ ໝັ້ນຄົງ ​ແລະ​ສະຖານ​ພອນໄດ້.3. ​ເຕືອນສະຕິ​ຕົນ ​ເຕືອນ​ສະຕິ​ສັງຄົມ ບໍ່​ໃຫ້​ມີ​ຄວາມ​ປາ​ໝາດ ສະພາວະ​ທຸກ​ຢ່າງ​ມີ​ການ​ປ່ຽນ​​ແປງ ບໍ່​ມີ​ສິ່ງ​ໃດ​ຄົງ​ທົນ​ໄດ້ ​ເຊັ່ນ​ດຽວກັບ​ການ​ເຂົ້າພັນ​ສາ​ເມື່ອ​ເຂົ້າ​ແລ້ວ​ກໍ​ຕ້ອງ​ອອກ​ໝູນ​ວຽນ​ປ່ຽນ​ກັນ​ໄປດ່ັງນັ້ນ, ສິ່ງ​ທີ່​ຍັງ​ຢູ່ ​ແລະ​ສ​້າງ​ເສີມບຸກຄົນ ບຸນ​ກຸສົນ ທີ່​ເກີດ​ຈາກ​ທານ​, ສິນ, ພະວະ​ນານັ້ນ.4. ການ​ອອກ​ພັນ​ສາ​ເປີດ​ໂອກາດ​ໃຫ້​ຜູ້​ອື່ນ​ຊຳ​ຮະ​ຄວາມ​ຜິດ ຂອງ​ຕົນ​ໄດ້ ຄື​ຫຼັກຂອງ​ການ​ທຳ​ປະວາຣະນາ ປົກກະຕິ ຄົນ​ເຮົາ​ຄົບ​ການ​ເຫິງ​ນານ​​ແລ້ວ ກໍ​ຈະ​ເຜີຍ “​ສັນດານ” ທີ່​ແທ້​ຂອງ​ຕົນ​ອອກ​ມາ ອາດ​ຈະ​ບໍ່​ດີ​ແນ່​ແຕ່​ຕົນ​ເອງ​ບໍ່​ຮູ້ ບໍ່​ເຫັນ ​ເໝືອນ​ກັບ “​ເສັ້ນຜົມ​ບັງ​ພູ​ເຂົາ” ​ແຕ່​ຄົນ​ອື່ນ​ພັດ​ມອງ​ເຫັນ​ຈຸດບົກ​ຜ່ອງ​ເຫຼົ່ານັ້ນ ​ແຕ່​ບໍ່​ກ້າ​ຕັກ​ເຕືອນ ດັ່ງນັ້ນ ຕົນ​ເອງ​ຕ້ອງ​ປະຣາວະ​ນາ​ກັບ​ໝູ່​ວ່າ ຫາກ​ເຫັນ​ສິ່ງ​ຜິດພາດ​ຂອງ​ເຮົາ ຂໍ​ໃຫ້​ໝູ່​ບອກ​​ເຕືອນດ້ວນ​ຈິດ​ເປັນ​ກຸສົນ ຄວາມ​ສັມພັນ​ກໍ​ຈະ​ພອກ​ພູນ​ງອກ​ງາມ ​ແລະ​ໝັ້ນຄົງ​ຍິ່ງ​ຂຶ້ນ.5. ​ໄດ້​ຂໍ້​ຄິດ​ທີ່​ວ່າ ຄົນ​ເຮົາ​ສ່ວນ​ຫຼາຍ​ມັກ​ຈະ​ລຳ​ອຽງ ​​ເຫັນ​ວ່າ​ຕົນ​ເອງ​ເປັນ​ຝ່າຍ​ຖືກ​ສະ​ເໝີ ຄວາມ​ຜິດ​ຂອງ​ຕົນ​ບໍ່​ເຫັນ ຄວາມ​ຜິ​ດຂອງ​ຄົນ​ອື່ນ​ເຫັນ​ງ່າຍ​ກວ່າ ​ເຊິ່ງ​ເປັນ​ສັນ​ຊາຕະ​ຍານ​ຂອງ​ເຮົາ ດັ່ງ​ກອນ​ທີ່​ວ່າ “​ໂທດ​ຄົນ​ອື່ນ​ເຫັນ​ເຫັນ​ຊ່ຳພູ​ເຂົາ ​ໂທດ​ຂອງ​ເຮົາ​ມອງ​ບໍ່​ເຫັນ​ເທົ່າ​ເສັ້ນຂົນ, ຕົດ​ຄົນ​ອື່ນ​ເໝັນ​ຈົນເບື່ອ​​ເຫຼືອຈັກ​ທົນ ຕົນ​ຂອງ​ຕົນ​ເຖິງ​ເໝັ້ນ ບໍ່​ເປັນ​ສັງ” ​ເມື່ອ​ຮູ​້ວ່າ ຄົນ​ເຮົາ​ຍ່ອມ​ລຳອຽງ​ເຂົ້າຂ້າງ​ຕົນ ຫຼືຝ່າຍ​ຕົນສະ​ເໝີ ດ້ວຍ​ກາມະ​ກິ​ເລດ ​ແລະ​ທິດ​ຖີມາ​ຄອບ​ງໍາ ​ເມື່ອ​ຮູ້​ວ່າ​ທາງ​ທີ່​ຈະ​ພັດທະນາ​ຕົນ ​ສັງຄົມ ໃຫ້​ເຖິງ​​ເຊິ່​ງຄວາມ​ຈະ​ເຣີນຈະ​ເຣີນ ກໍ​ຄື​ຫຼັກ​ທັມ​ວ່າ​ດ້ວຍ​ຄວາມ​ເປັນ​ກາງ ​ແລະ​ຄວາມ​ສາມັກຄີ ມະນຸດ​ຈົ່ງ​ສະ​ແດງ​ການ​ຍອມຮັບ​​ໃນ​ສິ່ງ​ນັ້ນ ​ແລະ​ອະນຸຍາດ​ໃຫ້​ຄົນ​ອື່ນ ​ເຕືອນ​ເຮົາ ​ແລະ​ເຮົາ​ເອງ ກໍ​ເອົາ​ການ​ທີ່​ວ່າ “ຊົ່ວ​ຄົນ​ອື່ນ​ກະ​ຊ່າງ​ເຖີດ​ເຮົາ​ບໍ່​ເຫັນ ​ເຮົາ​ຈະ​ພັດທະນາ​ຕົວ​ດັ່ງທີ່ເຂົາ ​ເປັນ ດີ​ທີ່​ເຫັນ​ຂອງ​ເຂົາ​ເຮົາ​​ເອົາ​ມາ.6. ​ເປັນ​ການ​ສ້າງ​ຄວາມ​ມີ​ມະນຸດ​ສຳພັນ ສ້າງ​ຄວາມ​ສະໝານ​ສາມັກຄີ ດ້ວຍ​ການ​ເປີດ​ໃຈ​ເຊິ່ງກັນ​ແລະ​ກັນ ຢູ່​ດ້ວຍ​ກັນ​ໂດຍ​ບໍ່​ມີ​ເລ້​ຫລຽມ ​ເຮັດ​ໃຫ້​ສັງຄົມ​ຕົນ​ມີ​ສັນຕິ​ສຸກ, ສັນ​ຕິ​ພາບ ​ແລະ​ພາຣາດອນ​ພາບ ຢ່າງ​ໝັ້ນຄົງ​ຕາມ​ແນວທາງ ພຣະພຸດທະສາສນາ​ແລ.

วันจันทร์ที่ 15 ตุลาคม พ.ศ. 2550

ບົດນຳ

ສາຍເຊລຳເພົາ ເປັນວາຣະສານສ່ວນຕົວ ສ້າງຂຶ້ນເພື່ອອອກຄວາມຄິດຄວາມເຫັນບາງປະການ ທີ່ກ່ຽວກັບພາສາ ສາສນາ ແລະວັດທະນະທັມລາວ ບາງຄັ້ງກໍແນະໜັງສື ແລະສິ່ງດີໆໃຫ້ສາມາຊິກຮູ້ນຳ

