วันอาทิตย์ที่ 14 ตุลาคม พ.ศ. 2550

( ຕົວຢ່າງພື້ນຫຼັງຊີດີ mp 3)

ແນະນຳ ແຜ່ນ MP3 ເທສນາເຣື່ອງພຣະເວສສັນດອນ 13 ກັນ ສະບັບສົມບູນຄືເທສນ໌ຕາມປຶ້ມຂອງທ່ານມະຫາສິລາ ວິຣະວົງສ໌ ---------ໃນອາທິຕທີ່ ຜ່ານມາ ມີທ່ານອາຈາຣຍ໌ບຸນເຕີມ ສີບຸນເຮືອງ ອອກແຜ່ນ MP3 ເຣື່ອງພຣະເວສສັນດອນ 13 ກັນ ສະບັບສົມບູນ ໄລຍະເວລາເທສນນ໌ໃນແຜ່ນ 10 ຊົ່ວໂມງ 07 ນາທີ 07 ວິນາທີ। ການເທສນ໌ນັ້ນຫຼາຍທຳນອງ ແລະ ຫຼາຍສຳນຽງ ຄື ເທສນ໌ເດີນ, ເທສນ໌ຮ່າຍ, ເທສນ໌ແລ່ຫຼິ້ນສຽງ, ທຳ ນອງຊ້າງທຽມແມ່, ລົມພັດໃຜ່, ຟອງຟາດໃຄ້, ກາເຕັ້ນກ້ອນ, ນົກກະແຊວຂ້າມທົ່ງ ແລະທຳມອງທົ່ວໄປ, ຟັງເພື່ອປະດັບຄວາມຮູ້ທາງສາສນາ ແລະຜູ້ຮຽນເທສນ໌ໃໝ່ຟັງເພື່ອເປັນບົທຮຽນ, ເປັນສຳນວນ ແລະທຳນອງລາວບູຮານ ຟັງແຈ້ງເຂົ້າໃຈງ່າຍ ຢາກໄດ້ຕິດຕໍ່ທາງໂທຮະສັພທ໌ 856 20 751-7076 ທີ່ປາກົດໃນ ແຜ່ນ ແຜ່ນຂອງແທ້ລາ ຄາ 30.000 ກີບ 3.20 ດອລລ໌, 120 ບາດ ເພີ່ມຄ່າສົ່ງ ເມືອງໄທຍ ເພີ່ມອີກ 100 ບາດ ປະເທດອື່ນໆ ອີງຕາມຣາຄາພັດສະດຸ ຄົງບໍ່ເກີນ 3 ດອລລ່າ.


ບໍ່ມີວາງຂາຍຕາມທ້ອງຕລາດ ແຕ່ຢາກໄດ້ຕິດຕໍ່ທ່ານອາຈາຣຍ໌ບຸນເຕີມເອງກໍໄດ້ ເບີໂທຣ 021 212141

ຫຼືຢາກໄດ້ເປັນສິ່ງສະສົມ ຕິດຕໍ່ຂ້າພະເຈົ້າກໍໄດ້ ຈະອາສາຈັດສົ່ງໃຫ້ ພຽງແຕ່ເສັຍຄ່າສົ່ງໃຫ້ກໍໄດ້ (ນິວ)

(ທັງໝົດນີ້ ບໍ່ໄດ້ໂຄສະນາສິນຄ້າ ແຕ່ແນະນຳໃຫ້ຮູ້ ເພາະວ່າການເທສນ໌ເປັນເຣື່ອງດີ ຈຶ່ງແນະນຳ)






