ສືບທອດປະເພນີບຸນອອກພັນສາ ປະວາຣະໃຫ້ທົ່ວປວງຊົນພຣະຄຣູເນືອງພິລັກ ໂຊຕິທອນ------------ວັນສຸກ ວັນທີ 26 ເດືອຕຸລາ ປີ 2007 ທີ່ຈະມາເຖິງນີ້ ກົງກັບຂຶ້ນ 15 ຄ່ຳ, ເດືອນ 11 ປີ ພສ. 2550 ປີຈໍ(ປະຕິທິນທາງຈັນທະຣະຄະຕິ, ພຣະພິກຂຸສົງໃນພຣະພຸດທະສາສນາທົ່ວໂລກ, ຈະໄດ້ທຳພິທີກັມອອກພັນສາ, ປະວາຣະນາກັມ, ໂດຍສະ ເພາະພຣະສົງລາວທົ່ວປະເທດກໍໄດ້ສືບຕໍ່ປະຕິບັດຮີດຄອງທາງພຣະພຸດທະສາສນາ, ເຊິ່ງເປັນພຸດທານຸຍາດນີ້ຢ່າງຖ້ວນໜ້າ ໂດຍບໍ່ມີຂໍຍົກເວັ້ນ ເຖິງແມ່ນວ່າບ້ານເມືອງຈະຢູ່ໃນພາວະໃດກໍຕາມ, ພຣະພິກຂຸສົງລາວບໍ່ເຄີຍຖິ້ມປະລະເລີຍ ກິດຈະວັດຂອງຕົນ ຍິ່ງບ້ານເມືອງກຳລັງພັດທະນາສ້າງສາຍິ່ງໃນປັດຈຸບັນນີ້ ພຣະພິກຂຸສົງ ກໍຄືຍາດໂຍມລາວ ຍິ່ງຕັ້ງໜ້າປະຕິບັດ ຄຸນງາມຄາມດີ ແລະສ້າງບຸນກຸສົນຢ່າງຈູບຈ້າວຫ້າວຫັນ, ໃນປີນີ້ ການເຮັດບຸນປະເພນີອອກພັນສາ ປະວາຣະນາ ກໍໄດ້ເຮັດ ຄືປີກ່ອນໆຜ່ານມາ ສິ່ງທີ່ແຕກຕ່າງແນ່ ກໍຄືສິ່ງຂອງທີ່ນຳມາເຮັດອາດປ່ຽນໄປ.ບຸນໃນທາງພຣະພຸດທະສາສນາທັງຫຼາຍແມ່ນຖືກປະຕິບັດຂຶ້ນຕາມພຸດທະປະສົງ ທີ່ມາຈາກພຸດທະບັນຍັດແນ່, ພຸດທະດຳຣັດແນ່, ເຊິ່ງພຣະພຸດທະອົງຊົງມີພຸດທານຸຍາດໄວ້, ແລ້ວສືບຕໍ່ປະຕິບັດມາບໍ່ໄດ້ຂາດ ແລ້ວປະສົມປະສານກັບຈາຮີດ, ປະເພນີ, ຂະໜົບທຳນຽມ ສືບຕໍ່ປະຕິບັດຢ່າງບໍ່ລົດລະ ຈົນກໍ່ເກີດກາຍເປັນວັດທະນະທັມທີ່ມີເອກະລັກ, ສັນຍາລັກຂອງຊາສັງຄົມທີ່ມີເອກລາດ, ສຳລັບຊາວລາວເຮົາແລ້ວ ເປັນປະເທດພຣະພຸດທະສາສນາແມ່ແຕ່ກຳເນີດຊາດ, ວັດທະ ນະທັມສ່ວນໃຫຍ່ຂອງລາວ ຈຶ່ງໄດ້ພັດທະນາມາຈາກແນວທາງຄຳສອນຂອງພຣະພຸດທະສາສນາ, ຈະເວົ້າວ່າພຣະພຸດທະ ສາສນາ ເປັນພື້ນຖານຂອງວັດທະນະທັມລາວກໍຍ່ອມເວົ້າໄດ້ຢ່າງທະນົງອົງອາດ.ບຸນອອດພັນສາ ປະວາຣະນາ ຖືວ່າເປັນວັດທະນະທັມຂອງຊາວພຸດລາວ, ການອອກພັນສາປີນີ້ ກໍເໝືອນກັບປີກ່ອນໆຜ່ານມາ ການປະຕິບັດຍ່ອມເປັນໄປຕາມພຣະທັມມະວິໄນແນ່ ທາງພຣະພຸດທະສາສນາເປັນຫຼັກ ແລະເປັນໄປຕາມ ປະເພນີວັດທະນະທັມດ້ວຍ, ບຸນອອກພັນສານັ້ນ ເປັນທັງບຸນພິທີ ແລະກັມພິທີ ຄຳວ່າບຸນພິທີ ກໍຄືພຣະສົງ ແລະອອກຕົນຍາດໂຍມ ໄດ້ປະຕິບັດດ້ວຍການໃຫ້ທານ, ຮັກສາສິນ ແລະຈະເຣີນເມຕຕາພາວະນາ, (ທານ, ສິນ, ພາວະນາ) ສ່ວນທີ່ວ່າກັມພິທີນັ້ນ, ແມ່ນວ່າພຣະສົງ ຈະຕ້ອງໄດ້ເຮັດເປັນສັງຄະກັມ ທີ່ມີມາໃນພຣະວິນັຍ ທີ່ພຣະພຸດທະອົງບັນຍັຕແລ້ວ, ເຮັດບຸນອອກພັນສາຈຶ່ງເປັນພິທີກັມຂອງຄະນະສົງ ທີ່ຖືກປະຕິບັດໃນດິນລາວມາແລ້ວຫຼາຍກວ່າສອງພັນປີ ນັບແຕ່ພຣະພຸດທະ ສາສນາເຂົ້າມາສູ່ດິນແດນຕອນນີ້ໃນສະໄໝອານາຈັກສີໂຄດຕະບອງ, ແລະເມື່ອພຣະເຈົ້າຟ້າງຸ່ມມະຫາຣາຊໄດ້ສ້າງຕັ້ງອາ ນາຈັກລ້ານຊ້າງສຳເຣັດລົງແລ້ວ ພຣະອົງກໍໄດ້ນິມົນພຣະສັງຄະທູດມາສືບທອດພຣະພຸດທະສາສນາໃນອານາຈັກລ້ານຊ້າງ ກໍນັບແຕ່ປີນັ້ນມາເລີຍ ທີ່ໄດ້ມີການເຮັດບຸນເຂົ້າພັນສາຢ່າງເປັນທາງການໃນອານາຈັກລ້ານຊ້າງ ເພາະຄຳວ່າເຂົ້າພັນສາ ແລະອອກພັນສານີ້ ຫາກແມ່ນມີພຣະສົງຢູ່ທີ່ໃດ ກໍຍ່ອມຖືກປະຕິບັດຢູ່ທີ່ນັ້ນ, ບໍ່ໄດ້ຍົກເວັ້ນ ຫຼືເລື່ອນມື້ວັນທັນຍາມ ຫຼືວ່ປີນີ້ເຂົ້າຢາກໝາກແພງບ້ານເມືອງບໍ່ສະຫງົບສຸກແລ້ວຍົກເລີກບຸນເຂົ້າພັນສາ ອອກພັນສາປະວ່າຣະນາ ຫຼືຍົກເວັ້ນພຣະສົງອົງເຈົ້າຜູ້ໜຸ່ມ ຜູ້ເຖົ້າຕອ້ງຍົກເວັນ ດ່ັງນີ້, ໝາຍຄວາມວ່າພຣະສົງທຸກອົງຕ້ອງປະຕິບັດກິດຂອງສົງນີ້ສະເໝີກັນ, ແລະບຸນອອກພັນສາປະວາຣະນານີ້ ຍັງໄດ້ປາກົດເຫັນໃນຮີດ 12 ຄອງສິບສີ່ ທີ່ບັນພຣະບູຣຸດລາວໄດ້ວາງໄວ້ເປັນບັນທັດຖານ ໃຫ້ລູກຫຼານລາວສືບຕໍ່ປະຕິບັດຈົນກາຍເປັນປະເພນີສຳຄັນຂອງສັງຄົມລາວ.ຄຳວ່າອອະພັນສາ ໝາຍເອົາວັນສິ້ນສຸດການຈຳພັນສາຕລອດໄຕຣມາດ ຂອງພຣະສົງ, ຄືໃນວັນຂຶ້ນ 15 ຄ່ຳ ເດືອນ 11 ຂອງທຸກໆປີ, ສ່ວນວັນດຽວກັນນັ້ນ ຍັງມີພຸດທະບັນຍັດໄວ້ອີກວ່າ ໃຫ້ເປັນວັນປະວາຣະນາ ຫຼືຮຽກກັນຢ່າງໜຶ່ງວ່າວັນມະຫາສັງຄະປະວາຣະນາ ອີກພິທີຫັມໜຶ່ງ ຖືວ່າວັນດຽວມີ 2 ພິທີກັມ.ປະຫວັດຄວາມເປັນມາ ຂອງວັນອອກພັນສາ ຖືວ່າເປັນວັນສິ້ນສຸດຂອງການຈຳພັນສາ ຂອງພຣະພິກຂຸສົງ ທີ່ອະທິຖານເຂົ້າພັນສາຮ່ວມກັນ ຢູ່ໃນອາວາດ, ວັດ ແລະສະຖານທີ່ໃດໜຶ່ງທີ່ພຣະພິກຂຸສົງອະທິຖານຈຳພັນສາຄົບ 3 ເດືອນ ຕາມພຸດທານຸຍາດກໍອອກ, ໄປຕາມຣະດູການ, ຄຳວ່າພັນສາ ໝາຍເຖິງຣະດູຝົນດ ບາງຄັ້ງກໍຮຽກວ່າວັສສະ, ໃນວັນນີ້ ພຣະສົງໄດ້ຮ່ວມກັນເປັນໝູ່ເປັນຄະນະປະກອບສັງຄະນກັມ ໂດຍການກ່າວອະນຸຍາດ ຫຼືກ່າວກ່າວອະນຸຍາດ ຫຼືສະແດງຄວາມໄວ້ວາງໃຈແກ່ກັນແລະກັນ ໃຫ້ວ່າກ່າວຕັກເຕືອນກັນໄດ້ ໃນເຣື່ອງລາວກ່ຽວກັນຄວາມປະພຶດ ຈະຣິຍະວັດຕ່າງໆ ນັບແຕ່ພຣະສັງຄະເຖຣະ(ພຣະຜູ້ໃຫຍ່ ຜູ້ອາວຸໂສສູງລົງມາ) ຈົນຮອດພຣະນະວະກະ(ພຣະຜູ້ພັນສາອ່ອນ) ຈະສາມາວ່າກ່າວຕັກເຕືອນກັນໄດ້, ຫຼືມີຂໍສົ່ງໄສເຊັ່ນໃດ ກໍສາມາດຊັກສ້ອມຂໍ້ສົງໄສກັນແລະກັນໄດ້ ໂດຍບໍ່ຕ້ອງເກງອົກເກງໃຈ , ການທຳປະວາຣະນາ ຖືເປັນສັງຄະກັມຊະນິດໜຶ່ງ ເໝືອນກັນກັບການບວດ, ການລົງອຸໂປສົດ ແລະສາມາດປະຕິບັດແທນການສູດອຸໂປສົດໄດ້ (ການລຳດັບທົບທວນພຣະວິໄນ ຫຼືສີນ 227) ເຊິ່ງໄດ້ກະທຳທຸກໆວັນ 14-15 ຄ່ຳຂອງທຸກໆເດືອນຜ່ານມາ ໃນຮອບປີ.ການທຳສັງຄະປະວາຣະນານີ້ ມີຄວາມມຸ້ງໝາຍຢ່າງຈະແຈ້ງ ເຊິ່ງປາກົດໃນຄຳທີ່ສົງໃຊ້ປະວາຣະນາເຊິ່ງກັນ ແລະກັນ ດ່ັງນີ້.1. ເປັນກັມພິທີລົດຢ່ອນຜ່ອນຄາຍຄວາມຂຸ້ນເຄືອງຈິດໃຈ ທີ່ເກີດຈາກການຣະແວງສົງໃສກັນແລະກັນໃຫ້ໝົດສິນ ໄປ.2. ເປັນການປະສານຮອຍແຕກແຫງ ທີ່ເກີດຈາກການເວົ້າຈາປະຕິບັດ ມນຂະນະຢູ່ຮ່ວມກັນ ໃຫ້ມີໂອກາດປັບຕົວ ແລະຄືນດີກັນໄດ້ ໂດຍໃຫ້ຄະນະສົງປະກາດຄວາມເຂົ້າໃຈເຊິ່ງກັນແລະກັນດ້ວນຄວາມຈິງໃຈ.3. ເປັນທາງສ້າງເສີມຄວາມສາມັກຄີ ໃນໝູ່ຄະນະຢ່າງກົມກຽວໜຽວແໜ້ນ ຢູ່ຮ່ວມກັນຢ່າງສະໜິດອົກສະໜິດໃຈ.4. ເປັນແນວປະຕິບັດກໍ່ໃຫ້ເກີດຄວາມສະເໝີພາກກັນໃນການສະແດງອອກທາງຄວາມຄິດ ວ່າກ່າວຕັກເຕືອນກັນ ໄດ້ໂດຍບໍ່ໄດຈຳກັດຍົດ, ຊັ້ນ, ຕຳແໜ່ງ, ອາຍຸພັນສາ.5. ກໍໃຫ້ເກີດ “ພາລາດອນພາບ” ຮູ້ສຶກເປັນມິດຊິດເຊື້ອປາຖະໜາດີຕໍ່ກັນ ເອື້ອເຟື້ອອາທອນເຊິງກັນແລະກັນເປັນ ພື້ນຖານນຳໄປສູ່ພຶດຕິກັມອັນເພິ່ງປາຖະໜາ ທີ່ດີງາມເໝືອນກັນ.6. ຄະນະສົງ ຍ່ອມມີຄວາມສະເໝີກັນ 2 ຢ່າງຄື, ສີລະສະມັນຍະຕາ(ມີຄວາມສະເໝືພາບກັນໂດຍສິນ) ທິດຖີສະ ມັນຍະຕາ(ຄວາມເໝີພາບກັນໂດຍຄວາມຄິດເຫັນ) ອັນເປັນພຶດຕິກັມ ແລະຫຼັກປະຊາທິປະໄຕທາງຄະນະສົງ ຖດຍມີອົງສົມເດັດພຣະສັມມາສັມພຸດທະເຈົ້າໄດ້ວາງຮາກຖານໄວ້ແລ້ວ ໃຫ້ຈະເລີນງອກງາມສືບຕໍ່ໄປ.ອານິສົງຂອງການອອກພັນສານັ້ນ ສຳລັບພຣະພິກຂຸ ກໍເນື່ອງມາດ້ວຍອານິສົງຂອງການຈຳພັນສານັ້ນເອງ, ຄື ພຣະພິກຂຸສົງຈຳພັນສາ 3 ເດືອນອະທິດຖານບໍ່ໄປນອນທີ່ອື່ນ ຈົນຄົບໄຕມາດ ຕາມພຸດທະບັນຍັດ ທ່ານມີສິດທີ່ຈະຈາຣີກໄປ ພັກນອນແຮມຄືນໃນທີ່ໃດໆໄດ້ ບໍ່ຜິດພຸດທະບັນຍັຕ ແລະຍັງໄດ້ຮັບອານິສົມ(ຜົນດີ)ອີກຄື:1. ໄປໃສບໍ່ຕ້ອງບອກລາ. 2. ໄປໃສບໍ່ຕ້ອງຖືຜ້າໄປໃຫ້ຄົບໄຕຣໄດ້. 3. ລາບທີ່ອາຈະເກີຂຶ້ນທ່ານຈະມີສິດຮັບເທົ່າທຽບກັບພຣະພິຂຸອື່ນ, 4. ມີສິດທິທ່ີຈະໄດ້ຮັບອະນຸໂມທະນາກະຖິນ ແລະໄດ້ຮັບອານິສົງ ຄືໄດ້ຮັບການຂະຫຍາຍເວລາຂອງອານິສົງນັ້ນອອກໄປອີກ 4 ເດືອນ.ຂ້ໍທີ່ວ່າໄປໃສບໍ່ຕ້ອງບອກລາ ໝາຍຄວາມວ່າພຣະສົງຢູ່ກັນເປັນຄະນະ ຕ້ອງຢູ່ໃນຄວາມປົກຄອງຂອງສົງ, ເມື່ອໄປໃສມາໃສ ໃນເວລາຈຳເປັນປະຈຸບັນທັນດ່ວນບໍ່ຈຳເປັນຕ້ອງຄອບລາຄະນະສົງກໍໄດ້.ຂໍ້ທີ່ວ່າໄປໃສບໍ່ຕ້ອງຖືຜ້າຄົບໄຕຣ(ຄື ຜ້າ3 ຜືນ) ປົກກະຕິຜ້າທີ່ພຣະພິກສົງສາມາດເປັນເຈົ້າຂອງໄດ້(ຄືຄອງ) ມີ 3 ຜືນ ຮຽກວ່າຜ້າໄຕຣ(ໄກ) ອັນໄດ້ແກ່ຜ້າສະບົງ, ຜ້າຄຸມ ແລະຜ້າສັງຄາ, ພຣະພິກຂຸອົງໃດຫາກໄດ້ອານິສົງພັນສາແລ້ວ ໄປນອນວັນຊັນຂາທີ່ໃດ ບໍ່ຕ້ອງຖືຜ້າຜືນທີ 3 ໄປດ້ວຍກໍໄດ້ ຄືຜ້າສັງຄານັ້ນເອງ, ໝາຍຄວາມວ່າຄຸມປົກປ່າ ຫຼືຄຸມບ່ຽງບ່າໄປໃສມາໃສ ໄດ້ເລີຍ, ບໍ່ຕ້ອງຄຸມມັດເອີກກໍໄດ້, ຖືວ່າບໍ່ຜິດຕາມພຣະວິນັຍບັນຍັດອັນນີ້ສຳຄັນ ສຳລັບພຣະພິກຂຸຜູ້ຖືຜ້າຄອງ ບໍ່ແມ່ນຊິຜູກຕິດແອວໄວ້ ເໝືອນເຂົາໃຈກັນ.ຂໍ້ທີ່ວ່າລາບທີ່ຈະເກີດຂຶ້ນມີສິດໄດ້ຮັບ ໝາຍວຄວາມວ່າ ລາບອັນໃດທີ່ເກີດແກ່ຄະນະສົງນັ້ນ ພຣະພິກຂຸອົງທີ່ມີອານິສົງພັນສາແລ້ວ ຍ່ອມມີສິດທິໄດ້ຮັບ ແມ່ນແຕ່ພຣະພິກອົງນັ້ນ ບໍ່ໄດ້ຢູ່ຮ່ວມຮັບ ກໍຍ່ອມໄດ້ແບ່ງລາບໄວ້ໃຫ້.ຂໍ້ທີ່ວ່າ ມີສິດທິທ່ີຈະໄດ້ຮັບອະນຸໂມທະນາກະຖິນ ແລະໄດ້ຮັບອານິສົງ ຄືໄດ້ຮັບການຂະຫຍາຍເວລາຂອງອານິສົງນັ້ນອອກໄປອີກ 4 ເດືອນ, ໝາຍຄວາມວ່າ ພຣະພິກຂຸອົງນັ້ນມີສິດທີທີ່ຈະຕ້ອງໄດ້ຢູ່ອະນຸໂມທະນາກະຖິນ ໃນເມື່ອກະຖິນເກີດຂຶ້ນແລ້ວໃນຄະນະສົງນັ້ນ ແລະຍ່ອມໄ້ດຮັບອານິສົງກະຖິນນັ້ນຕາມພຣະວິໄນບັນຍັດ ນອກຈາກນັ້ນ ຍັງໄດ້ຂະຫຍາຍເວລາທີ່ຈະຮັບອະນິສົງກະຖິນນັ້ນໄປຮອດເດືອນ 4 ເພັງ, ກໍໝາຍຄວາມວ່າ ອະນິສົງ 5 ມຕິກາ 8 ປະຣິໂພດ 2 ນັ້ນ ພຣະພິກຂຸນັ້ນກໍຈະໄດ້ຮັບເໝືອນກັນ ຖືເປັນຫຼັກປະຊາທິປະໄຕ ເຣື່ອງສັງຄະບໍຣິໂພກ, ຂໍ້ນີ້ສຳຄັນ ມີຄົນເຂົ້າໃຈວ່າ ພຣະສົງ ອົງທີ່ຮັບກະຖິນແລ້ວ ບໍ່ສາມາດໄປນອນວັນຊັນຂາທີອື່ນໄດ້ນັ້ນແມ່ຖືວ່າເຂົ້າໃຈຜິດ ເພາະວ່າຄຳວ່າ ອານິສົງ(ໝາຍເຖິງຜົນດີ ຫຼືສິ່ງທີ່ເກື້ອກູລຕໍ່ຊີວິດ ບໍ່ແມ່ນຂໍ້ຫ້າມ ຫຼືສິ່ງທີ່ກີດຂວາງຂໍ້ປະຕິບັດ) ດ້ວຍເຫດນັ້ນຈຶ່ງຖືວ່າການໄດ້ຮັບກະຖິນແລ້ວ ຄືໄດ້ຮັບສິດທີພິເສດ ດັ່ງທີ່ກ່າວແລ່້ວໃນເບື້ອງຕົ້ນ.ກິດຈະກັມທີ່ປະຕິບັດກັນຂອງຄະນະສົງ ແລະຄະລາວາດຍາດໂຍມ ທີ່ປະຕິກັນໃນວັນອອກພັນສາ ຄື:ໃນວັນຂຶ້ນ 15 ເດືອນ 111. ຕອນເຊົ້າທຳບຸນຕັກບາດ, ຖວາຍພັດຕາຫານ ອຸທິດສ່ວນບຸນສວ່ນກຸສົນໄປຫາຍາຕິ ພີ່ນ້ອງຜູ້ທີ່ລ່ວງລັບໄປ ແລະສ້າງບຸນສ້າງກຸສົນເພື່ອສ້າງປາຣາະມີໃຫ້ແກ່ຕົນ., ຕອນສວຍຮອດຕອນແລງຖວາຍຜ້າຈຳນຳພັນສາ.2. ໄປວັດຟັງທັມມະເທສນາ ເພື່ອສະຫຼອງສະຕິປັນຍາຫາຄວາມຮູ້ເພື່ອພັດທະນາຊົນວິດຕົນ, ປະຕິບັດທັມ ເພື່ອ ຊຳຮະໃຈໃຫ້ສະອາດປາສະຈາກິເລດ.3. ໄປແກ່ດອກໄມ້ວຽນທຽນ ເພື່ອນ້ອມລະນຶກ ຫຼືບູຊາຄຸນ ພຣະພຸດ, ພຣະທັມ, ພຣະສົງ, ຄຸນພໍ່, ຄຸນແມ່ ແລະຄຸນບັນພຣະບູຣຸດຂອງຊາດ.4. ໄປໄຫຼເຮືອໄຟ ເພື່ອບູຊາຄຸນນ້ຳ ແລະເທພະດາຜູ້ຮັກສາບ້ານເມືອງ.