ໜັງສື​ຄວນ​ອ່ານ ມີ 3 ​ເຫຼັ້ມຄື
1. ວັດຈະນານຸກົມພາສາປາລີ-​ລາວ ຂອງ​ທ່ານ​ອາ​ຈາຮຍ໌ສີສະ​ເຫວີຍ ສຸວັນ​ນີ ຈັດ​ພິມ​ໂດຍ​ໂຄງການ​ພັດ​ນາ​ວັດຈະ​ນາ​ນຸກົ​ມປາລີ​-ລາວ.
2. ຫາງ​ຫ້າ​ສາຍ​ຂອງ ອາ​ດີ​ຕຍາ​ທ່ານ​ປານ​ ອະນັນ​ໂທ ສຳນັກ​ພຸດ​ທະ​ວົງສາ​ປ່າ​ຫຼວງ ​ເມືອງ​ສີສັຕຕະນາກ ນະຄອນ ຫຼວງ​ວຽງ​ຈັນ (ອະ​ດີດ​ຫົວໜ້າຝ່າຍ​ເຜີຍ​ແຜ່ ​ແລະ​ວິປັສນາ​ກຳມະ​ຖານ ​ແຫ່ງ​ປະ​ເທດ​ລາວ.
3. ຊີວິຕກັບ​ບົດ​ເພງ ຂອງພຣະອາຈາຣຍ໌​ເນືອງ​ພິລັກ ​ໂຊຕທອນ ​ແລະ​ທ່ານ​ອາ​ຈາຣຍ໌ດາວ​ວຽງ ບຸດ​ນາ​ໂຄ.
- ວັດຈະນານຸກົມພາສາປາລີ-​ລາວ ຂອງ​ທ່ານ​ອາ​ຈາຣຍ໌ສີສະ​ເຫວີຍ ສຸວັນ​ນີ ຈັດ​ພິມ​ໂດຍ​ໂຄງການ​ພັດ​ນາ​ວັດຈະ​ນາ​ນຸກົ​ມປາລີ​-ລາວ. ມີ​ທັງ​ໝົດ 68 ໜ້າ, ບັນ​ຈຸ​ຄຳ​ສັພທ໌ປາລີ-ລາວ​ໄວ້​ຫຼາຍ​ກວ່າ 30.000 ຄຳ ນອກ​ຈາກ​ນັ້ນ ຍັງ​ໄດ້​​ແນະນຳ​ວິ​ທິກາຣພາສາ​ປາລີ ດ້ວຍ​ອັກສອນ​ລາວ 41 ຕົວ​ໄວ້ຢ່າງ​ລະອຽດ​ດ ການ​ອ່ານ ​ແລະ​ການ​ອອກສຽງ ພາສາ​ປາລີ ​ໃຫ້​ຖືກ​ສັງ​ໂຍກ ​ໂຄສະ ອະ​ໂຄສະ ທິຄະຣັສສະ ຄະຣຸ ລະ​ຫຸດ້ວຍ ​ເໝາະ​ແກ່​ການ​ເກັບ​ໄວ້​ເປັນ​ໜັງສື​ອ້າງ​ອິງ, ພິມ​ຄັ້ງທີ 1 ​ເມື່ອ​ວັນ​ທີ 27 ກໍຣະກົດ 2004.
ມີ​ຂາຍ​ທີ່​ຮ້ານ​ຂ້າ​ຍປື້​ມທົ່ວ​ໄປ ​ແລະ​ທີ່​ສູນ​ກາງ​ສຶກສາ​ສົງ​ກໍ​ມີ ສ່ວນຣາຄາ​ລືມ​ແລ້ວ ​ເພາະ​ຊື້​ມາ​ເຫິງ​ແລ້ວ ​ແຕ່​ຖ້າ​ສາມາ​ຊິກ​ຢາກ​ຮູ້ຣາຄາ ຖາ​ມາ​ກະຊິ​ໄປ​ຖາມ​ມາ​ຕອບ​ໃຫ້ (ຍິນ​ດີ​ຮັບ​ໃຊ້​ທ່ານ​ສາມາ​ຊິກ)
- ຫາງ​ຫ້າ​ສາຍ​ຂອງ ອາ​ດີ​ຕຍາ​ທ່ານ​ປານ​ ອະນັນ​ໂທ ສຳນັກ​ພຸດ​ທະ​ວົງສາ​ປ່າ​ຫຼວງ ​ເມືອງ​ສີສັຕຕະນາກ ນະຄອນ ຫຼວງ​ວຽງ​ຈັນ (ອະ​ດີດ​ຫົວໜ້າຝ່າຍ​ເຜີຍ​ແຜ່ ​ແລະ​ວິປັສນາ​ກຳມະ​ຖານ ​ແຫ່ງ​ປະ​ເທດ​ລາວ, ປື້​ມນີ້ ພິມ​ຄັ້ງ​ແຮກ ​​ສະ​ມັຍຣະບອບ​ເກົ່າ ມີ​ຄົນ​ເອົາ​ໄປ​ພິມ​ແຈກ​ຫຼາຍ​ຄັ້ງ​ແລ້ວ ​ແຕ່​ມາຄັ້ງນີ້ ພຣະ​ເດຊພຣະຄຸນ​ຍາ​ທ່ານ​ບຸນ​ທອງ ວິ​ປະ​ໄຊ​ຍ໌ ພ້ອມ​ດ້ວຍ​ລູກສິດ​ຂອງ​ເພີ່ນຈັດພິມ ຈະ​ແຈກ​ຢາຍ​ໃນ​ງານ​ບຸນ​ທອດ​ຜ້າ​ມະຫາ​ກະຖິນ ທີ່​ວັດ​ນາ​ຄູນ​ນ້ອຍ ​ແລະ​ເມືອງ​ຫຼວງ​ພຣະບາງ ຊາວ​ວຽງ​ຈັນ​ສາ​ມາກ​ໄປ​ຮັບ​ແຈກ​ໄດ້​ທີ່ ວັດ​ນາ​ຄູນ, ສ່ວນ​ຊາວ​ວຽງ​ຈັນ ​ໃຫ້​ລໍ​ຟັງ​ຂ່າວ ວ່າ​ຜ້າ​ມະຫາ​ກະຖິນ​ຈາກ​ນະຄອນວຽງ​ຈັນ​ໄປ​ທອດ​ໄປ​ທອດ​ທີ່​ວັດ​ໃດ​ໃຫ້​ຕິດຕາມ.
- ຊີວິຕກັບ​ບົດ​ເພງ ຂອງພຣະອາຈາຣຍ໌​ເນືອງ​ພິລັກ ​ໂຊຕທອນ ​ແລະ​ທ່ານ​ອາ​ຈາຣຍ໌ດາວ​ວຽງ ບຸດ​ນາ​ໂຄ, ຊີວິດ​ກັບ​ບົດ​ເພງ​ນີ້ ອາຈາຣຍ໌ດາວ​ວຽງ​ບຸດ​ນາ​ໂຄ ​ນັກະວີ ນັກ​ປະພັນ ນັກ​​ແຕ່ງ​ເພງ ຊື່​ດັງ​ຂອງ​ລາວ ​ໄດ້​ຂຽນ​ປະສົບ​ການ​ຊີວິດ ​ແລະ​ວິທີ​ການ​ແຕ່ງ​ເພງ​ໄວ້​ລະອຽດ, ສ່ວນ​ພຣະອາຈາຣຍ໌​ເນືອງ ​ໂຊຕິ​ທອນ​ ຂຽນ​ບົດ​ຄວາມ ການ​ໃຫ້​ພາສາ​ໃຫນການ​ແຕ່ງ​​ເພງ, ​ເໝາະ​ແກ່​ນັກ​ຂຽນ​ເພງ ​ແລະ​ນິຍົມ​ໃຫນການ​ໃຊ້​ພາສາ ​ເພື່ອ​ການ​ສື່ສານ​ເປັນ​ຢ່າງ​ດີ ​ປື້​ມ​ເຫັ້ຼມນີ້​ວາງ​ຂາຍ​ທົ່ວ​​ໄປ.



  1. ແນະນຳ​ປື້​ມອ່ານ
    ປຶ້ມ ກອນ​ເທສນ໌​ແຫຼ່ ​ເຊີນ​ພຣະ​ເວ​ສ​ເຂົ້າ​ເມືອງ
    ລິ​ຈນາ ​ແລະ​ແຕ່ງ​ຕື່ມ​ໂດຍ
    ທ່ານ​ອານ​ຈາ​ຣຍ໌ບຸນ​ເຕີມ ສີ​ບຸນ​ເຮືອງ(ຊາຍ​ດອນ​ໃຕ້)


  2. ເປັນ​ປື້​ມອ່ານ​ຂນາດ 14 x 21 ຊມ, ພິມ​ຄັ້ງທີ 1 ປີ ຄ।ສ 2004 ພສ. 2547, ຈຳນວນໜ້າ​ພິມ 40 ໜ້າ, ປົກ​ພີ​ມ 4 ສີ ​ເຈັ້ນ 180 ກຣາມ, ອອກ​ແບບ​ສວຍ​ງາມ ​ເໝາະ​ແກ່​ການ​ເປັນ​ເຈົ້າຂອງ ​ແລະ​ເປ​ັນຄູ່​ມື ສຶກສາປະຫວັດວັດທະນະ​ທັມ ​ແລະ ວັນ​ຄະນດີ​ລາວ ​ແລະ​ວັນນະຄະດີ​ທາງ​ພຣະພຸດທະສາສນາ.


  3. ຣາຄາ ເຫັ້ຼມລະ 15।000 ກີບ, ​ເປັນ​ເງິນ​ດອລລາ​ຣ໌ 1.6 ດອລລ໌, ​ເປັນ​ເງິນ​ບາ​ທ 60 ບາ​ທ ບໍ່​ລວມຄ່າ​ສົ່ງ, ຫາກ​ຕ້ອງກາ​ນຕິດ​ຕໍ່​ມາ​ຍັງ​ບລ໊ອກນີ້.


  4. ວາງຂາຍທີ່ຣ້ານຂາບປື້ມແຫ່ງຣັດ ຕໍ່ໜ້າ ສຳນັກງານໜັງສືພິມວຽງຈັນໃໝ່.

วันอาทิตย์ที่ 14 ตุลาคม พ.ศ. 2550

( ຕົວຢ່າງພື້ນຫຼັງຊີດີ mp 3)

ແນະນຳ ແຜ່ນ MP3 ເທສນາເຣື່ອງພຣະເວສສັນດອນ 13 ກັນ ສະບັບສົມບູນຄືເທສນ໌ຕາມປຶ້ມຂອງທ່ານມະຫາສິລາ ວິຣະວົງສ໌ ---------ໃນອາທິຕທີ່ ຜ່ານມາ ມີທ່ານອາຈາຣຍ໌ບຸນເຕີມ ສີບຸນເຮືອງ ອອກແຜ່ນ MP3 ເຣື່ອງພຣະເວສສັນດອນ 13 ກັນ ສະບັບສົມບູນ ໄລຍະເວລາເທສນນ໌ໃນແຜ່ນ 10 ຊົ່ວໂມງ 07 ນາທີ 07 ວິນາທີ। ການເທສນ໌ນັ້ນຫຼາຍທຳນອງ ແລະ ຫຼາຍສຳນຽງ ຄື ເທສນ໌ເດີນ, ເທສນ໌ຮ່າຍ, ເທສນ໌ແລ່ຫຼິ້ນສຽງ, ທຳ ນອງຊ້າງທຽມແມ່, ລົມພັດໃຜ່, ຟອງຟາດໃຄ້, ກາເຕັ້ນກ້ອນ, ນົກກະແຊວຂ້າມທົ່ງ ແລະທຳມອງທົ່ວໄປ, ຟັງເພື່ອປະດັບຄວາມຮູ້ທາງສາສນາ ແລະຜູ້ຮຽນເທສນ໌ໃໝ່ຟັງເພື່ອເປັນບົທຮຽນ, ເປັນສຳນວນ ແລະທຳນອງລາວບູຮານ ຟັງແຈ້ງເຂົ້າໃຈງ່າຍ ຢາກໄດ້ຕິດຕໍ່ທາງໂທຮະສັພທ໌ 856 20 751-7076 ທີ່ປາກົດໃນ ແຜ່ນ ແຜ່ນຂອງແທ້ລາ ຄາ 30.000 ກີບ 3.20 ດອລລ໌, 120 ບາດ ເພີ່ມຄ່າສົ່ງ ເມືອງໄທຍ ເພີ່ມອີກ 100 ບາດ ປະເທດອື່ນໆ ອີງຕາມຣາຄາພັດສະດຸ ຄົງບໍ່ເກີນ 3 ດອລລ່າ.


ບໍ່ມີວາງຂາຍຕາມທ້ອງຕລາດ ແຕ່ຢາກໄດ້ຕິດຕໍ່ທ່ານອາຈາຣຍ໌ບຸນເຕີມເອງກໍໄດ້ ເບີໂທຣ 021 212141

ຫຼືຢາກໄດ້ເປັນສິ່ງສະສົມ ຕິດຕໍ່ຂ້າພະເຈົ້າກໍໄດ້ ຈະອາສາຈັດສົ່ງໃຫ້ ພຽງແຕ່ເສັຍຄ່າສົ່ງໃຫ້ກໍໄດ້ (ນິວ)

(ທັງໝົດນີ້ ບໍ່ໄດ້ໂຄສະນາສິນຄ້າ ແຕ່ແນະນຳໃຫ້ຮູ້ ເພາະວ່າການເທສນ໌ເປັນເຣື່ອງດີ ຈຶ່ງແນະນຳ)