ໂຫຣາສາສຕຣ໌ເສສສິບ

ໂຫຣາສາສຕຣ໌ເສສສິບ
ຕຳຣາໂຫຣາສາສຕຣ໌ເສສສິບນີ້ ເປັນຕຳຣາບູຮານທີ່ປາກົດໃນຕຳຣາໂຫຣາສາສຕຣ໌ລາວ ຕັ້ງບູຮານະກາລແລ້ວ, ນັກໂຫຣາສາສຕຣ໌ລາວທັງຣາຊສຳນັກ ແລະໂຫຣາສາສຕຣ໌ທົ່ວໄປຍ່ອມໃຊ້ກັນ, ຕຳຣານີ້ທາງໄທຍ໌ຮຽກວ່າ “ຕຳ ຣາເສສພຣະຈອມເກົ້າ” ຄືຣາຊກາຣທີ່ 4 ແຫ່ງຣັຕນະໂກສິນທຸ໌, ອົງຄ໌ທີ່ສ້າງລັທທິທັມມະຍຸຕິກາຍໄນສຍາມປະ ເທສນັ້ນແລ້ວ ຂພຈ ໄດ້ກ່າຍເອົາຕຳຣານີ້ມາຈາກປະຕິທິນ 150 ປີ, ເພາະເຫັນວ່າໃຊ້ງ່າຍ ແລະມີຄວາມແມ້ນ ຢຳອີກຕາຣາໜຶ່ງ, ກາຣທີ່ ຂພຈ ກ່າຍເອົາມແບບປະຣິວັດຄຳຕໍ່ຄຳເລີຍ ພຽງແຕ່ຄຳໃດເປັນສຳນວນພາສາໄທຍ໌ ກໍປະຣິວັດໃຫ້ເປັນສຳນວນລາວເທົ່ານັ້ນ ບໍ່ໄດ້ປ່ຽນແປງ​ເນື້ອ​ຄວາມເລີຍ, ເຫຕຸຜົລທີ່ ຂພຈ ເອົາມາລົງໃນອິນສາຍ​ເຊ​ລໍາ​ເພົາ​ນີ້ ມີຕອນໜຶ່ງທີ່ສະແດງໃຫ້ເຫັນວ່າ ເຖິງວ່າລາວເຮົາເຖິງຈະເປັນເມືອງຣາຊຂອງສຍາມເຖິງ 60 ກວ່າປີ ລາວເຮົາບໍ່ໄດ້ຮັບອິດທິພົລທາງສຍາມມາໃຊ້ເລີຍ ໃນທາງກົງກັນຂ້າມກັນກັບເປັນວ່າໄທຍ໌ຍັງຮັບເອົາວັດ ທະນະທັມລາວໄປໃຊ້ສາດ້ວຍຊ້ຳ ດັ່ງທີ່ເຮົາເຫັນເປັນປະຈັກໃນຕຳຣານີ້ ຄື ຄວາມຕອນໜຶ່ງວ່າ “…ຕຳຣານີ້ເປັນທີ່ຍອມຮັບປະຕິບັຕໃຊ້ກັນມານານ ທັງແດນສຍາມກວ້າງໄກໄປເຖິງ ພະມ້າ ມອນ ຂອມ ແຂກ.” ໃນຄວາມຕອນນີ້ ຍ່ອມສະແດງໃຫ້ເຫັນວ່າອິດທິພົລວັດນະທັມທາງໄທຍ ບໍ່ໄດ້ມີກາຣບັນທຶກໄວ້ວ່າມາຮອດລາວ, ເພາະໃນຂະນະນັ້ນ ລາວເຖິງວ່າຈະຢູ່ປະເທສາຣາຊຂອງສຍາມກໍຕາມ ແຕ່ທາງຣາຊກາຣສຍາມກໍຍັງຍອມຮັບໃນຄວາມເປັນລາວຢູ່ ດັ່ງເຮົາຈະເຫັນກາຣປົກຄອງຂອງສຍາມທາງຣັຖະສາສຕຣ໌ ແລະກາຣເມືອງບໍ່ສາມາຖຂ້າມຜ່ານດົງພຣະຍາໄພມາເລີຍ ຫຼັກຖານນີ້ ເຮົາຈະເຫັນໄດ້ຈາກລັກສະນະການປົກຄອງຂອງສຍາມໃນຣາຊກາຣຂອງຈຸນຈອມເກົ້າ ໄດ້ພຽງແຕ່ເຫັນດີເຫັນພ້ອມໃຫ້ຄົນທ້ອງຖິ່ນປົກຄອງທ້ອງຖິ່ນ ໂດຍທີ່ໃຫ້ຄົນທ້ອງຖິ່ນເປັນຄົນເລືອກຜູ້ນຳ ໃນສມັຍນັ້ນ ທີ່ນະຄອຣຈຳປາສັກກໍມີພຣະເຈົ້າສ້ອຍສີສມຸທພຸທທາງກູລເປັນພຣະເຈົ້າຊີວິຕ ສ່ວນຢູ່ວຽງຈັນຖືກຍຸບໃນສມັຍພຣະນັ່ງເກົ້າຈຶ່ງບໍ່ມີຜູ້ສືບຣາຊະບັນລັງໃນນະຄອຣວຽງຈັນ ​ແຕ່​ໄດ້​ແຕ່ງ​ຄົນ​ລາວ​ເອງ​ເປັນ​ຜູ້​ຣາຊກາ​ຣວຽງ​ຈັນ ທີ່​ໜອງ​ຄາຍ ສະນັ້ຮ​ເຮົາ​ຈຶ່ງ​ເຫັນ​ວ່າ​ທີ່​ໜອງ​ຄາຍ​ມີ​ວັດ ຊື່​ຄ້າຍ​ວັດ​ໃນ​ນະຄອນ​ວຽງ​ຈັນ​ຫຼາຍ​ວັດ ສ່ວນ​ວຽງ​ກາຍ​ເປັນ​ເມືອງຮ້າງ, ສ່ວນຢູ່ນະຄອຣຫລວງພຣະບາງ ມີ​ຜູ້​ປົກຄອງມີຫລາຍອົງ ຈົນຮອດພຣະເຈົ້າສັກຣີນອັນ ນີ້ສະແດງໃຫ້ເຫັນວ່າສຍາມບໍ່ໄດ້ປົກຄອງລາວ ແລະລາວເອງເປັນແຕ່ພຽງປະເທສຣາຊ ຄືຫົວເມືອງຊ່ວຍຕ້ອງສົ່ງບັນນາກາຣໃຫ້ສຍາມເທົ່ານັ້ນ, ແຕ່ດ້ວຍເຫຕຸໃດ ໃນບົທຄວາມຫລາຍບົທຣວມທັງບົທນີ້ດ້ວຍ ໄທຍຈຶ່ງບໍ່ກ່າວເຖິງລາວ, ເມື່ອບໍ່ກ່າວເຖິງກໍຍ່ອມເຮັດໃຫ້ເຫັນວ່າ ວັດທະນະທັມຕ່າງໆທີ່ລາວມີຢູ່ ທັງທີ່ຄືກັບໄທຍ ແລະບໍ່ຄືກັບໄທຍ໌ນີ້ ລ້ວນແຕ່ເປັນຂອງລາວເອງ ແຖມຍັງໄປເຜີຍແຜ່ໃນວັທນະທັມໄທຍ໌ ໂດຍຄົນລາວທີ່ອົພຍົບໄປຢູ່ໄທຍ໌ ແລະຄົນລາວໃນອີສານ ແລະໃນລ້ານນາ ເປັນຜູ້ເຜີຍແຜ່ຈົນປະສົມປະສານເປັນວັທທະນະທັມໄທຍ໌​ເຊິ່ງແຍກກັນບໍ່ອອກ ວ່າອັນໃດເປັນຂອງໄທຍ໌ອັນໃດເປັນຂອງລາວ, ອີກຕາມຫລັກຖານພະຍານທັງວັຕຖຸ, ພະ ຍານທາງບຸຄຄົລ ແລະພະຍານທາງຕໍາຣາແລ້ວ ວັທທະທັມໄທຍ໌ແມ່ນມີອິທທິພົລຈາກລາວ ເພາະ​ໄທຍ໌ກຳເນີດຫຼັງຈາກທີ່ລາວລົ້ມສລາຍ, ແລະສຍາມດຳຣົງວັທທະທັມມອນ, ຂເມຣມາກ່ອນ ແຕ່ມີວັທທະນັທມລາວປົນຢູ່ຢ່າງຫຼວງຫຼາຍເຊັ່ນນີ້ ທັງພາສາປາກເວົ້າ, ອັກສຣ, ປະເພນີ, ຈາຣີຕຕ່າງໆ ຣວມທັງຕໍາຣາເສສ 10 ທີ່ຈະກ່າວຕໍ່ໄປນີ້ ທາງໄທຍ໌ວ່າເປັນສູຕຂອງຈຸລຈອມເກົ້າຄິດຄົ້ນ ຖ້າຢ່າງນັ້ນເປັນໄປໄດ້ບໍ່ວ່າ ຈຸລຈອມເກົ້າໄດ້ເອົາແບບຢ່າງວິທີຄິດມາຈາກລາວ ຫຼືຂເມຣ ຫຼືພະມ້າທີ່ໃຊ້ສູຕນີ້ມາກ່ອນ, ຄວາມທີ່ໃຫ້ເຂົ້າໃຈວ່າລາວໃຊ້ສູຕນີ້ມາກ່ອນ ກໍເພາະວ່າສູຕໂຫຣສາສຕຣ໌ກໍມີສູຕນີ້ເຊັ່ນກັນ ແຕ່ຈູລຈອມເກົ້າເອງ ກໍເປັນກະສັຕຍ໌ໄທຍ໌ຫຼັງຈາກລາວລົ້ມສລາຍແລ້ວ ກາຣລົມສລາຍຂອງລາວໃນສມັຍນີ້ ບໍ່ແມ່ນລົ້ມປະເທສ ແຕ່ລົ້ມອຳນາຈທາງກາຣເມືອງ ສ່ວນກາຣປົກຄອງຍັງຄືເກົ່າ ຈຶ່ງເຮັດໃຫ້ວັທນະທັມຫຼາຍຢ່າງຂອງລາວຍັງຄົງຕົວຢູ່ ເພາະວ່າວັທນະທັມລາວສມັຍນັ້ນຍັງແຂງ, ເພື່ອຢາກໃຫ້ພວກເຮົາເຂົ້າໃຈຈະແຈ້ງໃນບົທຄວາມຂ້າງຕົ້ນນີ້ ພ້ອມທັງເອົາສູຕນີ້ໄປໃຊ້ໄດ້ໃນຊີວິຕຈິງ ຈຶ່ງຂໍປະຣິວັຕມາຄວາມຕໍ່ຄວາມເລີຍດັ່ງນີ້:

ຕຳຣາເສສພຣະຈອມເກົ້າ
ພຣະບາທສົມເດັຈພຣະເຈົ້າຊີວິຕ(ໄທຍ) ຣັຊກາຣທີ 4 ມີພຣະນາມອີກພຣະນາມໜຶ່ງວ່າ ພຣະບິດາແຫ່ງວິທຍາ ສາຕຣ໌ໄທຍ໌ ເພາະຊົງເປັນນັກດາຣາສາສຕຣ໌ຜູ້ຍິ່ງໃຫຍ່ ພຣະອົງຄ໌ໜຶ່ງໃນສາກົລໂລກ ເປັນທີ່ຍອມຮັບຂອງທັງ ຊາວໄທຍ໌ ແລະຊາວຕ່າງຊາຕ ທັງນັກວິທະຍາສາຕຣ໌ໄທຍ໌ ແລະນັກກຣາຣາສາສຕຣ໌ ພຣະອົງຄ໌ຊົງພຣະຍາ ກຣນ໌ໄດ້ແມ້ນຢຳ ຄຳນວນປີ ເດືອນ ວັນ ເວລາ ນາທີ ວິນາທີ ແລະສະຖານທີ່ທີ່ຈະເກີດສຸຣິຍາປະຣາຄາ (ກົບກິນຕາເວັນ) ທີ່ຕາແສງຫວ້າກໍ ແຂວງປຣະຈວບຄີຣິຂັນທ໌ ວັນທີ 18 ສິງຫາ ພ.ສ 2411 ປີມະໂຣງ, ເວລາ 10.32 ໂມງ ພຣະປີຊາສາມາທຂອງພຣະອົງຄ໌ ສຍົບຄຳມິ່ນປມາທຈາກຊາວຕ່າງຊາຕ ໃນສມັຍນັ້ນທີ່ມຸ້ງຈະລ່າໄທຍ໌ ໃຫ້ຕົກເປັນເຂຕອານານິຄົມຂອງພວກເຂົາ.