ວັນແຮມ 1 ຄ່ຳເດືອນ 111. ທີ່ວຽງຈັນ ແລະປາກເຊແມ່ນເຮັດບຸນຊ່ວງເຮືອ.2. ບາງທ້ອງຖິ່ນຕັກບາດເທໂວ ແລະຕັກບາດດອກໄມ້ ການທຳບຸນຕັກບາດເທໂວນີ້ ແມ່ນຖືວ່າເປັນກາລະທານ ເພາະເຮັດກັນພຽງຄັ້ງດຽວຂອງໜຶ່ງປີດ ການເຮັດບຸນນີ້ ຖືວ່າບູຊາໃນວັນທີ່ພຣະພຸດທະອົງສະເດັດມາຈາກ ເທວະໂລກ “ຮຽກວ່າວັນເທໂວໂລຫະນະ” ເຊິ່ງພຣະພຸດທະອົງໄດ້ສະເດັດຂຶ້ນໄປຈຳພັນສາໂຜດພຸດທະມານດາ ທີ່ສະໄປເກີດເປັນເທວະບຸດ ຢູ່ຊັ້ນດຸສິຕາສະຫວັນ, ພຣະອົງສະເດັດໄປຈຳພັນສາທີ່ ຕາວະຕິງສາສະຫວັນເທດພຣະອະພິທັມຄັມພີ ທີ່ເຄົ້າໄມ້ປະຣິກະຊາຕທີ່ຕາວະຕິງສາວະຫວັນ ເມື່ອອອກພັນສາແລ້ວ ພຣະອົງກໍສະເດັດລົງມາຍັງມະນຸດໂລກດ້ວຍຂັ້ນໃດແກ້ວທິພ ເຊິ່ງມີຂັ້ນໃດຄຳຢູ່ເບື້ອງຂວາ ແລະຂັ້ນໃດຄຳທີ່ເບື້ອງຊ້າຍ ເວດລອ້ມດ້ວຍເຫຼົ່າເທບ ພຣະອິນ ພຣະພຣົມ. ວັນນັ້ນບາງຄັ້ງກໍຮຽດວ່າ “ວັນເປີດໂລກ” ເພາະທັງ 3 ໂລກມອງເຫັນກັນໝົດ ຄື ມະນຸດສາໂລກ, ເທວະໂລກ ແລະນະຣົກພູມ, ການທີ່ພຣະພຸດທະອົງສະເດັດລົງມາຈາກເທວະ ໂລກຄັ້ງນີ້ ພຣະສົງສາວົກ ແລະຍາດໂຍມໄປຕ້ອນຮັບພຣະອົງຢ່າງຫຼວງຫຼາຍ ຈຶ່ງມີການທຳບຸນຕັກບາດໃນວັນ ແຮມ 1 ຄ່ຳນັ້ນອີກ. ສະນັ້ນ, ຫາກມີການຟັງເທດໃນວັນນີ້ ຈຶ່ງມັກຈະເທດອະພິທັມ 7 ຄຳພີ ແລະໜັງສືເທນນ້ຳ ນົມແມ່.3. ບາງທ້ອງຖິ່ນເຮັດບຸນເຂົ້າສັງຂະຫຍາ, ບາງທ້ອງຖິ່ນກໍເຮັດບຸນກວນເຂົ້າປາດຈະເຮັດງ່າຍກວ່າ.ຜົນໄດ້ຈາກການເຮັດບຸນອອກພັນສາສຳລັບຊາວພຸດ ກໍຄື:1. ວັນອອກພັນສາຖືເປັນການເຕືອນໃຈຊາວພຸດວ່າ ເວລາທີ່ຜ່ານໄປ ຊີວິດໃກ້ຈະຕາຍເຂົ້າໄປທຸກຂະນະແລ້ວ ຄວນຮີບສ້າງກຸສົນ ແລະຍັງເຮັດໃຫ້ເຖິງຄວາມປິຕິ ທີ່ໄດ້ບຳເພັງກິດຂອງຕົນຕລອດພັນສາ ແລະເປັນການເຕືອນສະຕິຢ່າງໃຫ້ຈິດຫຼົງໄປໃນອະກຸສົນ ແລະບໍ່ໃຫ້ຈິດໃຈເລີກຈາກການທຳກຸສົນ ເຖິງວ່າບໍ່ຢູ່ໃນພັນສາກໍຕາມ, ເພາະ ເປັນທາງພົ້ນອອກຈາກອະບາຍໄດ້.2. ປະໂຫຍດທີ່ໂດດເດັ່ນ ກໍຄືປະໂຫຍດຈາກການປະວາຣະນາ ທີ່ສົງກະທຳກັນໃນວັນອອກພັນສາ ເພື່ອໃຫ້ພຣະສົງ ດຳລົງໄວ້ຢ່າງເປັນປຶກແຜ່ນແໜ້ນໜຽວ ຢາກແກ່ການທຳລາຍຂອງສັດຕູໄດ້, ບັນດາຄາຣະວາດ ເຮົາມອງເຫັນຜົນດີເຊັ່ນນີ້ ຄົນໃນຊາດເຮົາທຸກຝ່າຍຫັນໜ້າເຂົ້າມາຫາກັນ ປຶກສາຫາຣືກັນ ດ້ວຍຈິດທີ່ກໍ່ໃຫ້ເກີດຄວາມສາມັກຄີ ຈະເປັນພະລັງໜຶ່ງ ທີ່ຈະພັດທະນາຊາດໃຫ້ກ້າວເຂົ້າສູ່ຄວາມຈະເຣີນຮຸ່ງເຮືອງ ໝັ້ນຄົງ ແລະສະຖານພອນໄດ້.3. ເຕືອນສະຕິຕົນ ເຕືອນສະຕິສັງຄົມ ບໍ່ໃຫ້ມີຄວາມປາໝາດ ສະພາວະທຸກຢ່າງມີການປ່ຽນແປງ ບໍ່ມີສິ່ງໃດຄົງທົນໄດ້ ເຊັ່ນດຽວກັບການເຂົ້າພັນສາເມື່ອເຂົ້າແລ້ວກໍຕ້ອງອອກໝູນວຽນປ່ຽນກັນໄປດ່ັງນັ້ນ, ສິ່ງທີ່ຍັງຢູ່ ແລະສ້າງເສີມບຸກຄົນ ບຸນກຸສົນ ທີ່ເກີດຈາກທານ, ສິນ, ພະວະນານັ້ນ.4. ການອອກພັນສາເປີດໂອກາດໃຫ້ຜູ້ອື່ນຊຳຮະຄວາມຜິດ ຂອງຕົນໄດ້ ຄືຫຼັກຂອງການທຳປະວາຣະນາ ປົກກະຕິ ຄົນເຮົາຄົບການເຫິງນານແລ້ວ ກໍຈະເຜີຍ “ສັນດານ” ທີ່ແທ້ຂອງຕົນອອກມາ ອາດຈະບໍ່ດີແນ່ແຕ່ຕົນເອງບໍ່ຮູ້ ບໍ່ເຫັນ ເໝືອນກັບ “ເສັ້ນຜົມບັງພູເຂົາ” ແຕ່ຄົນອື່ນພັດມອງເຫັນຈຸດບົກຜ່ອງເຫຼົ່ານັ້ນ ແຕ່ບໍ່ກ້າຕັກເຕືອນ ດັ່ງນັ້ນ ຕົນເອງຕ້ອງປະຣາວະນາກັບໝູ່ວ່າ ຫາກເຫັນສິ່ງຜິດພາດຂອງເຮົາ ຂໍໃຫ້ໝູ່ບອກເຕືອນດ້ວນຈິດເປັນກຸສົນ ຄວາມສັມພັນກໍຈະພອກພູນງອກງາມ ແລະໝັ້ນຄົງຍິ່ງຂຶ້ນ.5. ໄດ້ຂໍ້ຄິດທີ່ວ່າ ຄົນເຮົາສ່ວນຫຼາຍມັກຈະລຳອຽງ ເຫັນວ່າຕົນເອງເປັນຝ່າຍຖືກສະເໝີ ຄວາມຜິດຂອງຕົນບໍ່ເຫັນ ຄວາມຜິດຂອງຄົນອື່ນເຫັນງ່າຍກວ່າ ເຊິ່ງເປັນສັນຊາຕະຍານຂອງເຮົາ ດັ່ງກອນທີ່ວ່າ “ໂທດຄົນອື່ນເຫັນເຫັນຊ່ຳພູເຂົາ ໂທດຂອງເຮົາມອງບໍ່ເຫັນເທົ່າເສັ້ນຂົນ, ຕົດຄົນອື່ນເໝັນຈົນເບື່ອເຫຼືອຈັກທົນ ຕົນຂອງຕົນເຖິງເໝັ້ນ ບໍ່ເປັນສັງ” ເມື່ອຮູ້ວ່າ ຄົນເຮົາຍ່ອມລຳອຽງເຂົ້າຂ້າງຕົນ ຫຼືຝ່າຍຕົນສະເໝີ ດ້ວຍກາມະກິເລດ ແລະທິດຖີມາຄອບງໍາ ເມື່ອຮູ້ວ່າທາງທີ່ຈະພັດທະນາຕົນ ສັງຄົມ ໃຫ້ເຖິງເຊິ່ງຄວາມຈະເຣີນຈະເຣີນ ກໍຄືຫຼັກທັມວ່າດ້ວຍຄວາມເປັນກາງ ແລະຄວາມສາມັກຄີ ມະນຸດຈົ່ງສະແດງການຍອມຮັບໃນສິ່ງນັ້ນ ແລະອະນຸຍາດໃຫ້ຄົນອື່ນ ເຕືອນເຮົາ ແລະເຮົາເອງ ກໍເອົາການທີ່ວ່າ “ຊົ່ວຄົນອື່ນກະຊ່າງເຖີດເຮົາບໍ່ເຫັນ ເຮົາຈະພັດທະນາຕົວດັ່ງທີ່ເຂົາ ເປັນ ດີທີ່ເຫັນຂອງເຂົາເຮົາເອົາມາ.6. ເປັນການສ້າງຄວາມມີມະນຸດສຳພັນ ສ້າງຄວາມສະໝານສາມັກຄີ ດ້ວຍການເປີດໃຈເຊິ່ງກັນແລະກັນ ຢູ່ດ້ວຍກັນໂດຍບໍ່ມີເລ້ຫລຽມ ເຮັດໃຫ້ສັງຄົມຕົນມີສັນຕິສຸກ, ສັນຕິພາບ ແລະພາຣາດອນພາບ ຢ່າງໝັ້ນຄົງຕາມແນວທາງ ພຣະພຸດທະສາສນາແລ.