ໂຫຣາສາສຕຣ໌ເສສສິບ

ໂຫຣາສາສຕຣ໌ເສສສິບ
ຕຳຣາໂຫຣາສາສຕຣ໌ເສສສິບນີ້ ເປັນຕຳຣາບູຮານທີ່ປາກົດໃນຕຳຣາໂຫຣາສາສຕຣ໌ລາວ ຕັ້ງບູຮານະກາລແລ້ວ, ນັກໂຫຣາສາສຕຣ໌ລາວທັງຣາຊສຳນັກ ແລະໂຫຣາສາສຕຣ໌ທົ່ວໄປຍ່ອມໃຊ້ກັນ, ຕຳຣານີ້ທາງໄທຍ໌ຮຽກວ່າ “ຕຳ ຣາເສສພຣະຈອມເກົ້າ” ຄືຣາຊກາຣທີ່ 4 ແຫ່ງຣັຕນະໂກສິນທຸ໌, ອົງຄ໌ທີ່ສ້າງລັທທິທັມມະຍຸຕິກາຍໄນສຍາມປະ ເທສນັ້ນແລ້ວ ຂພຈ ໄດ້ກ່າຍເອົາຕຳຣານີ້ມາຈາກປະຕິທິນ 150 ປີ, ເພາະເຫັນວ່າໃຊ້ງ່າຍ ແລະມີຄວາມແມ້ນ ຢຳອີກຕາຣາໜຶ່ງ, ກາຣທີ່ ຂພຈ ກ່າຍເອົາມແບບປະຣິວັດຄຳຕໍ່ຄຳເລີຍ ພຽງແຕ່ຄຳໃດເປັນສຳນວນພາສາໄທຍ໌ ກໍປະຣິວັດໃຫ້ເປັນສຳນວນລາວເທົ່ານັ້ນ ບໍ່ໄດ້ປ່ຽນແປງ​ເນື້ອ​ຄວາມເລີຍ, ເຫຕຸຜົລທີ່ ຂພຈ ເອົາມາລົງໃນອິນສາຍ​ເຊ​ລໍາ​ເພົາ​ນີ້ ມີຕອນໜຶ່ງທີ່ສະແດງໃຫ້ເຫັນວ່າ ເຖິງວ່າລາວເຮົາເຖິງຈະເປັນເມືອງຣາຊຂອງສຍາມເຖິງ 60 ກວ່າປີ ລາວເຮົາບໍ່ໄດ້ຮັບອິດທິພົລທາງສຍາມມາໃຊ້ເລີຍ ໃນທາງກົງກັນຂ້າມກັນກັບເປັນວ່າໄທຍ໌ຍັງຮັບເອົາວັດ ທະນະທັມລາວໄປໃຊ້ສາດ້ວຍຊ້ຳ ດັ່ງທີ່ເຮົາເຫັນເປັນປະຈັກໃນຕຳຣານີ້ ຄື ຄວາມຕອນໜຶ່ງວ່າ “…ຕຳຣານີ້ເປັນທີ່ຍອມຮັບປະຕິບັຕໃຊ້ກັນມານານ ທັງແດນສຍາມກວ້າງໄກໄປເຖິງ ພະມ້າ ມອນ ຂອມ ແຂກ.” ໃນຄວາມຕອນນີ້ ຍ່ອມສະແດງໃຫ້ເຫັນວ່າອິດທິພົລວັດນະທັມທາງໄທຍ ບໍ່ໄດ້ມີກາຣບັນທຶກໄວ້ວ່າມາຮອດລາວ, ເພາະໃນຂະນະນັ້ນ ລາວເຖິງວ່າຈະຢູ່ປະເທສາຣາຊຂອງສຍາມກໍຕາມ ແຕ່ທາງຣາຊກາຣສຍາມກໍຍັງຍອມຮັບໃນຄວາມເປັນລາວຢູ່ ດັ່ງເຮົາຈະເຫັນກາຣປົກຄອງຂອງສຍາມທາງຣັຖະສາສຕຣ໌ ແລະກາຣເມືອງບໍ່ສາມາຖຂ້າມຜ່ານດົງພຣະຍາໄພມາເລີຍ ຫຼັກຖານນີ້ ເຮົາຈະເຫັນໄດ້ຈາກລັກສະນະການປົກຄອງຂອງສຍາມໃນຣາຊກາຣຂອງຈຸນຈອມເກົ້າ ໄດ້ພຽງແຕ່ເຫັນດີເຫັນພ້ອມໃຫ້ຄົນທ້ອງຖິ່ນປົກຄອງທ້ອງຖິ່ນ ໂດຍທີ່ໃຫ້ຄົນທ້ອງຖິ່ນເປັນຄົນເລືອກຜູ້ນຳ ໃນສມັຍນັ້ນ ທີ່ນະຄອຣຈຳປາສັກກໍມີພຣະເຈົ້າສ້ອຍສີສມຸທພຸທທາງກູລເປັນພຣະເຈົ້າຊີວິຕ ສ່ວນຢູ່ວຽງຈັນຖືກຍຸບໃນສມັຍພຣະນັ່ງເກົ້າຈຶ່ງບໍ່ມີຜູ້ສືບຣາຊະບັນລັງໃນນະຄອຣວຽງຈັນ ​ແຕ່​ໄດ້​ແຕ່ງ​ຄົນ​ລາວ​ເອງ​ເປັນ​ຜູ້​ຣາຊກາ​ຣວຽງ​ຈັນ ທີ່​ໜອງ​ຄາຍ ສະນັ້ຮ​ເຮົາ​ຈຶ່ງ​ເຫັນ​ວ່າ​ທີ່​ໜອງ​ຄາຍ​ມີ​ວັດ ຊື່​ຄ້າຍ​ວັດ​ໃນ​ນະຄອນ​ວຽງ​ຈັນ​ຫຼາຍ​ວັດ ສ່ວນ​ວຽງ​ກາຍ​ເປັນ​ເມືອງຮ້າງ, ສ່ວນຢູ່ນະຄອຣຫລວງພຣະບາງ ມີ​ຜູ້​ປົກຄອງມີຫລາຍອົງ ຈົນຮອດພຣະເຈົ້າສັກຣີນອັນ ນີ້ສະແດງໃຫ້ເຫັນວ່າສຍາມບໍ່ໄດ້ປົກຄອງລາວ ແລະລາວເອງເປັນແຕ່ພຽງປະເທສຣາຊ ຄືຫົວເມືອງຊ່ວຍຕ້ອງສົ່ງບັນນາກາຣໃຫ້ສຍາມເທົ່ານັ້ນ, ແຕ່ດ້ວຍເຫຕຸໃດ ໃນບົທຄວາມຫລາຍບົທຣວມທັງບົທນີ້ດ້ວຍ ໄທຍຈຶ່ງບໍ່ກ່າວເຖິງລາວ, ເມື່ອບໍ່ກ່າວເຖິງກໍຍ່ອມເຮັດໃຫ້ເຫັນວ່າ ວັດທະນະທັມຕ່າງໆທີ່ລາວມີຢູ່ ທັງທີ່ຄືກັບໄທຍ ແລະບໍ່ຄືກັບໄທຍ໌ນີ້ ລ້ວນແຕ່ເປັນຂອງລາວເອງ ແຖມຍັງໄປເຜີຍແຜ່ໃນວັທນະທັມໄທຍ໌ ໂດຍຄົນລາວທີ່ອົພຍົບໄປຢູ່ໄທຍ໌ ແລະຄົນລາວໃນອີສານ ແລະໃນລ້ານນາ ເປັນຜູ້ເຜີຍແຜ່ຈົນປະສົມປະສານເປັນວັທທະນະທັມໄທຍ໌​ເຊິ່ງແຍກກັນບໍ່ອອກ ວ່າອັນໃດເປັນຂອງໄທຍ໌ອັນໃດເປັນຂອງລາວ, ອີກຕາມຫລັກຖານພະຍານທັງວັຕຖຸ, ພະ ຍານທາງບຸຄຄົລ ແລະພະຍານທາງຕໍາຣາແລ້ວ ວັທທະທັມໄທຍ໌ແມ່ນມີອິທທິພົລຈາກລາວ ເພາະ​ໄທຍ໌ກຳເນີດຫຼັງຈາກທີ່ລາວລົ້ມສລາຍ, ແລະສຍາມດຳຣົງວັທທະທັມມອນ, ຂເມຣມາກ່ອນ ແຕ່ມີວັທທະນັທມລາວປົນຢູ່ຢ່າງຫຼວງຫຼາຍເຊັ່ນນີ້ ທັງພາສາປາກເວົ້າ, ອັກສຣ, ປະເພນີ, ຈາຣີຕຕ່າງໆ ຣວມທັງຕໍາຣາເສສ 10 ທີ່ຈະກ່າວຕໍ່ໄປນີ້ ທາງໄທຍ໌ວ່າເປັນສູຕຂອງຈຸລຈອມເກົ້າຄິດຄົ້ນ ຖ້າຢ່າງນັ້ນເປັນໄປໄດ້ບໍ່ວ່າ ຈຸລຈອມເກົ້າໄດ້ເອົາແບບຢ່າງວິທີຄິດມາຈາກລາວ ຫຼືຂເມຣ ຫຼືພະມ້າທີ່ໃຊ້ສູຕນີ້ມາກ່ອນ, ຄວາມທີ່ໃຫ້ເຂົ້າໃຈວ່າລາວໃຊ້ສູຕນີ້ມາກ່ອນ ກໍເພາະວ່າສູຕໂຫຣສາສຕຣ໌ກໍມີສູຕນີ້ເຊັ່ນກັນ ແຕ່ຈູລຈອມເກົ້າເອງ ກໍເປັນກະສັຕຍ໌ໄທຍ໌ຫຼັງຈາກລາວລົ້ມສລາຍແລ້ວ ກາຣລົມສລາຍຂອງລາວໃນສມັຍນີ້ ບໍ່ແມ່ນລົ້ມປະເທສ ແຕ່ລົ້ມອຳນາຈທາງກາຣເມືອງ ສ່ວນກາຣປົກຄອງຍັງຄືເກົ່າ ຈຶ່ງເຮັດໃຫ້ວັທນະທັມຫຼາຍຢ່າງຂອງລາວຍັງຄົງຕົວຢູ່ ເພາະວ່າວັທນະທັມລາວສມັຍນັ້ນຍັງແຂງ, ເພື່ອຢາກໃຫ້ພວກເຮົາເຂົ້າໃຈຈະແຈ້ງໃນບົທຄວາມຂ້າງຕົ້ນນີ້ ພ້ອມທັງເອົາສູຕນີ້ໄປໃຊ້ໄດ້ໃນຊີວິຕຈິງ ຈຶ່ງຂໍປະຣິວັຕມາຄວາມຕໍ່ຄວາມເລີຍດັ່ງນີ້:

ຕຳຣາເສສພຣະຈອມເກົ້າ
ພຣະບາທສົມເດັຈພຣະເຈົ້າຊີວິຕ(ໄທຍ) ຣັຊກາຣທີ 4 ມີພຣະນາມອີກພຣະນາມໜຶ່ງວ່າ ພຣະບິດາແຫ່ງວິທຍາ ສາຕຣ໌ໄທຍ໌ ເພາະຊົງເປັນນັກດາຣາສາສຕຣ໌ຜູ້ຍິ່ງໃຫຍ່ ພຣະອົງຄ໌ໜຶ່ງໃນສາກົລໂລກ ເປັນທີ່ຍອມຮັບຂອງທັງ ຊາວໄທຍ໌ ແລະຊາວຕ່າງຊາຕ ທັງນັກວິທະຍາສາຕຣ໌ໄທຍ໌ ແລະນັກກຣາຣາສາສຕຣ໌ ພຣະອົງຄ໌ຊົງພຣະຍາ ກຣນ໌ໄດ້ແມ້ນຢຳ ຄຳນວນປີ ເດືອນ ວັນ ເວລາ ນາທີ ວິນາທີ ແລະສະຖານທີ່ທີ່ຈະເກີດສຸຣິຍາປະຣາຄາ (ກົບກິນຕາເວັນ) ທີ່ຕາແສງຫວ້າກໍ ແຂວງປຣະຈວບຄີຣິຂັນທ໌ ວັນທີ 18 ສິງຫາ ພ.ສ 2411 ປີມະໂຣງ, ເວລາ 10.32 ໂມງ ພຣະປີຊາສາມາທຂອງພຣະອົງຄ໌ ສຍົບຄຳມິ່ນປມາທຈາກຊາວຕ່າງຊາຕ ໃນສມັຍນັ້ນທີ່ມຸ້ງຈະລ່າໄທຍ໌ ໃຫ້ຕົກເປັນເຂຕອານານິຄົມຂອງພວກເຂົາ.