ພຣະອົງຄ໌ຊົງດຳຣິຕຳຣາເສສ ເພື່ອທຳນາຍໂຊຄຊາຕາຣສີທາງຫລັກໂຫຣາສາສຕຣ໌(ອັນນີ້ເປັນຫຼັກຖານທີ່ໄທຍ໌ ຍອມຮັບເປັນທາງກາຣວ່າຕຳຣານີ້ ເປັນຂອງພຣະຈຸລຈອມເກົ້າ ສະແດງໃຫ້ເຫັນວ່າຈຸດກຳເນີດຕຳຣານີ້ ຢູ່ໃນໄທຍ໌ ຄື ກາຣໃຊ້ຄັ້ງແຮກ: ຜູ້ຂຽນ) ຕຳຣານີ້ເປັນທີ່ຍອມຮັບປະຕິບັຕໃຊ້ກັນມານານ ທັງແດນສຍາມກວ້າງໄກໄປເຖິງ ພະມ້າ ມອນ ຂອມ ແຂກ.
ການ​ທີ່​ວ່າ​ຕຳ​ຣາ​ເສ​ສ 10 ນີ້​ໝາຍ​ຄວາມ​ວ່າ ຫາກ​ບວກ​ໄປ​ແລ້ວ ຖ້າ​ເກີນ​ສິບ ກໍ​ໃຫ້​ລົບ​​ເອົາ​ສິບ​ລົບ​ອອກ ​ເຫຼືອ​ພຽງ​ສິບ​ລົງ​ມາ 10 ​ຫຼື​ບໍ່​ເກີນ​ສິບແລ້ວຈຶ່ງ​ໃຫ້​ທວຍ​ຕາມ​ນັ້ນ.

ຫຼັກເກນພະຍາກອນຕາມຕຳຣາພຣະຈອມເກົ້າມີ ດັ່ງນີ້:

ທ່ານໃຫ້ເອົາ ວັນ, ເດືອນ, ປີ ທີ່ເກີດບວກເຂົ້າດ້ວຍກັນ ໂດຍເຣີ່ມນັບວັນອາທິຕຍ໌ ມີຄ່າເທົ່າກັບ 1, ເດືອນ ຈຽງທາງຈັນທະຣະຄະຕິ(ກົງກັບເດືອນທັນວາ) ມີຄ່າເທົ່າ 1, ເຣີມນັບປີຊວດມີຄ່າເທົ່າ 1, ຖ້າມີຜົນເກີດ 10 ໃຫ້ເອົາສິບລົບອອກ ເຫລືອເສສບໍ່ເກີນສິບ ແລ້ວຄຳຕອບຕາມເສສ ດັ່ງຕໍ່ໄປນີ້:

ເສສ 1 ເສົາເຮືອນໄຟໄໝ້ ຊະຕາໃຜທັງຊາຍຍິງ
ໄຮ້ເຮືອນທີ່ພັກພິງ ທີ່ເພິງພັກສຳນັກເນົາ
ຈະຮ່ອນແລ່ຣະເຫຣະຫົນ ເຮັ່ງຈຽມຕົນຢ່າດູເບົາ
ເພາະວ່າຊະຕາເຮົາ ໂທສປະກອບຈຶ່ງເກີດກັມ

ເສສ 2 ຈະຄອງໄຂ້ ມີໂຣຄຮ້າຍສິງປະຈຳ
ຢຸກຢາຈະພາທຳ ບໍ່ຖືກແທ້ຈົນແກ່ຕົວ

ເສສ 3 ຄວາມສບາຍ ມີຂ້າຄວາຍແລະກວຽນງົວ
ພໍສົມສະກຸລຕົວ ເຂົ້າທີ່ທວາຍສະຖານກາງ

ເສສ 4 ມີຂ້າຄອກ ອະເນກນອກຄະນານາງ
ອຸປຖັມແລ້ວສຳອາງ ບໍ່ໄຂ້ຊຸກບໍ່ທຸກຂ໌ເປັນ.