วันศุกร์ที่ 19 ตุลาคม พ.ศ. 2550
วันจันทร์ที่ 15 ตุลาคม พ.ศ. 2550
ບົດນຳ
ສາຍເຊລຳເພົາ ເປັນວາຣະສານສ່ວນຕົວ ສ້າງຂຶ້ນເພື່ອອອກຄວາມຄິດຄວາມເຫັນບາງປະການ ທີ່ກ່ຽວກັບພາສາ ສາສນາ ແລະວັດທະນະທັມລາວ ບາງຄັ້ງກໍແນະໜັງສື ແລະສິ່ງດີໆໃຫ້ສາມາຊິກຮູ້ນຳ
ໜັງສືຄວນອ່ານ ມີ 3 ເຫຼັ້ມຄື
1. ວັດຈະນານຸກົມພາສາປາລີ-ລາວ ຂອງທ່ານອາຈາຮຍ໌ສີສະເຫວີຍ ສຸວັນນີ ຈັດພິມໂດຍໂຄງການພັດນາວັດຈະນານຸກົມປາລີ-ລາວ.
2. ຫາງຫ້າສາຍຂອງ ອາດີຕຍາທ່ານປານ ອະນັນໂທ ສຳນັກພຸດທະວົງສາປ່າຫຼວງ ເມືອງສີສັຕຕະນາກ ນະຄອນ ຫຼວງວຽງຈັນ (ອະດີດຫົວໜ້າຝ່າຍເຜີຍແຜ່ ແລະວິປັສນາກຳມະຖານ ແຫ່ງປະເທດລາວ.
3. ຊີວິຕກັບບົດເພງ ຂອງພຣະອາຈາຣຍ໌ເນືອງພິລັກ ໂຊຕທອນ ແລະທ່ານອາຈາຣຍ໌ດາວວຽງ ບຸດນາໂຄ.
- ວັດຈະນານຸກົມພາສາປາລີ-ລາວ ຂອງທ່ານອາຈາຣຍ໌ສີສະເຫວີຍ ສຸວັນນີ ຈັດພິມໂດຍໂຄງການພັດນາວັດຈະນານຸກົມປາລີ-ລາວ. ມີທັງໝົດ 68 ໜ້າ, ບັນຈຸຄຳສັພທ໌ປາລີ-ລາວໄວ້ຫຼາຍກວ່າ 30.000 ຄຳ ນອກຈາກນັ້ນ ຍັງໄດ້ແນະນຳວິທິກາຣພາສາປາລີ ດ້ວຍອັກສອນລາວ 41 ຕົວໄວ້ຢ່າງລະອຽດດ ການອ່ານ ແລະການອອກສຽງ ພາສາປາລີ ໃຫ້ຖືກສັງໂຍກ ໂຄສະ ອະໂຄສະ ທິຄະຣັສສະ ຄະຣຸ ລະຫຸດ້ວຍ ເໝາະແກ່ການເກັບໄວ້ເປັນໜັງສືອ້າງອິງ, ພິມຄັ້ງທີ 1 ເມື່ອວັນທີ 27 ກໍຣະກົດ 2004.
ມີຂາຍທີ່ຮ້ານຂ້າຍປື້ມທົ່ວໄປ ແລະທີ່ສູນກາງສຶກສາສົງກໍມີ ສ່ວນຣາຄາລືມແລ້ວ ເພາະຊື້ມາເຫິງແລ້ວ ແຕ່ຖ້າສາມາຊິກຢາກຮູ້ຣາຄາ ຖາມາກະຊິໄປຖາມມາຕອບໃຫ້ (ຍິນດີຮັບໃຊ້ທ່ານສາມາຊິກ)
- ຫາງຫ້າສາຍຂອງ ອາດີຕຍາທ່ານປານ ອະນັນໂທ ສຳນັກພຸດທະວົງສາປ່າຫຼວງ ເມືອງສີສັຕຕະນາກ ນະຄອນ ຫຼວງວຽງຈັນ (ອະດີດຫົວໜ້າຝ່າຍເຜີຍແຜ່ ແລະວິປັສນາກຳມະຖານ ແຫ່ງປະເທດລາວ, ປື້ມນີ້ ພິມຄັ້ງແຮກ ສະມັຍຣະບອບເກົ່າ ມີຄົນເອົາໄປພິມແຈກຫຼາຍຄັ້ງແລ້ວ ແຕ່ມາຄັ້ງນີ້ ພຣະເດຊພຣະຄຸນຍາທ່ານບຸນທອງ ວິປະໄຊຍ໌ ພ້ອມດ້ວຍລູກສິດຂອງເພີ່ນຈັດພິມ ຈະແຈກຢາຍໃນງານບຸນທອດຜ້າມະຫາກະຖິນ ທີ່ວັດນາຄູນນ້ອຍ ແລະເມືອງຫຼວງພຣະບາງ ຊາວວຽງຈັນສາມາກໄປຮັບແຈກໄດ້ທີ່ ວັດນາຄູນ, ສ່ວນຊາວວຽງຈັນ ໃຫ້ລໍຟັງຂ່າວ ວ່າຜ້າມະຫາກະຖິນຈາກນະຄອນວຽງຈັນໄປທອດໄປທອດທີ່ວັດໃດໃຫ້ຕິດຕາມ.
- ຊີວິຕກັບບົດເພງ ຂອງພຣະອາຈາຣຍ໌ເນືອງພິລັກ ໂຊຕທອນ ແລະທ່ານອາຈາຣຍ໌ດາວວຽງ ບຸດນາໂຄ, ຊີວິດກັບບົດເພງນີ້ ອາຈາຣຍ໌ດາວວຽງບຸດນາໂຄ ນັກະວີ ນັກປະພັນ ນັກແຕ່ງເພງ ຊື່ດັງຂອງລາວ ໄດ້ຂຽນປະສົບການຊີວິດ ແລະວິທີການແຕ່ງເພງໄວ້ລະອຽດ, ສ່ວນພຣະອາຈາຣຍ໌ເນືອງ ໂຊຕິທອນ ຂຽນບົດຄວາມ ການໃຫ້ພາສາໃຫນການແຕ່ງເພງ, ເໝາະແກ່ນັກຂຽນເພງ ແລະນິຍົມໃຫນການໃຊ້ພາສາ ເພື່ອການສື່ສານເປັນຢ່າງດີ ປື້ມເຫັ້ຼມນີ້ວາງຂາຍທົ່ວໄປ.

- ແນະນຳປື້ມອ່ານ
ປຶ້ມ ກອນເທສນ໌ແຫຼ່ ເຊີນພຣະເວສເຂົ້າເມືອງ
ລິຈນາ ແລະແຕ່ງຕື່ມໂດຍ
ທ່ານອານຈາຣຍ໌ບຸນເຕີມ ສີບຸນເຮືອງ(ຊາຍດອນໃຕ້) - ເປັນປື້ມອ່ານຂນາດ 14 x 21 ຊມ, ພິມຄັ້ງທີ 1 ປີ ຄ।ສ 2004 ພສ. 2547, ຈຳນວນໜ້າພິມ 40 ໜ້າ, ປົກພີມ 4 ສີ ເຈັ້ນ 180 ກຣາມ, ອອກແບບສວຍງາມ ເໝາະແກ່ການເປັນເຈົ້າຂອງ ແລະເປັນຄູ່ມື ສຶກສາປະຫວັດວັດທະນະທັມ ແລະ ວັນຄະນດີລາວ ແລະວັນນະຄະດີທາງພຣະພຸດທະສາສນາ.
- ຣາຄາ ເຫັ້ຼມລະ 15।000 ກີບ, ເປັນເງິນດອລລາຣ໌ 1.6 ດອລລ໌, ເປັນເງິນບາທ 60 ບາທ ບໍ່ລວມຄ່າສົ່ງ, ຫາກຕ້ອງການຕິດຕໍ່ມາຍັງບລ໊ອກນີ້.
- ວາງຂາຍທີ່ຣ້ານຂາບປື້ມແຫ່ງຣັດ ຕໍ່ໜ້າ ສຳນັກງານໜັງສືພິມວຽງຈັນໃໝ່.
วันอาทิตย์ที่ 14 ตุลาคม พ.ศ. 2550
( ຕົວຢ່າງພື້ນຫຼັງຊີດີ mp 3)
ແນະນຳ ແຜ່ນ MP3 ເທສນາເຣື່ອງພຣະເວສສັນດອນ 13 ກັນ ສະບັບສົມບູນຄືເທສນ໌ຕາມປຶ້ມຂອງທ່ານມະຫາສິລາ ວິຣະວົງສ໌ ---------ໃນອາທິຕທີ່ ຜ່ານມາ ມີທ່ານອາຈາຣຍ໌ບຸນເຕີມ ສີບຸນເຮືອງ ອອກແຜ່ນ MP3 ເຣື່ອງພຣະເວສສັນດອນ 13 ກັນ ສະບັບສົມບູນ ໄລຍະເວລາເທສນນ໌ໃນແຜ່ນ 10 ຊົ່ວໂມງ 07 ນາທີ 07 ວິນາທີ। ການເທສນ໌ນັ້ນຫຼາຍທຳນອງ ແລະ ຫຼາຍສຳນຽງ ຄື ເທສນ໌ເດີນ, ເທສນ໌ຮ່າຍ, ເທສນ໌ແລ່ຫຼິ້ນສຽງ, ທຳ ນອງຊ້າງທຽມແມ່, ລົມພັດໃຜ່, ຟອງຟາດໃຄ້, ກາເຕັ້ນກ້ອນ, ນົກກະແຊວຂ້າມທົ່ງ ແລະທຳມອງທົ່ວໄປ, ຟັງເພື່ອປະດັບຄວາມຮູ້ທາງສາສນາ ແລະຜູ້ຮຽນເທສນ໌ໃໝ່ຟັງເພື່ອເປັນບົທຮຽນ, ເປັນສຳນວນ ແລະທຳນອງລາວບູຮານ ຟັງແຈ້ງເຂົ້າໃຈງ່າຍ ຢາກໄດ້ຕິດຕໍ່ທາງໂທຮະສັພທ໌ 856 20 751-7076 ທີ່ປາກົດໃນ ແຜ່ນ ແຜ່ນຂອງແທ້ລາ ຄາ 30.000 ກີບ 3.20 ດອລລ໌, 120 ບາດ ເພີ່ມຄ່າສົ່ງ ເມືອງໄທຍ ເພີ່ມອີກ 100 ບາດ ປະເທດອື່ນໆ ອີງຕາມຣາຄາພັດສະດຸ ຄົງບໍ່ເກີນ 3 ດອລລ່າ.