ພຣະອົງຄ໌ຊົງດຳຣິຕຳຣາເສສ ເພື່ອທຳນາຍໂຊຄຊາຕາຣສີທາງຫລັກໂຫຣາສາສຕຣ໌(ອັນນີ້ເປັນຫຼັກຖານທີ່ໄທຍ໌ ຍອມຮັບເປັນທາງກາຣວ່າຕຳຣານີ້ ເປັນຂອງພຣະຈຸລຈອມເກົ້າ ສະແດງໃຫ້ເຫັນວ່າຈຸດກຳເນີດຕຳຣານີ້ ຢູ່ໃນໄທຍ໌ ຄື ກາຣໃຊ້ຄັ້ງແຮກ: ຜູ້ຂຽນ) ຕຳຣານີ້ເປັນທີ່ຍອມຮັບປະຕິບັຕໃຊ້ກັນມານານ ທັງແດນສຍາມກວ້າງໄກໄປເຖິງ ພະມ້າ ມອນ ຂອມ ແຂກ.
ການ​ທີ່​ວ່າ​ຕຳ​ຣາ​ເສ​ສ 10 ນີ້​ໝາຍ​ຄວາມ​ວ່າ ຫາກ​ບວກ​ໄປ​ແລ້ວ ຖ້າ​ເກີນ​ສິບ ກໍ​ໃຫ້​ລົບ​​ເອົາ​ສິບ​ລົບ​ອອກ ​ເຫຼືອ​ພຽງ​ສິບ​ລົງ​ມາ 10 ​ຫຼື​ບໍ່​ເກີນ​ສິບແລ້ວຈຶ່ງ​ໃຫ້​ທວຍ​ຕາມ​ນັ້ນ.

ຫຼັກເກນພະຍາກອນຕາມຕຳຣາພຣະຈອມເກົ້າມີ ດັ່ງນີ້:

ທ່ານໃຫ້ເອົາ ວັນ, ເດືອນ, ປີ ທີ່ເກີດບວກເຂົ້າດ້ວຍກັນ ໂດຍເຣີ່ມນັບວັນອາທິຕຍ໌ ມີຄ່າເທົ່າກັບ 1, ເດືອນ ຈຽງທາງຈັນທະຣະຄະຕິ(ກົງກັບເດືອນທັນວາ) ມີຄ່າເທົ່າ 1, ເຣີມນັບປີຊວດມີຄ່າເທົ່າ 1, ຖ້າມີຜົນເກີດ 10 ໃຫ້ເອົາສິບລົບອອກ ເຫລືອເສສບໍ່ເກີນສິບ ແລ້ວຄຳຕອບຕາມເສສ ດັ່ງຕໍ່ໄປນີ້:

ເສສ 1 ເສົາເຮືອນໄຟໄໝ້ ຊະຕາໃຜທັງຊາຍຍິງ
ໄຮ້ເຮືອນທີ່ພັກພິງ ທີ່ເພິງພັກສຳນັກເນົາ
ຈະຮ່ອນແລ່ຣະເຫຣະຫົນ ເຮັ່ງຈຽມຕົນຢ່າດູເບົາ
ເພາະວ່າຊະຕາເຮົາ ໂທສປະກອບຈຶ່ງເກີດກັມ

ເສສ 2 ຈະຄອງໄຂ້ ມີໂຣຄຮ້າຍສິງປະຈຳ
ຢຸກຢາຈະພາທຳ ບໍ່ຖືກແທ້ຈົນແກ່ຕົວ

ເສສ 3 ຄວາມສບາຍ ມີຂ້າຄວາຍແລະກວຽນງົວ
ພໍສົມສະກຸລຕົວ ເຂົ້າທີ່ທວາຍສະຖານກາງ

ເສສ 4 ມີຂ້າຄອກ ອະເນກນອກຄະນານາງ
ອຸປຖັມແລ້ວສຳອາງ ບໍ່ໄຂ້ຊຸກບໍ່ທຸກຂ໌ເປັນ.

ເສສ 5 ຊະຕາກັບ ທຶນະຊັພຍ໌ແລະແສນເຂັນ.
ພາຍຫຼັງຊະຕາເປັນ ທຶນຊັພຍ໌ຈະນັບພັນ

ເສສ 6 ຈະຍົກຍາຕ ເປັນເຊື້ອຊາຕປະເສີຖສັຣພ໌
ເງິນຕາຍົສຖາພລັນ ທຶນະຊັພຍ໌ລຳດັບມີ.

ເສສ 7 ນັນຜ້າຂາດ ຈະນຸ່ງຫົ່ມກໍເຕັມທີ
ພັກຕຣາຍ່ອມຣາຄີ ຣະຄາຍຄັບທັງຊັພຍ໌ສິນ

ເສສ 8 ນັ້ນເປືອງຍົສ ຈະປາກົຕກະເດື່ອງດິນ
ຊັພສະຣີຄາຣສະຖານຖິ່ນ ທັງອຳນາຈແລວາສນາ

ເສສ 9 ກິນເຂົ້າກາງຕລາດ ເສມີຊາຕສຸນັກຂາ
ເຖິງຈະມີວາສນາ ຕ້ອງປະກອບທັງກາຣງານ.
ແມ່ນຕະກູລທລິທຫົກ ເຖິງຕ່ຳຕົກກໍບໍ່ນານ
ດັ່ງນັກເລງສຸຣາບານ ພໍຂົນຂວາຍໃສ່ທ້ອງຕົນ

ເສສ 10 ເໝືອນນົກແຂກເຕົ້າ ທຳຮວງຮັງຣະວັງຝົນ
ສແວງດີຍ່ອມມີຜົລ ຢ່າຄລໍເຄົ້າກັບເຫຼົ່າພາລ
ເໝືອນປັກສີອັນມີປີກ ຮູ້ຫຼົບຫຼີກທະນູພານ
ຖ້າປມາທຈະເສັຍກາຣ ຈະຊອກຊ້ຳຣະກັມກາຍ.

ວິເຄາະເພີ່ມເຕີມ:
ປະຣະມາລິຂິຕ : ໃນບົທກອນທັງສິບບົທນີ້ ສັງເກຕເຫັນວ່າຫາກຄຳໃດມີຄຳວ່າ “ບໍ່” ໃນບົທເດີມທີ່ຂຽນດ້ວຍ ອັກສຣໄທຍ໌ ກໍໃຊ້ຄຳວ່າ “ບໍ່” ເໝືອນລາວ, ບໍ່ປະກົຕເຫັນໃຊ້ຄຳວ່າ “ໄມ່” ອັນເປັນຄຳປະຕິເສສເໝືອນຄຳໄທນ໌ ປະຈຸບັນເລີຍ, ອັນນີ້ສະແດງໃຫ້ເຫັນວ່າ ວັທທະນະທັມທາງພາສາລາວໄດ້ມີອິທທິພົລເໜືອໄທຍ໌ມານານແລ້ວ ບໍ່ວ່າກໍຣະນີໃດ, ເພາະຕາທີ່ສັງເກຕໃນບົທສັນທະກາວີຂອງໄທຍ໌ບູຮານ ຫາກໃຊ້ຄຳປະຕິເສສ ກໍຈະໃຫ້ຄຳວ່າ “ບໍ່” ເໝືອນລາວທຸກໆຄັ້ງໄປ ເວົ້າຣວມແລ້ວ ຄຳວ່າ “ບໍ່” ໄທຍ໌ໄດ້ໃຊ້ມານານແລ້ວ ສ່ວນຄຳວ່າ “ໄມ່” ເປັນພາ ສາໃໝ່ ທີ່ໄທຍ໌ປະດິດຂຶ້ນເອງ ເພື່ອໃຫ້ຕ່າງຈາກລາວເທົ່ານັ້ນ, ກາຣທີ່ໃນພາສາໄທຍ໌ ຄຳໃດທີ່ສາມາຖປະດິດໃຫ້ ຕ່າງຈາກພາສາລາວໄດ້ ເຮົາຮຽກວ່າຄຳໄທຍ໌ ກາຣທີ່ທຳໃຫ້ຄຳເວົ້າຕ່າງຈາກລາວຂອງໄທຍ໌ ເປັນສິ່ງຢັ້ຢືນໃຫ້ ເຫັນທັສນະຂອງໄທຍວ່າ “ໄທຍ໌ກັບລາວເປັນປະເທສຕ່າງກັນ ສແດງໃຫ້ເຫັນວ່າໃນທາງຄວາມເປັນຈິງ ເຖິງ ໄທຍ໌ກ່າວວ່າລາວເປັນຊາຕິດຽວກັບໄທຍ໌ ກໍຕາມ ແຕ່ໄທຍ໌ຍັງຍອມຮັບຄວາມເປັນລາວທັງທັງກົງ ແລະທາງອ້ອມ ເມື່ອເປັນເຊັ່ນນີ້ ລາວກໍຄືລາວ ແລະໄທຍ໌ກໍຄືໄທຍ໌, ໃນທາງກົງກັນຂ້າມກັນ ໄທຍ໌ເປັນລາວພວກໜຶ່ງ ແລະ ສຍາມບໍ່ແມ່ນລາວ.