ເສສ 5 ຊະຕາກັບ ທຶນະຊັພຍ໌ແລະແສນເຂັນ.
ພາຍຫຼັງຊະຕາເປັນ ທຶນຊັພຍ໌ຈະນັບພັນ

ເສສ 6 ຈະຍົກຍາຕ ເປັນເຊື້ອຊາຕປະເສີຖສັຣພ໌
ເງິນຕາຍົສຖາພລັນ ທຶນະຊັພຍ໌ລຳດັບມີ.

ເສສ 7 ນັນຜ້າຂາດ ຈະນຸ່ງຫົ່ມກໍເຕັມທີ
ພັກຕຣາຍ່ອມຣາຄີ ຣະຄາຍຄັບທັງຊັພຍ໌ສິນ

ເສສ 8 ນັ້ນເປືອງຍົສ ຈະປາກົຕກະເດື່ອງດິນ
ຊັພສະຣີຄາຣສະຖານຖິ່ນ ທັງອຳນາຈແລວາສນາ

ເສສ 9 ກິນເຂົ້າກາງຕລາດ ເສມີຊາຕສຸນັກຂາ
ເຖິງຈະມີວາສນາ ຕ້ອງປະກອບທັງກາຣງານ.
ແມ່ນຕະກູລທລິທຫົກ ເຖິງຕ່ຳຕົກກໍບໍ່ນານ
ດັ່ງນັກເລງສຸຣາບານ ພໍຂົນຂວາຍໃສ່ທ້ອງຕົນ

ເສສ 10 ເໝືອນນົກແຂກເຕົ້າ ທຳຮວງຮັງຣະວັງຝົນ
ສແວງດີຍ່ອມມີຜົລ ຢ່າຄລໍເຄົ້າກັບເຫຼົ່າພາລ
ເໝືອນປັກສີອັນມີປີກ ຮູ້ຫຼົບຫຼີກທະນູພານ
ຖ້າປມາທຈະເສັຍກາຣ ຈະຊອກຊ້ຳຣະກັມກາຍ.