ບໍ່ມີວາງຂາຍຕາມທ້ອງຕລາດ ແຕ່ຢາກໄດ້ຕິດຕໍ່ທ່ານອາຈາຣຍ໌ບຸນເຕີມເອງກໍໄດ້ ເບີໂທຣ 021 212141
ຫຼືຢາກໄດ້ເປັນສິ່ງສະສົມ ຕິດຕໍ່ຂ້າພະເຈົ້າກໍໄດ້ ຈະອາສາຈັດສົ່ງໃຫ້ ພຽງແຕ່ເສັຍຄ່າສົ່ງໃຫ້ກໍໄດ້ (ນິວ)
(ທັງໝົດນີ້ ບໍ່ໄດ້ໂຄສະນາສິນຄ້າ ແຕ່ແນະນຳໃຫ້ຮູ້ ເພາະວ່າການເທສນ໌ເປັນເຣື່ອງດີ ຈຶ່ງແນະນຳ)
ໂຫຣາສາສຕຣ໌ເສສສິບ
ໂຫຣາສາສຕຣ໌ເສສສິບ
ຕຳຣາໂຫຣາສາສຕຣ໌ເສສສິບນີ້ ເປັນຕຳຣາບູຮານທີ່ປາກົດໃນຕຳຣາໂຫຣາສາສຕຣ໌ລາວ ຕັ້ງບູຮານະກາລແລ້ວ, ນັກໂຫຣາສາສຕຣ໌ລາວທັງຣາຊສຳນັກ ແລະໂຫຣາສາສຕຣ໌ທົ່ວໄປຍ່ອມໃຊ້ກັນ, ຕຳຣານີ້ທາງໄທຍ໌ຮຽກວ່າ “ຕຳ ຣາເສສພຣະຈອມເກົ້າ” ຄືຣາຊກາຣທີ່ 4 ແຫ່ງຣັຕນະໂກສິນທຸ໌, ອົງຄ໌ທີ່ສ້າງລັທທິທັມມະຍຸຕິກາຍໄນສຍາມປະ ເທສນັ້ນແລ້ວ ຂພຈ ໄດ້ກ່າຍເອົາຕຳຣານີ້ມາຈາກປະຕິທິນ 150 ປີ, ເພາະເຫັນວ່າໃຊ້ງ່າຍ ແລະມີຄວາມແມ້ນ ຢຳອີກຕາຣາໜຶ່ງ, ກາຣທີ່ ຂພຈ ກ່າຍເອົາມແບບປະຣິວັດຄຳຕໍ່ຄຳເລີຍ ພຽງແຕ່ຄຳໃດເປັນສຳນວນພາສາໄທຍ໌ ກໍປະຣິວັດໃຫ້ເປັນສຳນວນລາວເທົ່ານັ້ນ ບໍ່ໄດ້ປ່ຽນແປງເນື້ອຄວາມເລີຍ, ເຫຕຸຜົລທີ່ ຂພຈ ເອົາມາລົງໃນອິນສາຍເຊລໍາເພົານີ້ ມີຕອນໜຶ່ງທີ່ສະແດງໃຫ້ເຫັນວ່າ ເຖິງວ່າລາວເຮົາເຖິງຈະເປັນເມືອງຣາຊຂອງສຍາມເຖິງ 60 ກວ່າປີ ລາວເຮົາບໍ່ໄດ້ຮັບອິດທິພົລທາງສຍາມມາໃຊ້ເລີຍ ໃນທາງກົງກັນຂ້າມກັນກັບເປັນວ່າໄທຍ໌ຍັງຮັບເອົາວັດ ທະນະທັມລາວໄປໃຊ້ສາດ້ວຍຊ້ຳ ດັ່ງທີ່ເຮົາເຫັນເປັນປະຈັກໃນຕຳຣານີ້ ຄື ຄວາມຕອນໜຶ່ງວ່າ “…ຕຳຣານີ້ເປັນທີ່ຍອມຮັບປະຕິບັຕໃຊ້ກັນມານານ ທັງແດນສຍາມກວ້າງໄກໄປເຖິງ ພະມ້າ ມອນ ຂອມ ແຂກ.” ໃນຄວາມຕອນນີ້ ຍ່ອມສະແດງໃຫ້ເຫັນວ່າອິດທິພົລວັດນະທັມທາງໄທຍ ບໍ່ໄດ້ມີກາຣບັນທຶກໄວ້ວ່າມາຮອດລາວ, ເພາະໃນຂະນະນັ້ນ ລາວເຖິງວ່າຈະຢູ່ປະເທສາຣາຊຂອງສຍາມກໍຕາມ ແຕ່ທາງຣາຊກາຣສຍາມກໍຍັງຍອມຮັບໃນຄວາມເປັນລາວຢູ່ ດັ່ງເຮົາຈະເຫັນກາຣປົກຄອງຂອງສຍາມທາງຣັຖະສາສຕຣ໌ ແລະກາຣເມືອງບໍ່ສາມາຖຂ້າມຜ່ານດົງພຣະຍາໄພມາເລີຍ ຫຼັກຖານນີ້ ເຮົາຈະເຫັນໄດ້ຈາກລັກສະນະການປົກຄອງຂອງສຍາມໃນຣາຊກາຣຂອງຈຸນຈອມເກົ້າ ໄດ້ພຽງແຕ່ເຫັນດີເຫັນພ້ອມໃຫ້ຄົນທ້ອງຖິ່ນປົກຄອງທ້ອງຖິ່ນ ໂດຍທີ່ໃຫ້ຄົນທ້ອງຖິ່ນເປັນຄົນເລືອກຜູ້ນຳ ໃນສມັຍນັ້ນ ທີ່ນະຄອຣຈຳປາສັກກໍມີພຣະເຈົ້າສ້ອຍສີສມຸທພຸທທາງກູລເປັນພຣະເຈົ້າຊີວິຕ ສ່ວນຢູ່ວຽງຈັນຖືກຍຸບໃນສມັຍພຣະນັ່ງເກົ້າຈຶ່ງບໍ່ມີຜູ້ສືບຣາຊະບັນລັງໃນນະຄອຣວຽງຈັນ ແຕ່ໄດ້ແຕ່ງຄົນລາວເອງເປັນຜູ້ຣາຊກາຣວຽງຈັນ ທີ່ໜອງຄາຍ ສະນັ້ຮເຮົາຈຶ່ງເຫັນວ່າທີ່ໜອງຄາຍມີວັດ ຊື່ຄ້າຍວັດໃນນະຄອນວຽງຈັນຫຼາຍວັດ ສ່ວນວຽງກາຍເປັນເມືອງຮ້າງ, ສ່ວນຢູ່ນະຄອຣຫລວງພຣະບາງ ມີຜູ້ປົກຄອງມີຫລາຍອົງ ຈົນຮອດພຣະເຈົ້າສັກຣີນອັນ ນີ້ສະແດງໃຫ້ເຫັນວ່າສຍາມບໍ່ໄດ້ປົກຄອງລາວ ແລະລາວເອງເປັນແຕ່ພຽງປະເທສຣາຊ ຄືຫົວເມືອງຊ່ວຍຕ້ອງສົ່ງບັນນາກາຣໃຫ້ສຍາມເທົ່ານັ້ນ, ແຕ່ດ້ວຍເຫຕຸໃດ ໃນບົທຄວາມຫລາຍບົທຣວມທັງບົທນີ້ດ້ວຍ ໄທຍຈຶ່ງບໍ່ກ່າວເຖິງລາວ, ເມື່ອບໍ່ກ່າວເຖິງກໍຍ່ອມເຮັດໃຫ້ເຫັນວ່າ ວັດທະນະທັມຕ່າງໆທີ່ລາວມີຢູ່ ທັງທີ່ຄືກັບໄທຍ ແລະບໍ່ຄືກັບໄທຍ໌ນີ້ ລ້ວນແຕ່ເປັນຂອງລາວເອງ ແຖມຍັງໄປເຜີຍແຜ່ໃນວັທນະທັມໄທຍ໌ ໂດຍຄົນລາວທີ່ອົພຍົບໄປຢູ່ໄທຍ໌ ແລະຄົນລາວໃນອີສານ ແລະໃນລ້ານນາ ເປັນຜູ້ເຜີຍແຜ່ຈົນປະສົມປະສານເປັນວັທທະນະທັມໄທຍ໌ເຊິ່ງແຍກກັນບໍ່ອອກ ວ່າອັນໃດເປັນຂອງໄທຍ໌ອັນໃດເປັນຂອງລາວ, ອີກຕາມຫລັກຖານພະຍານທັງວັຕຖຸ, ພະ ຍານທາງບຸຄຄົລ ແລະພະຍານທາງຕໍາຣາແລ້ວ ວັທທະທັມໄທຍ໌ແມ່ນມີອິທທິພົລຈາກລາວ ເພາະໄທຍ໌ກຳເນີດຫຼັງຈາກທີ່ລາວລົ້ມສລາຍ, ແລະສຍາມດຳຣົງວັທທະທັມມອນ, ຂເມຣມາກ່ອນ ແຕ່ມີວັທທະນັທມລາວປົນຢູ່ຢ່າງຫຼວງຫຼາຍເຊັ່ນນີ້ ທັງພາສາປາກເວົ້າ, ອັກສຣ, ປະເພນີ, ຈາຣີຕຕ່າງໆ ຣວມທັງຕໍາຣາເສສ 10 ທີ່ຈະກ່າວຕໍ່ໄປນີ້ ທາງໄທຍ໌ວ່າເປັນສູຕຂອງຈຸລຈອມເກົ້າຄິດຄົ້ນ ຖ້າຢ່າງນັ້ນເປັນໄປໄດ້ບໍ່ວ່າ ຈຸລຈອມເກົ້າໄດ້ເອົາແບບຢ່າງວິທີຄິດມາຈາກລາວ ຫຼືຂເມຣ ຫຼືພະມ້າທີ່ໃຊ້ສູຕນີ້ມາກ່ອນ, ຄວາມທີ່ໃຫ້ເຂົ້າໃຈວ່າລາວໃຊ້ສູຕນີ້ມາກ່ອນ ກໍເພາະວ່າສູຕໂຫຣສາສຕຣ໌ກໍມີສູຕນີ້ເຊັ່ນກັນ ແຕ່ຈູລຈອມເກົ້າເອງ ກໍເປັນກະສັຕຍ໌ໄທຍ໌ຫຼັງຈາກລາວລົ້ມສລາຍແລ້ວ ກາຣລົມສລາຍຂອງລາວໃນສມັຍນີ້ ບໍ່ແມ່ນລົ້ມປະເທສ ແຕ່ລົ້ມອຳນາຈທາງກາຣເມືອງ ສ່ວນກາຣປົກຄອງຍັງຄືເກົ່າ ຈຶ່ງເຮັດໃຫ້ວັທນະທັມຫຼາຍຢ່າງຂອງລາວຍັງຄົງຕົວຢູ່ ເພາະວ່າວັທນະທັມລາວສມັຍນັ້ນຍັງແຂງ, ເພື່ອຢາກໃຫ້ພວກເຮົາເຂົ້າໃຈຈະແຈ້ງໃນບົທຄວາມຂ້າງຕົ້ນນີ້ ພ້ອມທັງເອົາສູຕນີ້ໄປໃຊ້ໄດ້ໃນຊີວິຕຈິງ ຈຶ່ງຂໍປະຣິວັຕມາຄວາມຕໍ່ຄວາມເລີຍດັ່ງນີ້:
ຕຳຣາເສສພຣະຈອມເກົ້າ
ພຣະບາທສົມເດັຈພຣະເຈົ້າຊີວິຕ(ໄທຍ) ຣັຊກາຣທີ 4 ມີພຣະນາມອີກພຣະນາມໜຶ່ງວ່າ ພຣະບິດາແຫ່ງວິທຍາ ສາຕຣ໌ໄທຍ໌ ເພາະຊົງເປັນນັກດາຣາສາສຕຣ໌ຜູ້ຍິ່ງໃຫຍ່ ພຣະອົງຄ໌ໜຶ່ງໃນສາກົລໂລກ ເປັນທີ່ຍອມຮັບຂອງທັງ ຊາວໄທຍ໌ ແລະຊາວຕ່າງຊາຕ ທັງນັກວິທະຍາສາຕຣ໌ໄທຍ໌ ແລະນັກກຣາຣາສາສຕຣ໌ ພຣະອົງຄ໌ຊົງພຣະຍາ ກຣນ໌ໄດ້ແມ້ນຢຳ ຄຳນວນປີ ເດືອນ ວັນ ເວລາ ນາທີ ວິນາທີ ແລະສະຖານທີ່ທີ່ຈະເກີດສຸຣິຍາປະຣາຄາ (ກົບກິນຕາເວັນ) ທີ່ຕາແສງຫວ້າກໍ ແຂວງປຣະຈວບຄີຣິຂັນທ໌ ວັນທີ 18 ສິງຫາ ພ.ສ 2411 ປີມະໂຣງ, ເວລາ 10.32 ໂມງ ພຣະປີຊາສາມາທຂອງພຣະອົງຄ໌ ສຍົບຄຳມິ່ນປມາທຈາກຊາວຕ່າງຊາຕ ໃນສມັຍນັ້ນທີ່ມຸ້ງຈະລ່າໄທຍ໌ ໃຫ້ຕົກເປັນເຂຕອານານິຄົມຂອງພວກເຂົາ.
ພຣະອົງຄ໌ຊົງດຳຣິຕຳຣາເສສ ເພື່ອທຳນາຍໂຊຄຊາຕາຣສີທາງຫລັກໂຫຣາສາສຕຣ໌(ອັນນີ້ເປັນຫຼັກຖານທີ່ໄທຍ໌ ຍອມຮັບເປັນທາງກາຣວ່າຕຳຣານີ້ ເປັນຂອງພຣະຈຸລຈອມເກົ້າ ສະແດງໃຫ້ເຫັນວ່າຈຸດກຳເນີດຕຳຣານີ້ ຢູ່ໃນໄທຍ໌ ຄື ກາຣໃຊ້ຄັ້ງແຮກ: ຜູ້ຂຽນ) ຕຳຣານີ້ເປັນທີ່ຍອມຮັບປະຕິບັຕໃຊ້ກັນມານານ ທັງແດນສຍາມກວ້າງໄກໄປເຖິງ ພະມ້າ ມອນ ຂອມ ແຂກ.
ການທີ່ວ່າຕຳຣາເສສ 10 ນີ້ໝາຍຄວາມວ່າ ຫາກບວກໄປແລ້ວ ຖ້າເກີນສິບ ກໍໃຫ້ລົບເອົາສິບລົບອອກ ເຫຼືອພຽງສິບລົງມາ 10 ຫຼືບໍ່ເກີນສິບແລ້ວຈຶ່ງໃຫ້ທວຍຕາມນັ້ນ.
ຫຼັກເກນພະຍາກອນຕາມຕຳຣາພຣະຈອມເກົ້າມີ ດັ່ງນີ້:
ທ່ານໃຫ້ເອົາ ວັນ, ເດືອນ, ປີ ທີ່ເກີດບວກເຂົ້າດ້ວຍກັນ ໂດຍເຣີ່ມນັບວັນອາທິຕຍ໌ ມີຄ່າເທົ່າກັບ 1, ເດືອນ ຈຽງທາງຈັນທະຣະຄະຕິ(ກົງກັບເດືອນທັນວາ) ມີຄ່າເທົ່າ 1, ເຣີມນັບປີຊວດມີຄ່າເທົ່າ 1, ຖ້າມີຜົນເກີດ 10 ໃຫ້ເອົາສິບລົບອອກ ເຫລືອເສສບໍ່ເກີນສິບ ແລ້ວຄຳຕອບຕາມເສສ ດັ່ງຕໍ່ໄປນີ້:
ເສສ 1 ເສົາເຮືອນໄຟໄໝ້ ຊະຕາໃຜທັງຊາຍຍິງ
ໄຮ້ເຮືອນທີ່ພັກພິງ ທີ່ເພິງພັກສຳນັກເນົາ
ຈະຮ່ອນແລ່ຣະເຫຣະຫົນ ເຮັ່ງຈຽມຕົນຢ່າດູເບົາ
ເພາະວ່າຊະຕາເຮົາ ໂທສປະກອບຈຶ່ງເກີດກັມ
ເສສ 2 ຈະຄອງໄຂ້ ມີໂຣຄຮ້າຍສິງປະຈຳ
ຢຸກຢາຈະພາທຳ ບໍ່ຖືກແທ້ຈົນແກ່ຕົວ
ເສສ 3 ຄວາມສບາຍ ມີຂ້າຄວາຍແລະກວຽນງົວ
ພໍສົມສະກຸລຕົວ ເຂົ້າທີ່ທວາຍສະຖານກາງ
ເສສ 4 ມີຂ້າຄອກ ອະເນກນອກຄະນານາງ
ອຸປຖັມແລ້ວສຳອາງ ບໍ່ໄຂ້ຊຸກບໍ່ທຸກຂ໌ເປັນ.
ເສສ 5 ຊະຕາກັບ ທຶນະຊັພຍ໌ແລະແສນເຂັນ.
ພາຍຫຼັງຊະຕາເປັນ ທຶນຊັພຍ໌ຈະນັບພັນ
ເສສ 6 ຈະຍົກຍາຕ ເປັນເຊື້ອຊາຕປະເສີຖສັຣພ໌
ເງິນຕາຍົສຖາພລັນ ທຶນະຊັພຍ໌ລຳດັບມີ.
ເສສ 7 ນັນຜ້າຂາດ ຈະນຸ່ງຫົ່ມກໍເຕັມທີ
ພັກຕຣາຍ່ອມຣາຄີ ຣະຄາຍຄັບທັງຊັພຍ໌ສິນ
ເສສ 8 ນັ້ນເປືອງຍົສ ຈະປາກົຕກະເດື່ອງດິນ
ຊັພສະຣີຄາຣສະຖານຖິ່ນ ທັງອຳນາຈແລວາສນາ
ເສສ 9 ກິນເຂົ້າກາງຕລາດ ເສມີຊາຕສຸນັກຂາ
ເຖິງຈະມີວາສນາ ຕ້ອງປະກອບທັງກາຣງານ.
ແມ່ນຕະກູລທລິທຫົກ ເຖິງຕ່ຳຕົກກໍບໍ່ນານ
ດັ່ງນັກເລງສຸຣາບານ ພໍຂົນຂວາຍໃສ່ທ້ອງຕົນ
ເສສ 10 ເໝືອນນົກແຂກເຕົ້າ ທຳຮວງຮັງຣະວັງຝົນ
ສແວງດີຍ່ອມມີຜົລ ຢ່າຄລໍເຄົ້າກັບເຫຼົ່າພາລ
ເໝືອນປັກສີອັນມີປີກ ຮູ້ຫຼົບຫຼີກທະນູພານ
ຖ້າປມາທຈະເສັຍກາຣ ຈະຊອກຊ້ຳຣະກັມກາຍ.
ວິເຄາະເພີ່ມເຕີມ:
ປະຣະມາລິຂິຕ : ໃນບົທກອນທັງສິບບົທນີ້ ສັງເກຕເຫັນວ່າຫາກຄຳໃດມີຄຳວ່າ “ບໍ່” ໃນບົທເດີມທີ່ຂຽນດ້ວຍ ອັກສຣໄທຍ໌ ກໍໃຊ້ຄຳວ່າ “ບໍ່” ເໝືອນລາວ, ບໍ່ປະກົຕເຫັນໃຊ້ຄຳວ່າ “ໄມ່” ອັນເປັນຄຳປະຕິເສສເໝືອນຄຳໄທນ໌ ປະຈຸບັນເລີຍ, ອັນນີ້ສະແດງໃຫ້ເຫັນວ່າ ວັທທະນະທັມທາງພາສາລາວໄດ້ມີອິທທິພົລເໜືອໄທຍ໌ມານານແລ້ວ ບໍ່ວ່າກໍຣະນີໃດ, ເພາະຕາທີ່ສັງເກຕໃນບົທສັນທະກາວີຂອງໄທຍ໌ບູຮານ ຫາກໃຊ້ຄຳປະຕິເສສ ກໍຈະໃຫ້ຄຳວ່າ “ບໍ່” ເໝືອນລາວທຸກໆຄັ້ງໄປ ເວົ້າຣວມແລ້ວ ຄຳວ່າ “ບໍ່” ໄທຍ໌ໄດ້ໃຊ້ມານານແລ້ວ ສ່ວນຄຳວ່າ “ໄມ່” ເປັນພາ ສາໃໝ່ ທີ່ໄທຍ໌ປະດິດຂຶ້ນເອງ ເພື່ອໃຫ້ຕ່າງຈາກລາວເທົ່ານັ້ນ, ກາຣທີ່ໃນພາສາໄທຍ໌ ຄຳໃດທີ່ສາມາຖປະດິດໃຫ້ ຕ່າງຈາກພາສາລາວໄດ້ ເຮົາຮຽກວ່າຄຳໄທຍ໌ ກາຣທີ່ທຳໃຫ້ຄຳເວົ້າຕ່າງຈາກລາວຂອງໄທຍ໌ ເປັນສິ່ງຢັ້ຢືນໃຫ້ ເຫັນທັສນະຂອງໄທຍວ່າ “ໄທຍ໌ກັບລາວເປັນປະເທສຕ່າງກັນ ສແດງໃຫ້ເຫັນວ່າໃນທາງຄວາມເປັນຈິງ ເຖິງ ໄທຍ໌ກ່າວວ່າລາວເປັນຊາຕິດຽວກັບໄທຍ໌ ກໍຕາມ ແຕ່ໄທຍ໌ຍັງຍອມຮັບຄວາມເປັນລາວທັງທັງກົງ ແລະທາງອ້ອມ ເມື່ອເປັນເຊັ່ນນີ້ ລາວກໍຄືລາວ ແລະໄທຍ໌ກໍຄືໄທຍ໌, ໃນທາງກົງກັນຂ້າມກັນ ໄທຍ໌ເປັນລາວພວກໜຶ່ງ ແລະ ສຍາມບໍ່ແມ່ນລາວ.