ຢ່າງໃດກໍຕາມ ຕາມກາຣສັງເກຕເບິ່ງເນື້ອຫາສາຣະ ແຫ່ງຕຳຣາພະຍາກຣນ໌ຕາມຕຳຣາພຣະຈອມເກົ້ານີ້ ຕາ​ກາຣແລ້ວ, ພຣະຈຸລຈອມເກົ້າບໍ່ໄດ້ຄິດຄົ້ນສູຕນີ້ເອງເລີຍ, ຫາກແຕ່ແມ່ນພຣະອົງຄ໌ໄດ້ເອົາ ຫຼັກຕຳຣາເດີມທີ່ມີມາກ່ອນໜ້ານີ້ ມາດັດແປງແຕ່ງເປັນສຳນວນສັນ ໃຫ້ສາມາຖທ່ອງຈົ່ມງ່າຍເທົ່ານັ້ນເອງ ເພາະວ່າສູດດຽວກັນນີ້ ມີສຳນວນເປັນຄຳເວົ້າສາມັນທຳມະດາຫຼາຍຢ່າງທັງທີ່ເປັນອັກສຣລາວ ແລະອັກສຣທັມ, ບໍ່ມີລັກສນະເປັນກອນສັນເລີຍ, ຈຶ່ງເຂົ້າໃຈວ່າຈຸລຈອມເກົ້າໄດ້ດັດແປຈາກຕຳຣາບູຮານ, ເພາະມີສິ່ງຢັ້ງຢືນວ່າ ນັບແຕ່ສມັຍຣັຊະກາຣທີ 1 ຄືພຣະພຸທທະຍອດຟ້າຈຸລາໂລກຈົນເຖິງສມັຍພຣະຈຸລຈອມເກົ້າ ໃນອານາຈັກສຍາມ ມີກາຣລອກລຽນແບບ ຫລືປະຣິວັດຕຳຣາບູຮານຫຼວງຫຼາຍ ເຊັ່ນ “ຮີຕສິບສອງ” ອັນລາວເຮົາຖືເປັນມໍຣະດົກລາວ ທີ່ຖືກສ້າງຕັ້ງຂຶ້ນນັບແຕ່ສມັຍພຣະເຈົ້າຟ້າງຸມມະຫາຣາຊ ຈົນກາຍເປັນພຶດຕິກັມທາງວັທນະທັມລາວຈະແຈ້ງນັ້ນ ທາງສຍາມກໍໄດ້ເອົາໄປດັດແປງເປັນ “ປະເພນີ 12 ເດືອນ” ທັງໆທີ່ປະເພນີນີ້ ບໍ່ໄດ້ເປັນພຶຕກັມຕົວຈິງຂອງສັງຄົມສຍາມ (ເວັ້ນເສັຍແຕ່ສັງຄົມລາວໃນສຍາມ)ເທົ່ານັ້ນໃຊ້, ກາຍເປັນວັທນະທັມຮີຕສິບສອງໃນໄທຍ໌ປັດຈຸບັນ, ກໍແມ່ນກະສັດໄທຍເປັນຜູ້ເອົາໄປຄັດລອກ ເຮັດໃຫ້ໄທຍ໌ຍອມຮັບວ່າເປັນພຣະຣາຊະນິພົລຂອງຣັຊການທີ 3 ພຣະນັ່ງເກົ້າ, ນອກ ຈາກນັ້ນ ຍັງມີບົທເພງທີ່ກະສັຕຍ໌ໄທຍ໌ທັງພຣະບໍຣົມມະວົງສານຸວົງສ໌ຂອງສຍາມຂະນະນັ້ນ ນຳເອົາໄປດັດແປງກໍມີຫຼັກຖານປາກົຕຢູ່ ເຊັ່ນ: ເພງລາວດວງເດືອນ, ລາວກະທົບໄມ້, ຍວນພ່າຍ, ແລະອື່ນໆ ເພງເຫຼົ່ານີ້ລ່ວນແຕ່ແມ່ນເພງລາວບູຮານ ທີ່ຖືກດັດແປງ ແຕ່ງເສີມໃຫ້ເປັນເພງໄທຍ໌, ເມື່ອກະສັຕຍ໌ສຍາມ ເປັນຜູ້ນຳໜ້າພາທາງເຊັ່ນນີ້ ຣາຊດຣສຍາມຜູ້ມີປີຊາຍານ ເປັນຫຍັງຊິບໍ່ສາມາຖລອກລຽນແບບວັທນະທັມລາວໄດ້ ເພາະວ່າວັທນະທັມລາວ ກໍໄດ້ໄປເຜີຍແຜ່ກັບຄົນລາວ ທີ່ຖືກກວດຕ້ອນໄປສຍາມ ແລະດິນແດນທີ່ໂອນກັມມະສິທໄປຈາກລາວ ກໍເຕັມແຕ່ວັທນະທັມເຫຼົ່ານີ້, ຈະໂດຍເຈຕນາບໍ່ເຈຕນາກໍຕາມກາຣທີ່ວັທນະທັມລາວ ມີອິທພົລໃນສຍາມ ເພາະ ວ່າວັທນະທັມລາວແຂງນັ້ນເອງ.

ເຊັ່ນດຽວກັບຕາຣເສສພຣະຈອມເກົ້ານີ້ ຂພຈ ມອງເຫັນວ່າພຣະອົງຄ໌ໄດ້ດັດແປງແຕ່ງເສີມເປັນສັນທະລັກສນະ ຈາກຕໍາຣາເດີມ ໃຫ້ເປັນບົທກອນບໍ່ແມ່ນຕໍາຣາທີ່ພຣະອົງຄ໌ຄິດຄົ້ນແນ່ນອນ,

ບັນດາທ່ານເຫັນເປັນເຊັ່ນໃດ ກໍຣຸນາອອກຄວາມເຫັນເພີ່ມຕື່ມ ເພື່ອຄວາມກະຈ່າງແຈ້ງ ແລະເຂົ້າໃຈ ໃນບັນຫາສາຍພົວພັນລາວໄທຍ໌-ໄທຍ໌ລາວ ໃນປັຈຈຸບັນ ແລະອະນາຄົຕ, ຂໍຄວາມສຸຂສວັສດີພາພ ຈົ່ງມີແກ່ທ່ານຕລອດປີໃໝ່ ພ.ສ 2550 ຈ.ສ 1369 ຂອບໃຈ.

วันเสาร์ที่ 13 ตุลาคม พ.ศ. 2550

ນ້ຳຂອງ ກັບນ້ຳໂຂງ ຊື່ໃດເປັນຊື່ເດີມແທ້ ?