ວິເຄາະເພີ່ມເຕີມ:
ປະຣະມາລິຂິຕ : ໃນບົທກອນທັງສິບບົທນີ້ ສັງເກຕເຫັນວ່າຫາກຄຳໃດມີຄຳວ່າ “ບໍ່” ໃນບົທເດີມທີ່ຂຽນດ້ວຍ ອັກສຣໄທຍ໌ ກໍໃຊ້ຄຳວ່າ “ບໍ່” ເໝືອນລາວ, ບໍ່ປະກົຕເຫັນໃຊ້ຄຳວ່າ “ໄມ່” ອັນເປັນຄຳປະຕິເສສເໝືອນຄຳໄທນ໌ ປະຈຸບັນເລີຍ, ອັນນີ້ສະແດງໃຫ້ເຫັນວ່າ ວັທທະນະທັມທາງພາສາລາວໄດ້ມີອິທທິພົລເໜືອໄທຍ໌ມານານແລ້ວ ບໍ່ວ່າກໍຣະນີໃດ, ເພາະຕາທີ່ສັງເກຕໃນບົທສັນທະກາວີຂອງໄທຍ໌ບູຮານ ຫາກໃຊ້ຄຳປະຕິເສສ ກໍຈະໃຫ້ຄຳວ່າ “ບໍ່” ເໝືອນລາວທຸກໆຄັ້ງໄປ ເວົ້າຣວມແລ້ວ ຄຳວ່າ “ບໍ່” ໄທຍ໌ໄດ້ໃຊ້ມານານແລ້ວ ສ່ວນຄຳວ່າ “ໄມ່” ເປັນພາ ສາໃໝ່ ທີ່ໄທຍ໌ປະດິດຂຶ້ນເອງ ເພື່ອໃຫ້ຕ່າງຈາກລາວເທົ່ານັ້ນ, ກາຣທີ່ໃນພາສາໄທຍ໌ ຄຳໃດທີ່ສາມາຖປະດິດໃຫ້ ຕ່າງຈາກພາສາລາວໄດ້ ເຮົາຮຽກວ່າຄຳໄທຍ໌ ກາຣທີ່ທຳໃຫ້ຄຳເວົ້າຕ່າງຈາກລາວຂອງໄທຍ໌ ເປັນສິ່ງຢັ້ຢືນໃຫ້ ເຫັນທັສນະຂອງໄທຍວ່າ “ໄທຍ໌ກັບລາວເປັນປະເທສຕ່າງກັນ ສແດງໃຫ້ເຫັນວ່າໃນທາງຄວາມເປັນຈິງ ເຖິງ ໄທຍ໌ກ່າວວ່າລາວເປັນຊາຕິດຽວກັບໄທຍ໌ ກໍຕາມ ແຕ່ໄທຍ໌ຍັງຍອມຮັບຄວາມເປັນລາວທັງທັງກົງ ແລະທາງອ້ອມ ເມື່ອເປັນເຊັ່ນນີ້ ລາວກໍຄືລາວ ແລະໄທຍ໌ກໍຄືໄທຍ໌, ໃນທາງກົງກັນຂ້າມກັນ ໄທຍ໌ເປັນລາວພວກໜຶ່ງ ແລະ ສຍາມບໍ່ແມ່ນລາວ.