ຢ່າງໃດກໍຕາມ ຕາມກາຣສັງເກຕເບິ່ງເນື້ອຫາສາຣະ ແຫ່ງຕຳຣາພະຍາກຣນ໌ຕາມຕຳຣາພຣະຈອມເກົ້ານີ້ ຕາກາຣແລ້ວ, ພຣະຈຸລຈອມເກົ້າບໍ່ໄດ້ຄິດຄົ້ນສູຕນີ້ເອງເລີຍ, ຫາກແຕ່ແມ່ນພຣະອົງຄ໌ໄດ້ເອົາ ຫຼັກຕຳຣາເດີມທີ່ມີມາກ່ອນໜ້ານີ້ ມາດັດແປງແຕ່ງເປັນສຳນວນສັນ ໃຫ້ສາມາຖທ່ອງຈົ່ມງ່າຍເທົ່ານັ້ນເອງ ເພາະວ່າສູດດຽວກັນນີ້ ມີສຳນວນເປັນຄຳເວົ້າສາມັນທຳມະດາຫຼາຍຢ່າງທັງທີ່ເປັນອັກສຣລາວ ແລະອັກສຣທັມ, ບໍ່ມີລັກສນະເປັນກອນສັນເລີຍ, ຈຶ່ງເຂົ້າໃຈວ່າຈຸລຈອມເກົ້າໄດ້ດັດແປຈາກຕຳຣາບູຮານ, ເພາະມີສິ່ງຢັ້ງຢືນວ່າ ນັບແຕ່ສມັຍຣັຊະກາຣທີ 1 ຄືພຣະພຸທທະຍອດຟ້າຈຸລາໂລກຈົນເຖິງສມັຍພຣະຈຸລຈອມເກົ້າ ໃນອານາຈັກສຍາມ ມີກາຣລອກລຽນແບບ ຫລືປະຣິວັດຕຳຣາບູຮານຫຼວງຫຼາຍ ເຊັ່ນ “ຮີຕສິບສອງ” ອັນລາວເຮົາຖືເປັນມໍຣະດົກລາວ ທີ່ຖືກສ້າງຕັ້ງຂຶ້ນນັບແຕ່ສມັຍພຣະເຈົ້າຟ້າງຸມມະຫາຣາຊ ຈົນກາຍເປັນພຶດຕິກັມທາງວັທນະທັມລາວຈະແຈ້ງນັ້ນ ທາງສຍາມກໍໄດ້ເອົາໄປດັດແປງເປັນ “ປະເພນີ 12 ເດືອນ” ທັງໆທີ່ປະເພນີນີ້ ບໍ່ໄດ້ເປັນພຶຕກັມຕົວຈິງຂອງສັງຄົມສຍາມ (ເວັ້ນເສັຍແຕ່ສັງຄົມລາວໃນສຍາມ)ເທົ່ານັ້ນໃຊ້, ກາຍເປັນວັທນະທັມຮີຕສິບສອງໃນໄທຍ໌ປັດຈຸບັນ, ກໍແມ່ນກະສັດໄທຍເປັນຜູ້ເອົາໄປຄັດລອກ ເຮັດໃຫ້ໄທຍ໌ຍອມຮັບວ່າເປັນພຣະຣາຊະນິພົລຂອງຣັຊການທີ 3 ພຣະນັ່ງເກົ້າ, ນອກ ຈາກນັ້ນ ຍັງມີບົທເພງທີ່ກະສັຕຍ໌ໄທຍ໌ທັງພຣະບໍຣົມມະວົງສານຸວົງສ໌ຂອງສຍາມຂະນະນັ້ນ ນຳເອົາໄປດັດແປງກໍມີຫຼັກຖານປາກົຕຢູ່ ເຊັ່ນ: ເພງລາວດວງເດືອນ, ລາວກະທົບໄມ້, ຍວນພ່າຍ, ແລະອື່ນໆ ເພງເຫຼົ່ານີ້ລ່ວນແຕ່ແມ່ນເພງລາວບູຮານ ທີ່ຖືກດັດແປງ ແຕ່ງເສີມໃຫ້ເປັນເພງໄທຍ໌, ເມື່ອກະສັຕຍ໌ສຍາມ ເປັນຜູ້ນຳໜ້າພາທາງເຊັ່ນນີ້ ຣາຊດຣສຍາມຜູ້ມີປີຊາຍານ ເປັນຫຍັງຊິບໍ່ສາມາຖລອກລຽນແບບວັທນະທັມລາວໄດ້ ເພາະວ່າວັທນະທັມລາວ ກໍໄດ້ໄປເຜີຍແຜ່ກັບຄົນລາວ ທີ່ຖືກກວດຕ້ອນໄປສຍາມ ແລະດິນແດນທີ່ໂອນກັມມະສິທໄປຈາກລາວ ກໍເຕັມແຕ່ວັທນະທັມເຫຼົ່ານີ້, ຈະໂດຍເຈຕນາບໍ່ເຈຕນາກໍຕາມກາຣທີ່ວັທນະທັມລາວ ມີອິທພົລໃນສຍາມ ເພາະ ວ່າວັທນະທັມລາວແຂງນັ້ນເອງ.
ເຊັ່ນດຽວກັບຕາຣເສສພຣະຈອມເກົ້ານີ້ ຂພຈ ມອງເຫັນວ່າພຣະອົງຄ໌ໄດ້ດັດແປງແຕ່ງເສີມເປັນສັນທະລັກສນະ ຈາກຕໍາຣາເດີມ ໃຫ້ເປັນບົທກອນບໍ່ແມ່ນຕໍາຣາທີ່ພຣະອົງຄ໌ຄິດຄົ້ນແນ່ນອນ,
ບັນດາທ່ານເຫັນເປັນເຊັ່ນໃດ ກໍຣຸນາອອກຄວາມເຫັນເພີ່ມຕື່ມ ເພື່ອຄວາມກະຈ່າງແຈ້ງ ແລະເຂົ້າໃຈ ໃນບັນຫາສາຍພົວພັນລາວໄທຍ໌-ໄທຍ໌ລາວ ໃນປັຈຈຸບັນ ແລະອະນາຄົຕ, ຂໍຄວາມສຸຂສວັສດີພາພ ຈົ່ງມີແກ່ທ່ານຕລອດປີໃໝ່ ພ.ສ 2550 ຈ.ສ 1369 ຂອບໃຈ.

วันเสาร์ที่ 13 ตุลาคม พ.ศ. 2550
ນ້ຳຂອງ ກັບນ້ຳໂຂງ ຊື່ໃດເປັນຊື່ເດີມແທ້ ?
- ແມ່ນ້ຳຂອງສາຍນີ້ ໃນພາສາລາວຮຽງວ່າ “ແມ່ນ້ຳຂອງ” ແຕ່ໄທຍຮຽກວ່າ “ແມ່ນ້ຳໂຂງ” ຕາມການສືບຄົ້ນ ສ່ວນໃຫຍ່ຈະມີຄວາມເຫັນເປັນເອກພາບກັນກ່ຽວກັບຄຳວ່າ “ນ້ຳຂອງ” ແມ່ຖືກຕ້ອງຕາມສຽງພາສາລາວເດີມ. ຕາມການຄົ້ນຄວ້າ ປາກົດເຫັນວ່ານ້ຳຂອງເປັນພາສາບູຮານລາວແທ້, ເນື່ອງຈາກພົບຫຼັກຖານທາງພາສາມາຫຼາຍແຫ່ງ ຫຼາຍທີ່ ຄື:
1. ຫຼັກຖານທາງພາສາຂອງກຸ່ມຊົນຕະກູນໄຕລາວຢູ່ນອກປະເທດ:
- ຄົນລ້ານນາບູຮານ ກວາມເອົາບໍຣິເວນພາກເໜືອຂອງໄທຍ໌ໄດ້ບັນທຶກໃນໜັງສືບູຮານ ເປັນອັກສອນທັມຍວນ ຫຼືລ້ານນາ ໃນເຣື່ອງພຣະເຈົ້າລຽບໂລກ ວ່າແມ່ນ້ຳສາຍນີ້ວ່າ “ຂະນະນະທີ” ໃນໜັງສືສະບັບດຽວທີ່ເປັນສ່ວນຂອງສຳນວນ ພາສາທ້ອງຖິ່ນວ່າແມ່ນ້ຳຂອງ, ໄດ້ໄປສຶກສາປະຕິບັດງານທາງພາກເໜືອຂອງໄທຍ ກໍເຫັນຊາວທ້ອງຖິ່ນວ່າ ແມ່ນ້ຳ ຂອງເຊັ່ນກັນບໍ່ໄດ້ຮຽກແມ່ນ້ຳໂຂງເລີຍ.
- ຄົນພະມ້າແຖວທ່າຂີ້ເຫຼັກ ເຊື້ອສາຍລາວ ຫຼືຕະກູນໄຕຕ່າງໆ ຮຽກແມ່ນ້ຳສາຍນີ້ວ່າ “ແມ່ນ້ຳຂອງ” ສະໄໝໄປທ່ຽວ ທ່າຂີ້ເຫຼັກແລະຊຽງຕຸງ ເວົ້າພສາລາວລື້.