  • ​ແມ່ນ້ຳຂອງ​ສາຍ​ນີ້ ໃນພາສາລາວຮຽງວ່າ “ແມ່ນ້ຳຂອງ” ແຕ່ໄທຍຮຽກວ່າ “ແມ່ນ້ຳໂຂງ” ຕາມການສືບຄົ້ນ ສ່ວນ​ໃຫຍ່​ຈະ​ມີ​ຄວາມ​​ເຫັນເປັນ​ເອກ​ພາບກັນ​ກ່ຽວ​ກັບ​ຄຳ​ວ່າ “ນ້ຳຂອງ” ​ແມ່​ຖືກຕ້ອງ​ຕາມ​ສຽງ​ພາສາ​ລາວ​ເດີມ. ຕາມ​ການຄົ້ນຄວ້າ ປາກົດ​ເຫັນວ່າ​ນ້ຳຂອງ​ເປັນ​ພາສາ​ບູຮານ​ລາວ​​ແທ້, ​​ເນື່ອງ​ຈາກ​ພົບ​ຫຼັກຖານ​ທາງ​ພາສາ​ມາ​ຫຼາຍ​ແຫ່ງ ຫຼາຍທີ່ ຄື:
    1. ຫຼັກຖານ​ທາງ​ພາສາ​ຂອງ​ກຸ່ມ​ຊົນ​ຕະກູນ​ໄຕ​ລາວ​ຢູ່​ນອກ​ປະ​ເທດ:
    - ຄົນ​ລ້າ​ນນ​າບູຮານ ກວາ​ມ​ເອົາ​ບໍຣິ​ເວນ​ພາກ​ເໜືອ​ຂອງ​ໄທ​ຍ໌​ໄດ້​ບັນທຶກ​ໃນ​ໜັງສື​ບູຮານ ​ເປັນ​ອັກສອນ​ທັມ​ຍວນ ຫຼື​ລ້ານ​ນາ ​ໃນ​ເຣື່ອງພຣະ​ເຈົ້າລຽບ​ໂລກ ວ່າແມ່ນ້ຳສາຍ​ນີ້​ວ່າ “ຂະນະ​ນະທີ” ​​ໃນ​ໜັງສືສະບັບ​ດຽວ​ທີ່​ເປັນ​ສ່ວນ​ຂອງ​ສຳນວນ ພາສາ​ທ້ອງ​ຖິ່ນ​ວ່າ​ແມ່ນ້ຳຂອງ, ​ໄດ້​​ໄປ​ສຶກສາ​ປະຕິບັດ​ງານ​ທາງ​ພາກ​ເໜືອ​ຂອງ​ໄທຍ ກໍ​ເຫັນ​ຊາວ​ທ້ອງ​ຖິ່ນ​ວ່າ ​ແມ່ນ້ຳ ຂອງ​ເຊັ່ນ​ກັນ​ບໍ່​ໄດ້​ຮຽກ​ແມ່ນ້ຳ​ໂຂງ​ເລີຍ.
    - ຄົນ​ພະມ້າ​​ແຖວ​ທ່າ​ຂີ້​ເຫຼັກ ​ເຊື້ອສາຍ​ລາວ ຫຼື​ຕະກູ​ນ​ໄຕ​ຕ່າງໆ ຮຽກ​ແມ່ນ້ຳສາຍ​ນີ້​ວ່າ “​ແມ່ນ້ຳຂອງ” ສະ​​ໄໝ​ໄປ​ທ່ຽວ ທ່າ​ຂີ້​ເຫຼັກ​ແລະ​ຊຽງ​ຕຸ​ງ ​ເວົ້າພສາລາວ​ລື້.
    - ຄົນ​ຈັງຫວັດ​ເລີຍ ​ແລະ​ເພັດ​ຊະ​ບູນ ຮຽກ​ແມ່ນ້ຳສາຍ​ນີ້​ວ່າ​ແມ່ນ້ຳຂອງ, ປີ 1998 ​ໄປ​ຢາມ​ໝູ່​ຢູ່​ອຳ​ເພີ​ນະຄອນ​ໄທຍ ​ຖາມ​ເຂົາ​ວ່າ ພວກ​ພີ່ນ້ອງ​ຮຽກ​ແມ່ນ້ຳຂອງ​ວ່າ​ແມ່ນ້ຳຫຍັງ ​ເຂົາ​ຕອບ​ວ່າ “​ແຕ່​ກີ້ຮຽກ​ວ່າ​ແມ່ນ້ຳຂອງ” ຄົນ​ສະ​ໄໝ​ເກົ່າ ຮຽກ​ແມ່ນ້ຳຂອງ​ທັງ​ນັ້ນ, ກໍ​ໄດ້​​ໂລມ​ກັບ​ຜູ້ເຖົ້າອາຍຸ 50-80 ປີ 10 ຄົນ​ປາກົດ​ວ່າ​ເວົ້າ​ເປັນ​ສຽງ​ດຽວ​ກັນ​ວ່າ “​ແມ່ນ້ຳ ຂອງ” ​​ແຕ່​ປີ 2001-2005 ​ໄດ້​ໄປ​ອຳ​ເພີດ່ານ​ຊ້າຍ ປີ​ລະຄັ້ງສອງ​ຄັ້ງ ປາກົດ​ວ່າ ຊາວ​ອຳ​ເພີ​ດ່ານ​ຊ້າງ​ທຸກ​ຄົນ ຮຽກ​ແມ່ນ້ຳຂອງ ​ເວັ້ນ​ເສັຍ​ແຕ່​ເຂົາ​ເວົ້າພາສາ​ໄທຍຈຶ່ງ​ອອກ​ແມ່ນ້ຳ​ໂຂງ​ຕາມ​ໄທຍ໌ ​ເດັກນ້ອຍຣຸ້ນ​ໃໝ່​ຮຽກ​ແມ່ນ້ຳ​ໂຂງ​ໝົດ.
    - ປີ 2000 ​ໄປ​ແຖວ​ສີ​ຊຽງ​ໃໝ່ ​ໄດ້​ມີ​​ໂກ​ກາດ​ລົມ​ກັບ​ຄົນ​ເຖົ້າຄົນ​ໜຶ່ງ ​​ເປັນ​ເວລາ 1 ວັນ ​ເຂົາ​ຈະ​ເວົ້າປະຫວັດສາດ ​ແລະ​ພື້ນ​ວຽງ​ຈັນ​ເກ່ງ​ທີ່​ສຸດ ​ແລະ​ແມ້ນ​ຢຳ​ທີ່​ສຸດ​ເຂົາ​ກໍ​ຮຽກ​ວ່າ​ນ້ຳຂອງ​ເຊັ່ນ​ກັນ.
    - ປີ 1993 ​ໄປ​ນະຄອນ​ພະນົມ​ຊາວ​ນະ​ຄອນ​ພະນົມຣຸ້ນ​ເກົ່າ ຈະ​ຮຽກ​ແມ່ນ້ຳສາຍ​ນີ້​ວ່າ “ນ້ຳຂອງ”.
    - ສ່ວນ​ມຸກດາ​ຫານ​ຍັງ​ບໍ່​ທັນ​ໄປ ​ແຕ່​ທາງ​ເມືອງ​ອຸບົນ, ວາຣິນຊຳລາບ, ພິມູນ, ສີຣິນທອນ, ​​ເຂັມ​ມະຣາຊ ຈະ​ຮຽກ​ແມ່ນ້ຳ ຂອງ​ທັງ​ນັ້ນ.
    - ສ່ວນ​ທາງ​ຮ້ອຍ​​ເອັດ​ມະຫາສາຣະຄາມ ​ເຂົ້າ​ໄປ​ໃນ ສ່ວນ​ໃຫຍ່​ຈະ​ຮຽກ​ວ່າ​ແມ່ນ້ຳ​ໂຂງ ສົງ​ໄສ​ວ່າ​ເຂົາ​ຢູ່​ໄກ​ແມ່ນ້ຳຂອງ ຄວາມ​ຜູກ​ພັນ​ກັບ​ແມ່ນ້ຳຂອງ ບໍ່​ຄ່ອຍ​ຈະມີ, ​ເມື່ອ​ຍິນ​ໄທຍ​ເວົ້າກໍ​ເວົ້າວ່າ​ນ້ຳຂອງ​ນຳ​ເຂົາ ກໍອາດ​ເປັນ​ໄດ້.
    - ຄົນ​ຊຽງ​ຮຸ່ງຮຽກ “​ແມ່ນ້ຳລ້ານ​ຊ້າງ” ຕາມ​ພາສາ​ຈີນ ບາງ​ຄັ້ງກໍ​ຮຽກ​ວ່າ “​ແມ່ນ້ຳຂອງ” ​ໂດຍ​ສະ​ເພາະ​ຄົນ​ທີ່​ຕັ້ງບ້ານ​ເຮືອນ ຢູ່​ແຄມ​ນ້ຳສາຍ​ນີ້ (ພາສາ​ຈີນ​ວ່າ LANJIAN ​ແປ​ເປັນ​ພາສາ​ລາວ​ວ່າ ລ້ານ​ຊ້າງ).
    - ຄົນ​ຂະ​ເໝນ​ແຖວ ຊາຍ​ແດນ​ດ້ານ​ພະ​ວິຫານ ​ໃກ້ໆ​ກັບ​ບ້ານ​​ເກີດ ຜູ້​ຂຽນ (​ເມືອງ​ມະ​ໂນ​​ໄພ​ເດີມ ​ແຖວ​ທ່າ​ແກ່, ທ່ານ​ເປື້ອຍ, ທ່າ​ກະສັງ ​ເລີຍ​ເຂົ້າ​ໄປ​ຮອດ​ໃນ​ຈະ​ຮຽກ​​ແມ່ນ້ຳຂອງ​ຄື​ກັບ​ລາວ), ​ເມືອງ​ຊຽງ​ແຕງ​ຜູ້​ຂຽນ​ເຄີຍ ​ໄຊື້​ຄວາຍ​ຢູ່​ແຖວ ນັ້ນປະມານ​ປີ 1985, ​ເມື່ອ​ປີ 2001-2004 ກໍ​ເຄີຍ​ໄປ​ທ່ຽວ​ແຖວ​ນັ້ນ ຈົນ​ຮອດ​ກະ​ແຈະ, ​ເມືອງ​ທາຣາບໍຣິວັດ ຄົນ​ເຫຼົ່າ ນີ້ລ້ວນ​ແຕ່​ເວົ້າພາສາລາວ ພວກ​ເຂົາ​ກໍ​ຈະ​ຮຽກ​ແມ່ນ້ຳສາຍ​ນີ້​ວ່າ “​ແມ່ນ້ຳຂອງ”.
    2. ຊື່​ແມ່ນ້ຳຂ​ອງ​ໃນ​ພາສາ​ຕ່າງປະ​ເທດ.
    - ພາສາ​ຈີນ “ລ້ານ​ຊ້າງ ຫລື​ລ້ານ​ຈຽງ (​ໂຕ ຊ ​ເປັນ ​ໂຕ ຈ ລານຈຽງ LANJIAN). ເຮົາອາດວິເຄາະໄປໄດ້ອີກວ່າ ຊື່​ອານາ​ຈັກ​ລ້ານ​ຊ້າງ ​ເດີມມີ​ຄວາມ​ໝາຍ​ວ່າ “ມີ​ຊ້າງລ້ານ​ໂຕ ຫຼື​ອານາຈັກ​ທີ່​ເຕັມ​ໄປ​ດ້ວຍ​ຊ້າງ” ແຕ່ຫາກເຮົາວິເຄາະ ຕາມສຳນຽງຂອງຈີນ ເຮົາອາດວິເຄາະວ່າ “ລ້ານຊຽງ” ອານາຈັກທີ່ມີເມືອງຂຶ້ນ ລ້ານເມືອງ ກໍຫາກເປັນໄປໄດ້.
    - ພາສາ​ຫວຽດນາມ ຮຽກວ່າ “ທາງ​​ໃຕ້​ຮຽກ​ວ່າ ​ແມ່​ກົງ” ​ແຕ່​ພາສາ​ຫວຽດນາມ​ແທ້ໆ​ນັ້ນ ຮຽກ​ອີກ​ຢ່າ​ງໜຶ່ງ ​ໃຜ​ຮູ້ກະ ກະຣຸນາບອກ​ມາ​ແນ່ ຈະ​ເປັນ​ພຣະຄຸນ​ຍິ່ງ ​ແຕ່​ວ່າ​ຜູ້ຂຽນ​ເອງ ຈະ​ໄປ​ຫວຽດນາມ​​ໃຕ້ ວັນ​ທີ 15 ພຶດສະພາ 2007 ນີ້, ນັ່ງຣົດຈາກ​ເຊ​ກອງ​ໄປ ​ໃນຣາຄາ 145.000 ກີບ ຮອດ​ໄຊ​ງ່ອນ ສືບ​ໄດ້​ເຣື່ອງ​ແລ້ວ ຈະ​ນຳ​ມາ​ເລົ່າ​ຕໍ່.