ຢ່າງໃດກໍຕາມ ຕາມກາຣສັງເກຕເບິ່ງເນື້ອຫາສາຣະ ແຫ່ງຕຳຣາພະຍາກຣນ໌ຕາມຕຳຣາພຣະຈອມເກົ້ານີ້ ຕາ​ກາຣແລ້ວ, ພຣະຈຸລຈອມເກົ້າບໍ່ໄດ້ຄິດຄົ້ນສູຕນີ້ເອງເລີຍ, ຫາກແຕ່ແມ່ນພຣະອົງຄ໌ໄດ້ເອົາ ຫຼັກຕຳຣາເດີມທີ່ມີມາກ່ອນໜ້ານີ້ ມາດັດແປງແຕ່ງເປັນສຳນວນສັນ ໃຫ້ສາມາຖທ່ອງຈົ່ມງ່າຍເທົ່ານັ້ນເອງ ເພາະວ່າສູດດຽວກັນນີ້ ມີສຳນວນເປັນຄຳເວົ້າສາມັນທຳມະດາຫຼາຍຢ່າງທັງທີ່ເປັນອັກສຣລາວ ແລະອັກສຣທັມ, ບໍ່ມີລັກສນະເປັນກອນສັນເລີຍ, ຈຶ່ງເຂົ້າໃຈວ່າຈຸລຈອມເກົ້າໄດ້ດັດແປຈາກຕຳຣາບູຮານ, ເພາະມີສິ່ງຢັ້ງຢືນວ່າ ນັບແຕ່ສມັຍຣັຊະກາຣທີ 1 ຄືພຣະພຸທທະຍອດຟ້າຈຸລາໂລກຈົນເຖິງສມັຍພຣະຈຸລຈອມເກົ້າ ໃນອານາຈັກສຍາມ ມີກາຣລອກລຽນແບບ ຫລືປະຣິວັດຕຳຣາບູຮານຫຼວງຫຼາຍ ເຊັ່ນ “ຮີຕສິບສອງ” ອັນລາວເຮົາຖືເປັນມໍຣະດົກລາວ ທີ່ຖືກສ້າງຕັ້ງຂຶ້ນນັບແຕ່ສມັຍພຣະເຈົ້າຟ້າງຸມມະຫາຣາຊ ຈົນກາຍເປັນພຶດຕິກັມທາງວັທນະທັມລາວຈະແຈ້ງນັ້ນ ທາງສຍາມກໍໄດ້ເອົາໄປດັດແປງເປັນ “ປະເພນີ 12 ເດືອນ” ທັງໆທີ່ປະເພນີນີ້ ບໍ່ໄດ້ເປັນພຶຕກັມຕົວຈິງຂອງສັງຄົມສຍາມ (ເວັ້ນເສັຍແຕ່ສັງຄົມລາວໃນສຍາມ)ເທົ່ານັ້ນໃຊ້, ກາຍເປັນວັທນະທັມຮີຕສິບສອງໃນໄທຍ໌ປັດຈຸບັນ, ກໍແມ່ນກະສັດໄທຍເປັນຜູ້ເອົາໄປຄັດລອກ ເຮັດໃຫ້ໄທຍ໌ຍອມຮັບວ່າເປັນພຣະຣາຊະນິພົລຂອງຣັຊການທີ 3 ພຣະນັ່ງເກົ້າ, ນອກ ຈາກນັ້ນ ຍັງມີບົທເພງທີ່ກະສັຕຍ໌ໄທຍ໌ທັງພຣະບໍຣົມມະວົງສານຸວົງສ໌ຂອງສຍາມຂະນະນັ້ນ ນຳເອົາໄປດັດແປງກໍມີຫຼັກຖານປາກົຕຢູ່ ເຊັ່ນ: ເພງລາວດວງເດືອນ, ລາວກະທົບໄມ້, ຍວນພ່າຍ, ແລະອື່ນໆ ເພງເຫຼົ່ານີ້ລ່ວນແຕ່ແມ່ນເພງລາວບູຮານ ທີ່ຖືກດັດແປງ ແຕ່ງເສີມໃຫ້ເປັນເພງໄທຍ໌, ເມື່ອກະສັຕຍ໌ສຍາມ ເປັນຜູ້ນຳໜ້າພາທາງເຊັ່ນນີ້ ຣາຊດຣສຍາມຜູ້ມີປີຊາຍານ ເປັນຫຍັງຊິບໍ່ສາມາຖລອກລຽນແບບວັທນະທັມລາວໄດ້ ເພາະວ່າວັທນະທັມລາວ ກໍໄດ້ໄປເຜີຍແຜ່ກັບຄົນລາວ ທີ່ຖືກກວດຕ້ອນໄປສຍາມ ແລະດິນແດນທີ່ໂອນກັມມະສິທໄປຈາກລາວ ກໍເຕັມແຕ່ວັທນະທັມເຫຼົ່ານີ້, ຈະໂດຍເຈຕນາບໍ່ເຈຕນາກໍຕາມກາຣທີ່ວັທນະທັມລາວ ມີອິທພົລໃນສຍາມ ເພາະ ວ່າວັທນະທັມລາວແຂງນັ້ນເອງ.

ເຊັ່ນດຽວກັບຕາຣເສສພຣະຈອມເກົ້ານີ້ ຂພຈ ມອງເຫັນວ່າພຣະອົງຄ໌ໄດ້ດັດແປງແຕ່ງເສີມເປັນສັນທະລັກສນະ ຈາກຕໍາຣາເດີມ ໃຫ້ເປັນບົທກອນບໍ່ແມ່ນຕໍາຣາທີ່ພຣະອົງຄ໌ຄິດຄົ້ນແນ່ນອນ,

ບັນດາທ່ານເຫັນເປັນເຊັ່ນໃດ ກໍຣຸນາອອກຄວາມເຫັນເພີ່ມຕື່ມ ເພື່ອຄວາມກະຈ່າງແຈ້ງ ແລະເຂົ້າໃຈ ໃນບັນຫາສາຍພົວພັນລາວໄທຍ໌-ໄທຍ໌ລາວ ໃນປັຈຈຸບັນ ແລະອະນາຄົຕ, ຂໍຄວາມສຸຂສວັສດີພາພ ຈົ່ງມີແກ່ທ່ານຕລອດປີໃໝ່ ພ.ສ 2550 ຈ.ສ 1369 ຂອບໃຈ.