    - ພາສາ​ຂະ​ເໝນ ຮຽກ​ວ່າ “ຕົນ​ເລ​ສາດ, ​​ຖາມ​ຄົນ​ຂະ​ເໝນວ່າ “​ແມ່ນ້ຳຂອງ” ຄົງ​ໝາຍ​ເຖິງ​ແມ່ນ້ຳ​ແຫ່ງ​ຊາດ ​ເຄີຍ​ຂີ່​ເຮືອຈາກ​ຊຽງ​ແຕງ​ ​ໄປ​ຮອດ​ກຳ​ປົງ​ຈາມ 5 ຄັ້ງ ​ແຕ່ໄປ​ຮອດ​ພະນົມ​ເປັນ 1 ຄັ້ງ ​ເມື່ອ​ປີ 2004 ​​ແມ່​ນ້ຳບ່ອນນີ້​ກວ້າງ​ໃຫຍ່​ຫລາຍ ຈະ​ແບ່ງ​ອອກ​ເປັນ​ແມ່ນ້ຳ 4 ສາຍ(ຕາມ​ພາສາ​ຂະ​ເໝນຮຽກ​ວ່າ ຈຕຸຣະມຸຂ ຄື​ແມ່ນ້ຳ 4 ໜ້າ)​ແມ່ນ້ຳ ຂອງຕໍ່​ໄປ​ຮອດ​ຫຽວດນາມ ຂະ​ເໝນຮຽກ​ວ່າ ຕົນເລກຣອມ, ​ແມ່ນ້ຳປາ​ສັກ(ອອກສຽງຕົນ​ເລ​ປາສັກ) ​ເຂົ້າ​ໄປ​ທະ​ເລ​ສາບ​ຮຽກ “ຕົນ​ເລ​ເວັຍ​ສະ” ​ເລີຍ​ໄປ​ຮອດ​ທະ​ເລ​ສາບ​ແລ້ວ ອອກສຽງ “ຕົນ​ເລ​ສະ​” ສ່ວນ​ສາຍ​ແມ່ຂ​​ອງຂຶ້ນ​ມາ​ທາງ​ຊຽງ​ແຕງ ຫຼື​ທາງ​ຄອນ​ພຣະ​ເພງຂອງ​ລາວ​ເຮົາ ຍັງ​ຄົງ​ຮຽກວ່າ​ຕົນ​ເລ​ສະ​ເໝືອນ​ເດີມ, ບາງ​ຄົນ​ບອກ​ວ່າ​ສະ​ໄໝ​ບູຮານ ຮຽກ​ວ່າ​ຕົນ​ເລ​ຊຽງ​ແຕງ ຫຼື​ຕົນ​ຊຕຶງ​ແຕຣງ ບາງ​ຄັ້ງກໍ​ຮຽກ​ວ່າ “ຕົນ​ເລ​ລຽວ” ຖ້າ​ແປ​ເປັນ​ພາສາ​ລາວຮຽກ​ “ທະ​ເລລາ​ວ”, ສຳລັບ​ແມ່ນ້ຳ​ເຊ​ກອງ​ນັ້ນ ທາງ​ຄົນ​ຊຽງ​ແຕງ-ຄົນ​ແສນ​ປາງ ​ເອງ​ກໍ​ຮຽກ​ວ່າ​ນ້ຳ​ເຊກອງ ​ແຕ່​ຄົນ​ຂະ​ເໝນຮຽກ​ວ່າ ​“ຕົນ​ເລ​​ແມ່ກົງ”.
    - ​ໃນພາສາ​ອັງກິດ, ​ເນື່ອງຄົນ​ອັງກິດ​ເອງ ບໍ່​ໄດ້​ຕິດ​ພັນ​ກັບ​ແມ່ນ້ຳສາຍ​ນີ້ ຄົງ​ອິງ​ຕາມ​ພາສາ​ຖິ່ນ ທີ່​ຮຽກ​ແມ່ນ້ຳສາຍ​ນີ້ ວ່າ “​ແມ່​ຂອງ” ​ເມື່ອ​ທຽບ​ເປັນ​ພາສາ​ອັງກິດ​ແລ້ວຈຶ່ງ​ຂຽນ​ວ່າ MEA-KHONG ຫລື MEANM-KHONG ການ​ອ່ານ​ຄົງ​ອອກສຽງ​ວ່າ​ແມ່​ຂອງ ຫຼື​ບາງ​ຄົນ​ຂຽນ​ວ່າ MAEKONG ກໍ​ຄົງ​ອ່ານ​ວ່າ ​ແມ່​ຂອງ​ເຊັ່ນ​ກັນ ​​ແຕ່​ເມື່ອ​ງບາງ​ຄົນ​ອາດ​ອອກສຽງ​ວ່າ ​ແມ່​ໂຂງ ຫຼື​ແມ່​ກົງ ສຳ​ລັບ​ການ​ອອກສຽງ​ວ່າ​ແມ່​ກົງ ຄົງ​ຈະ​ບໍ່​ຖືກ ​ເພາະວ່າ​ມີ​ແມ່ນ້ຳສາຍ​ໜຶ່ງ ທີ່​ມາ​ຈາກ​ເຊ​ກອງ ​ອັດ​ຕະປື ລົງ​ໃສ່​ຊຽງ ​ແຕງ ບ່ອນ​ບ້ານ​ຫາງ​ໂຄນັ້ນ ​ມີ​ການ​ຂຽນ​​ເປັນ​ພາສາ​ອັງກິດ​ວ່າ ​NAMSEKONG ຫຼື NAMSEAKONG ຕາມ​ການສັນນິຖານ​ການ​ຂຽນ​ຊື່​ແມ່ນ້ຳຂອງ ຄົງ​ຈະສະກົດ​ດ້ວຍ KH ຫຼາຍ​ກວ່າ K ຊື່ໆ, ພາສາ​ຝຣັ່ງກໍ​ຂຽນ​ວ່າ MEANAM KHONG ​ແຕ່​ຕ້​ອງ​ໃສ່​ກຸບທີ່​ໂຕ O.
    - ​ໃນ​ເມື່ອ​ເຮົາ​ຮູ້ທີ່​ມາ​ແບບ​ນີ້ ​ເຮົາ​ຈຶ່ງ​ມາ​ປຽບທຽບ​ ​ແລະ​ວິ​ເຄາະເບິ່ງ​ພາສາ​ໄທຍ໌ ​ໃນ​ບູຮານອາດ​ຊິ​ຮຽກ​ແມ່ນ້ຳຂອງ​ເໝືອນ​ລາວ, ​ແຕ່ຄົນ​​ໄທຍ໌​ເອງ ບໍ່​ຄ່ອຍ​ຈະ​ມີ​ຄວາມ​ຜູກ​ພັນ ​ແລະ​ຕິດ​ພັນ​ກັບ​ແມ່ນ້ຳຂອງ​ມາ​ແຕ່​ສະ​ໄໝ​ບູຮານ ​ເພາະ​ມີຫຼັກຖານ ໜຶ່ງ​ວ່າ “ລາວ​ອົບ​ພະ​ຍົບລົງ​ມາ​ທາງ​ແມ່ນ້ຳຂອງ ​ແລະ​ແມ່ນ້ຳປິງ ຍົມ ນ່ານ, ສ່ວນ​ໄທ​ອົບ​ພະຍົບລົງ​ໄປ​ທາງ​ແມ່ນ້ຳ​ເຈົ້າພະຍາ” ​ແລະ​ຫຼັກ​ຖານ​ໜຶ່ງ​ຂອງ​ກອນ​ມະຫາ​ແກ້ວ​ຂຽນ​ບົດ​ທ່ອງ​ຂຶ້ນ​ໃຈ​ ​ໃນ​ແບບຮຽນ​ສະ​ໄໝ​ເກົ່າວ່າ “ປະ​ເທດ​ຂ້ອຍ​ຊັ້ນຊື່​ເມືອງ​ລາວ ລວງ​ກວ້າງ​ຍາວ ສຸດ​ຕາ​ເຫຼືອ​ອ່ານ ນຳ​ຂອງ​ຜ່ານ​​ໄຫລ​ຜ່າ​ທາງ​ກາງ ມີ​ຫົນ​ທາງ​ຖນົນ​ສະ​ອາດ ປະ​ເທດ​ຊາດ ລາວ​ໃຫຍ່​ໄພ ສານ ​ເຮົາ​ລູກ​ຫຼານ​ເກີດ​ມາ​ພາຍຊ້ອຍ ​ຄວນ​ຊູ​ຊ່ອຍ​ສ້າງ​ບ້ານ​ເມືອງ​ລາວ ​ໃຫ້​ຢືດຍາວ​ຕໍ່​ໄປ​ພາຍ​ໜ້າ ຢ່າ​ໃຫ້​ຫຼ້າ​ເຂົາ​ແທ້ ໝູ່ລາວ (ສຳລັບ​ກອນ​ບົດ​ນີ້ ຜູ້​ຂຽນ​ໄດ້​ຈື່​ມາ​ຕັ້ງ​ແຕ່​ເດັກນ້ອຍ ອາດ​ມີ​ການ​ຜິດພາດ​ບາງ​ປະການ ຫາກ​ໃຜ​ຈື່​ໄດ້ ຫຼື​ເຫັນ​ວ່າ​ມີ ຜິດ​ບ່ອນ​ໃດ ກະຣຸນາ​ແກ້​ໄຂ​ໃຫ້​ແນ່), ​​ເມື່ອ​ເປັນ​ເຊັ່ນ​ນັ້ນ ຄົງ​ສັນນິຖານ​ວ່າ ຄຳ​ວ່າ​ “​ແມ່ນ້ຳ​ໂຂງ​” ໃນພາສາ​ໄທຍນັ້ນ ອາດ​ແມ່​ເປັນ​ສຳນຽງ​ໃໝ່ ທີ່​ໄທຍກຳນົດ​ເອົາ​ຕາມ ສຳນຽງ​ຂອງ​ພາສາ​ຝຣັ່ງ-ອັງ ກິດ ​​ເພາະ​ຄຳ​ວ່າ KHONG ​ໃນ​ພາສາ​ຝຣັ່ງ-ອັງກິດນັ້ນ ຈະ​ອ່ານ​ອອກສຽງ​ເປັນ​ໄດ້​ທັງ “ຂ​ອງ” ​ແລະ “​ຄົງ” ຫຼື “ໂຂງ” ອັນ​ນີ້​ສາມາດ​ພິສູດ​ໄດ້​ຈາກ​ຊື່ ມະຫາວິທະຍາ​ໄລ​ດົງ​ໂດກ​(ມະຫາວິທະຍາ​ໄລ​ແຫ່ງ​ຊາດ) ​ໄທຍ໌ຄວນ​ຊິ​ອ່ານ​ວ່າ ດົງ​ໂດກ​ເໝືອນ​ລາວ ແຕ່​ໄທຍ໌ພັດ​ອອກສຽງ​ວ່າ “ດອງ​ດອກ” ​ເຊິ່ງ​ເຮັດ​ໃຫ້​ສຳນຽງ​ຂອງ​ພາສາ​ລາວ​ປ່ຽນ​ໄປ ​ໃນ​ພາສາ ໄທຍ໌, ຄວາມ​ຈິງ​ແລ້ວຄຳ​ວ່າ “ດົງ” ​ໃນ​ພາສາ​ໄທ​ຍ໌ກໍ​ມີ ​ເຊັ່ນ “ດົງ​ພະຍາ​ໄຟ​, ດົງ​ພະຍາ​ເຢັນ” ດັ່ງນີ້, ​ແທນ​ທີ່​ທີ່​ລາວ ຈະ​ຮຽກ​ຕາມ​ສຳນຽງ​ລາວ ທີ່​​ໃຊ້ອັກສອນ​ລາວ​ເປັນ​ເຄື່ອງ​ວັດ ສົງ​​ໄສ​ວ່າ​ໄທຍ໌ອ່ານ​ຕາມ​ສຳນຽງ​ຂອງ​ພາສາ​ຝຣັ່ງ (Dong-Dok) ຖ້າ​ເປັນ​ເຊັ່ນ​ນັ້ນ ຄຳ​ວ່າ ​ແມ່​​ນ້ຳໂຂງ ​ໃນ​ພາສາ​ໄທຍ໌ນັ້ນ ​ໄທຍ໌ຄົງຈະ​ອິງ​ຕາມ​ສຳນຽງ​ພາສາ​ຝຣັ່ງ-ອັງ ກິດ ຖ້າ​ເປັນ​ເຊັ່ນ​ນັ້ນ ​ຄຳ​ວ່າ ​​“​ແມ່ນ້ຳຂອງ” ຕ້ອງ​ຊື່​ເດີມ ຂອງ​ແມ່ນ້ຳສາຍ​ນີ້.
    - ກໍ​ໄດ້​ເອົາ​ແຕ່ຜູ້​ຊິ​ອ່ານ; ​ເພາະວ່າ​ໃນ​​ເມືອງ​ລາວ​ນີ້ ມີ​ເມືອງ​ໜຶ່ງ​ຢູ່​ແຂວງ​ສາຣະວັນ​ວ່າ “​ເມືອງ​ຄົງ​ເຊ​ໂດນ” ​​ກໍ​ຂຽນວ່າ “MEUANG KHONGSEADONE” ກໍ​ໃຊ້ “KHONG”.
    3. ຊື່​ແມ່ນ້ຳຂອງ​ໃນ​ວັນນະຄະດີ.
    - ວັນນະຄະດີ ຕຳນານ​ອຸຣັງຄະ​ນິທານ ຫຼື​ອຸຣັງຄະທາ​ດ ຮຽກ​ວ່າ “ຂະນະ​ນະທີ” ​ແລະ​ແມ່ນ້ຳຂອງ.
    - ວັນນະຄະດີ ​ຕຳນານຂຸນ​ບູຣົມ ປາກົດ​​ເຫັນ​ຊື່ ​ແມ່ນ້ຳຂອງ ວ່າ "ຂະນະ​ນະທີ” ​ແລະ​ແມ່ນ້ຳຂອງ​ເຊັ່ນ​ກັນ.
    - ວັນນະຄະດີ ພະ​ລັກ​ພະ​ລາມ ກໍ​ປາກົດ​​ເຫັນ​ “ຂະນະ​ນະ​ທີ ​​ແລະ​ແມ່ນ້ຳຂອງ” ​ເຊັ່ນ​ກັນ.
    - ວັນນະ​ຄະດີ​ລາວອື່ນໆ ກໍ​ປາກົດ​ເຫັນ​ເຊັ່ນ​ນັ້ນ.
    ​ເມື່ອ​ມາ​ເບິ່ງ “ຂະນະ” ​ເປັນ​ພາສາ​ປາລີ ​ເມື່​ອມາ​ເບິ່ງ​ດ້ານພາສາ​ລາວ ທີ່​ປາກົດ​ໃນ​ວັນນະຄະດີ ກໍ​ຮຽກ​ວ່າ​ແມ່ນ້ຳຂອງ ກໍ​ສາມາດ​ພິສູດ​ໄດ້​ວ່າ “​ແມ່ນ້ຳຂອງ​ເປັນ​ຊື່​ແທ້​ຂອງ” ​ແມ່ນ້ຳສາຍ​ນີ້
    4. ຊື່​ແມ່ນ້ຳຂອງ​ໃນ​ວັນນະຄະດີ​ໄທຍ໌ ບໍ່​ປາກົດ​ເຫັນ​ຊື່​ແມ່ນ້ຳສາຍ​ນີ້ ອັນ​ນີ້​ສະ​ແດງ​ໃຫ້​ເຫັນ​ວ່າ ​ໄທ​ສຍາມ​ບູຮານ ບໍ່​ມີ​ສິດທິ​ໃນ​ແມ່ນ້ຳສາຍ​ນີ້.
    5. ປະມານ​ປີ 1870-1900 ​ກໍຣະນີປັກ​ປັນ​ເຂດ​ແດນ​ສຍາມ-​ຝຣັ່ງ​ໄດ້ມີ​ຄວາມ​ສຳຄັນ​ຕໍ່ສຍາມ ​ໃນ​ພາກ​ພື້ນ​ຫົວ​ເມື​ອງລາວ ທາງ​ອີສານ ຈຶ່ງ​ເຮັດ​ໃຫ້​ສຍາມ​ຮູ້ຈັກ​ແມ່ນ້ຳຂອງ ອາດ​ເປັນ​ໄຣຍະ​ນີ້​ເອງ ທີ່​ສຍາມ​ບັນຍັດ​ຊື່ “​ແມ່ນ້ຳ​ໂຂງ” ​ໃນ​ພາສາ​ໄທ​ຍ໌ສຍາມ.
    6. ຄຳ​ວ່າ​ດອນ​ໂຂງ, ​ໃນ​ພາສາ​ລາວ​ນັ້ນ ​ໃນ​ໜັງສື​ບູຮານ​ນັ້ນ ມີ​ຊື່​ໜຶ່ງ​ອີກ​ຕ່າ​ງຫາກ ​ແຕ່​ຕໍ່​ມາ​ຈຶ່ງ​ປ່ຽນ​ມາ​ເປັນ​ດອນ​ໂຂງ, ຕາມ​ການ​ສັນນິຖານ​ຂອງ​ນັກ​ຄິດ​ລາວ​ຫລາຍ​ຄົນ​ກ່າວ​ເຖິງ​ທີ່​ມາ​ຂອງ​ຄຳ​ວ່າ​ດອນ​ໂຂງນັ້ນ ບໍ່​ໄດ້​ກ່ຽວ​ກັບ​ແມ່ນ້ຳຂອງເລີຍ ​ເຖິງ​ວ່າດອນ​ໂຂງ​ນັ້ນ ຈະຕັ້ງຢູ່​ໃນ​ລຳ​ແມ່ນ້ຳຂອງ​ຕອນ​ໃຕ້​ກໍ​ຕາມ.
    - ທີ່​ນີ້ ດອນ​ໂຂງ​ມີ​ທີ່​ມາ​ດັ່ງ​ນີ້ ຄື:
    (1). ​ໃນ​ໜັງ​ສືພຣະລັກພຣະຣາມ ​ແມ່ນ​ມີ​ຊື່​ຕ່າງ​ຫາກ​ນິມິ​ຕ ​ແມ່ນ​​ເກີດ​ຈາກ​ນິມິດ​ຂອງ​ພຣະລັກ​ນັ້ນ​ເອງ
    (2). ​ຄຳ​ວ່າ “ດອນ​ໂຂງ​” ນັ້ນບາງ​ທ່ານ​ວ່າ ມາ​ຈາກ​ຄຳ​ວ່າ “​ຊ້າງ​ໂຂງ​ໜຶ່ງ” ຄື​ຊ້າງ​​ໂຕໜຶ່ງ, ມີ​ນິທານ​ພື້ນ​ເມືອງ​ວ່າ “ສະ​ໄໝ​ແຕ່​ກີ້ ທີ່​ດອນ​ໂຂງ​ມີ​ຊ້າງ​ໂຂງ​ໜຶ່ງ​ມາ​ຕາຍ​​ໄຫຼມາ​​ເປີະຫົວ​ດອນ​ທີ່​ນັ້ນ, ​ເມື່ອ​ຊາວ​ຄົວ​ວຽງ ຂອງ​ສົມ​ເດັດ​ພຣະ ຄຣູຂີ້​ຫອມ ປມານ ຄ.ສ 1580-1641 ​ໄປ​ເຫັນ​ກໍ​ເອົາຣືກນີຕັ້ງຊື່ດອນ, ຫຼັກ​ຖານ​ຊາວ​ຄົວ​ວຽງ ​ໄປ​ຂຶ້ນ​ທີ່​ບ້ານ​ເມືອງ​ແສນ ຈຶ່ງ​ເຮັດ​ໃຫ້​ຊາວ​ເມືອງ​ແສນ​ເວົ້າສຳນຽງ​ວຽງ​ຈັນ​ຮອດ​ບັດ​ນີ້ ​ແລະ​ຂະຫຍາຍຕົວ​ໄປ​ຮອດ​ຂະ​ເໝົາ, ດອນ​ໂລງ ນາ​ດີ (​ເວົ້າສຳ​ສຽງ​ຄ້າຍ​ວຽງ​ຈັນ-ທ່າ​ແຂກ) ດ້ວຍ​ເຫດ​ນີ້​ດອນ​ໂຂງ​ຈຶ່ງ​ມີ​ຊືປາກົດ​ມາ​ຮອດ​ບັດ​ນີ້.
    - ສ່ວນ​ຄຳ​ວ່າ​ສີ​ພັນ​ດອນ​ນັ້ນ ​​ເປັນ​ຊື່​ຂອງ​ການ​ລຳ ຂອງ​ຊາວ​ເມືອງ​ໂຂງ, ບາງ​ທ່ານ​ຄຳ​ວ່າ​ສີ​ພັນ​ດອນ ມາ​ຈາກ​ມີດ​ອນຮອດ 4000 ດອນ(ຄວາມ​ຈິງ​ດອນ​ໃນ​ເຂດ​​ເມືອງ​ໂຂງ ​ແລະ​ເມືອງ​ມຸນ​ລວມກັນ​ບໍ່​ເຖິງ 1000 ດອນ, ຜຂ ​ເກີດ​ທີ່​ດອນ​ໜຶ່ງ​ໃນ​​ເມືອງ​ໂຂງ ຢັ້ງຢືນ​ໄດ້)
    - ​ແຕ່​ຜູ້​ເຖົ້າບາງ​ຄົນ​ເວົ້າວ່າ ຄຳ​ວ່າ​ສີ​ພັນ​ດອນ​ນັ້ນມີ​ທີ່​ມາ​ຈາກ​ທີ່ຝຣັ່ງ ​ໄດ້​ເຂົ້າມາ​ລາວ​ຕາມ​ລຳ​ແມ່ນ້ຳຂອງ ​ໄດ້​ນັບ​ດອນ​ມາ​ຈາກ​ປາກ​ແມ່ນ້ຳຂອງ ​ເມື່ອ​ມາຮອດ​ດອນ​ໂຂງ​ນີ້​ກໍ​ໄດ້ 4000 ດອນ​ພໍດີ ຈຶ່ງ​ໃຫ້​ຄົນ​ຮຽກ​ວ່າ​ສີ່​ພັນ​ດອນ ຕໍ່​ມາ​ຜ້ຽນ​ມາ​ເປັນ ສີ​ພັນ​ດອນ​ໃນ​ໄລຍະ​ຕໍ່​ມາ.
    - ສ່ວນ​ຊື່​ເປັນ​ທາງ​ການ​ຂອງ​ລາວ​ນັ້ນ ​​ເມືອງ​ໂຂງ​ມີ​ຊື່ວ່າ “ສຣີທັນ​ດອນ" ອັນ​ໄດ້​ມາ​ຈາກ ຊື່​ຊ້າງ​ສາມ​ຫົວ ອັນ​ເປັນ​ສັດ​ຊົງ​ຂອງ​ພຣະຍາ​ອິນທາ​ທິຣາຊ ​​ເນື່ອງ​ຈາກ​ດອນ​ໂຂງ​ມີ​ຊື່​ກ່ຽວ​ພັນ​ກັບ​ຊ້າງ ຈຶ່ງ​ຕັ້ງ​ແຂວງ​ນີ້ ຊື່ວ່າ​ແຂວງ​ສຣີທັນ​ດອນ ປະມານ​ປີ 1962 ພ້ອມ​ກັບ​ແຂວງ​ວາປີ​ຄຳ​ທອງ ​ແລະ​ແຂວງ​ຫົວ​ຂອງ.​
    - ສິ່ງ​ທີ່​ເຂົ້າ​ໃຈ​ັຂອງ​ຜູ້​ຂຽນ​ເອງ​ນັ້ນ ຄິດ​ວ່າ​ດອນ​ໂຂງ​ໃນ​ສະ​ໄໝ​ບູຮາ​ນຄົງ​ຊື່ວ່າ “ດອນຊ້າງ” ອັນ​ນີ້(​ເປັນ​ຄຳ​ສັນນິຖານ​ເດີ​ກຳລັງ​ຫາ​ຫຼັກ​ຖານຢູ່) ​ເພາະວ່າ​ຢູ່​ໃນ​ເມືອງ​ໂຂງ​ມີ 2 ດອນ​ຊື່ວ່າ​ “ດອນຊ້າງ” ດອນ​ໜຶ່ງ​ຢູ່ຫາງ​ດອນ​ລົປະ​ດີ ຮຽກ ວ່າ​ດອນ​ຊ້າງ, ​ແລະ​ອີກ​ດອນ​ໜຶ່ງ​ວ່າ “ດອນ​ຊ້າງ​ນ້ອຍ” ​ໃກ້ກັບ​ດອນ​ລຽງ ​ແຕ່​ບໍ່​ປາກົດ​ເຫັນ​ຄຳ​ວ່າ “ດອນ​ຊ້າງ​ໃຫຍ່​ເລີຍ” ​ແລະ​ອີກ​ດອນໜຶ່ງຢູ່​ເຂດຊຽງ​ແຕງ ​​ໃກ້​ກັບ​ສາມ​ໂບກ(ຂະ​ເໝນຮຽກ​ວ່າ “ສຽມ​ໂບກ” ​ເຊັ່ນ​ດຽວ​ກັນ​ແສນ​ປາງ ຂະ​ເໝນຮຽນ​ສຽມ​ປາງ) ມີດ​ອນໜຶ່ງ​ຊື່ວ່າ​ “ດອນ​ຊ້າງ” ​ໃຫຍ່​​ແທ້​ໆແຕ່​ບໍ່​ມີ​ຄົນ​ຢູ່​ໜາ​ແໜ້ນ ຜູ້ຂຽນ​ເຄີຍ​ເຫັນ​ແຕ່​ບໍ່​ເຄີຍ​ຂຶ້ນ​ໄປ ຖາມ​ຄົນ​ລາວ​ຊຽງ​ແຕງ​ບອກ​ວ່າ​ “ດອນ​ຊ້າງ” ​ແຕ່​ພາສາ​ຂະ​ເໝນຮຽກ​ວ່າ “​ເກຣາ​ະດຳ​ເດີ​ຍ” ອັນ​ນີ້​ສະ​ແດງ​ໃຫ້​ເຫັນ​ວ່າດອນ​ໂຂງ​ນີ້ ຄົງ​ຈະ​ມີ​ຊື່ວ່າ​ດອນ​ຊ້າງ ​ເພາະ​ຄຳ​ວ່າ “​ໂຂງ” ມີ​ຄວາມໝາຍ​ໃກ້ຄຽງ​ກັບ​ຊ້າງ ດັ່ງ​ທີ່​ກ່າວ​ແລ້ວ ຈັ່ງ​ໃດ​ກໍ​ຕາມຫາກ​ທ່າ​ນ​ໃດ​ມີ​ຄວາມ​ເຫັນ​ເປັນ​ຕ່າງ ຫຼື​​ເພີ່ມ​ຕື່ມ​ໄດ້​ຍິນ​ດີ​ນ້ອມ​ຮັບ ຂໍ້​ຄິດ​ເຫັນ​ນັ້ນຖ້າ​ມີ​ເງືອນ​ໄຂ​ທີ່​ຈະ​ປະກອບ​ບົດ​ຄວາມ​ນີ້​ໄດ້ ຜຂ ຈະ​ຖື​ເອົາ​ເປັນ​ຫຼັກ​ຖານ​ເພື່ອ​ເຮັດ​ບົດ​ຂຽນ​ນີ້ດີ​ຍິ່ງ​ຂຶ້ນ.