- ຄົນຈັງຫວັດເລີຍ ແລະເພັດຊະບູນ ຮຽກແມ່ນ້ຳສາຍນີ້ວ່າແມ່ນ້ຳຂອງ, ປີ 1998 ໄປຢາມໝູ່ຢູ່ອຳເພີນະຄອນໄທຍ ຖາມເຂົາວ່າ ພວກພີ່ນ້ອງຮຽກແມ່ນ້ຳຂອງວ່າແມ່ນ້ຳຫຍັງ ເຂົາຕອບວ່າ “ແຕ່ກີ້ຮຽກວ່າແມ່ນ້ຳຂອງ” ຄົນສະໄໝເກົ່າ ຮຽກແມ່ນ້ຳຂອງທັງນັ້ນ, ກໍໄດ້ໂລມກັບຜູ້ເຖົ້າອາຍຸ 50-80 ປີ 10 ຄົນປາກົດວ່າເວົ້າເປັນສຽງດຽວກັນວ່າ “ແມ່ນ້ຳ ຂອງ” ແຕ່ປີ 2001-2005 ໄດ້ໄປອຳເພີດ່ານຊ້າຍ ປີລະຄັ້ງສອງຄັ້ງ ປາກົດວ່າ ຊາວອຳເພີດ່ານຊ້າງທຸກຄົນ ຮຽກແມ່ນ້ຳຂອງ ເວັ້ນເສັຍແຕ່ເຂົາເວົ້າພາສາໄທຍຈຶ່ງອອກແມ່ນ້ຳໂຂງຕາມໄທຍ໌ ເດັກນ້ອຍຣຸ້ນໃໝ່ຮຽກແມ່ນ້ຳໂຂງໝົດ.
- ປີ 2000 ໄປແຖວສີຊຽງໃໝ່ ໄດ້ມີໂກກາດລົມກັບຄົນເຖົ້າຄົນໜຶ່ງ ເປັນເວລາ 1 ວັນ ເຂົາຈະເວົ້າປະຫວັດສາດ ແລະພື້ນວຽງຈັນເກ່ງທີ່ສຸດ ແລະແມ້ນຢຳທີ່ສຸດເຂົາກໍຮຽກວ່ານ້ຳຂອງເຊັ່ນກັນ.
- ປີ 1993 ໄປນະຄອນພະນົມຊາວນະຄອນພະນົມຣຸ້ນເກົ່າ ຈະຮຽກແມ່ນ້ຳສາຍນີ້ວ່າ “ນ້ຳຂອງ”.
- ສ່ວນມຸກດາຫານຍັງບໍ່ທັນໄປ ແຕ່ທາງເມືອງອຸບົນ, ວາຣິນຊຳລາບ, ພິມູນ, ສີຣິນທອນ, ເຂັມມະຣາຊ ຈະຮຽກແມ່ນ້ຳ ຂອງທັງນັ້ນ.
- ສ່ວນທາງຮ້ອຍເອັດມະຫາສາຣະຄາມ ເຂົ້າໄປໃນ ສ່ວນໃຫຍ່ຈະຮຽກວ່າແມ່ນ້ຳໂຂງ ສົງໄສວ່າເຂົາຢູ່ໄກແມ່ນ້ຳຂອງ ຄວາມຜູກພັນກັບແມ່ນ້ຳຂອງ ບໍ່ຄ່ອຍຈະມີ, ເມື່ອຍິນໄທຍເວົ້າກໍເວົ້າວ່ານ້ຳຂອງນຳເຂົາ ກໍອາດເປັນໄດ້.
- ຄົນຊຽງຮຸ່ງຮຽກ “ແມ່ນ້ຳລ້ານຊ້າງ” ຕາມພາສາຈີນ ບາງຄັ້ງກໍຮຽກວ່າ “ແມ່ນ້ຳຂອງ” ໂດຍສະເພາະຄົນທີ່ຕັ້ງບ້ານເຮືອນ ຢູ່ແຄມນ້ຳສາຍນີ້ (ພາສາຈີນວ່າ LANJIAN ແປເປັນພາສາລາວວ່າ ລ້ານຊ້າງ).
- ຄົນຂະເໝນແຖວ ຊາຍແດນດ້ານພະວິຫານ ໃກ້ໆກັບບ້ານເກີດ ຜູ້ຂຽນ (ເມືອງມະໂນໄພເດີມ ແຖວທ່າແກ່, ທ່ານເປື້ອຍ, ທ່າກະສັງ ເລີຍເຂົ້າໄປຮອດໃນຈະຮຽກແມ່ນ້ຳຂອງຄືກັບລາວ), ເມືອງຊຽງແຕງຜູ້ຂຽນເຄີຍ ໄຊື້ຄວາຍຢູ່ແຖວ ນັ້ນປະມານປີ 1985, ເມື່ອປີ 2001-2004 ກໍເຄີຍໄປທ່ຽວແຖວນັ້ນ ຈົນຮອດກະແຈະ, ເມືອງທາຣາບໍຣິວັດ ຄົນເຫຼົ່າ ນີ້ລ້ວນແຕ່ເວົ້າພາສາລາວ ພວກເຂົາກໍຈະຮຽກແມ່ນ້ຳສາຍນີ້ວ່າ “ແມ່ນ້ຳຂອງ”.
2. ຊື່ແມ່ນ້ຳຂອງໃນພາສາຕ່າງປະເທດ.
- ພາສາຈີນ “ລ້ານຊ້າງ ຫລືລ້ານຈຽງ (ໂຕ ຊ ເປັນ ໂຕ ຈ ລານຈຽງ LANJIAN). ເຮົາອາດວິເຄາະໄປໄດ້ອີກວ່າ ຊື່ອານາຈັກລ້ານຊ້າງ ເດີມມີຄວາມໝາຍວ່າ “ມີຊ້າງລ້ານໂຕ ຫຼືອານາຈັກທີ່ເຕັມໄປດ້ວຍຊ້າງ” ແຕ່ຫາກເຮົາວິເຄາະ ຕາມສຳນຽງຂອງຈີນ ເຮົາອາດວິເຄາະວ່າ “ລ້ານຊຽງ” ອານາຈັກທີ່ມີເມືອງຂຶ້ນ ລ້ານເມືອງ ກໍຫາກເປັນໄປໄດ້.
- ພາສາຫວຽດນາມ ຮຽກວ່າ “ທາງໃຕ້ຮຽກວ່າ ແມ່ກົງ” ແຕ່ພາສາຫວຽດນາມແທ້ໆນັ້ນ ຮຽກອີກຢ່າງໜຶ່ງ ໃຜຮູ້ກະ ກະຣຸນາບອກມາແນ່ ຈະເປັນພຣະຄຸນຍິ່ງ ແຕ່ວ່າຜູ້ຂຽນເອງ ຈະໄປຫວຽດນາມໃຕ້ ວັນທີ 15 ພຶດສະພາ 2007 ນີ້, ນັ່ງຣົດຈາກເຊກອງໄປ ໃນຣາຄາ 145.000 ກີບ ຮອດໄຊງ່ອນ ສືບໄດ້ເຣື່ອງແລ້ວ ຈະນຳມາເລົ່າຕໍ່.
- ພາສາຂະເໝນ ຮຽກວ່າ “ຕົນເລສາດ, ຖາມຄົນຂະເໝນວ່າ “ແມ່ນ້ຳຂອງ” ຄົງໝາຍເຖິງແມ່ນ້ຳແຫ່ງຊາດ ເຄີຍຂີ່ເຮືອຈາກຊຽງແຕງ ໄປຮອດກຳປົງຈາມ 5 ຄັ້ງ ແຕ່ໄປຮອດພະນົມເປັນ 1 ຄັ້ງ ເມື່ອປີ 2004 ແມ່ນ້ຳບ່ອນນີ້ກວ້າງໃຫຍ່ຫລາຍ ຈະແບ່ງອອກເປັນແມ່ນ້ຳ 4 ສາຍ(ຕາມພາສາຂະເໝນຮຽກວ່າ ຈຕຸຣະມຸຂ ຄືແມ່ນ້ຳ 4 ໜ້າ)ແມ່ນ້ຳ ຂອງຕໍ່ໄປຮອດຫຽວດນາມ ຂະເໝນຮຽກວ່າ ຕົນເລກຣອມ, ແມ່ນ້ຳປາສັກ(ອອກສຽງຕົນເລປາສັກ) ເຂົ້າໄປທະເລສາບຮຽກ “ຕົນເລເວັຍສະ” ເລີຍໄປຮອດທະເລສາບແລ້ວ ອອກສຽງ “ຕົນເລສະ” ສ່ວນສາຍແມ່ຂອງຂຶ້ນມາທາງຊຽງແຕງ ຫຼືທາງຄອນພຣະເພງຂອງລາວເຮົາ ຍັງຄົງຮຽກວ່າຕົນເລສະເໝືອນເດີມ, ບາງຄົນບອກວ່າສະໄໝບູຮານ ຮຽກວ່າຕົນເລຊຽງແຕງ ຫຼືຕົນຊຕຶງແຕຣງ ບາງຄັ້ງກໍຮຽກວ່າ “ຕົນເລລຽວ” ຖ້າແປເປັນພາສາລາວຮຽກ “ທະເລລາວ”, ສຳລັບແມ່ນ້ຳເຊກອງນັ້ນ ທາງຄົນຊຽງແຕງ-ຄົນແສນປາງ ເອງກໍຮຽກວ່ານ້ຳເຊກອງ ແຕ່ຄົນຂະເໝນຮຽກວ່າ “ຕົນເລແມ່ກົງ”.
- ໃນພາສາອັງກິດ, ເນື່ອງຄົນອັງກິດເອງ ບໍ່ໄດ້ຕິດພັນກັບແມ່ນ້ຳສາຍນີ້ ຄົງອິງຕາມພາສາຖິ່ນ ທີ່ຮຽກແມ່ນ້ຳສາຍນີ້ ວ່າ “ແມ່ຂອງ” ເມື່ອທຽບເປັນພາສາອັງກິດແລ້ວຈຶ່ງຂຽນວ່າ MEA-KHONG ຫລື MEANM-KHONG ການອ່ານຄົງອອກສຽງວ່າແມ່ຂອງ ຫຼືບາງຄົນຂຽນວ່າ MAEKONG ກໍຄົງອ່ານວ່າ ແມ່ຂອງເຊັ່ນກັນ ແຕ່ເມື່ອງບາງຄົນອາດອອກສຽງວ່າ ແມ່ໂຂງ ຫຼືແມ່ກົງ ສຳລັບການອອກສຽງວ່າແມ່ກົງ ຄົງຈະບໍ່ຖືກ ເພາະວ່າມີແມ່ນ້ຳສາຍໜຶ່ງ ທີ່ມາຈາກເຊກອງ ອັດຕະປື ລົງໃສ່ຊຽງ ແຕງ ບ່ອນບ້ານຫາງໂຄນັ້ນ ມີການຂຽນເປັນພາສາອັງກິດວ່າ NAMSEKONG ຫຼື NAMSEAKONG ຕາມການສັນນິຖານການຂຽນຊື່ແມ່ນ້ຳຂອງ ຄົງຈະສະກົດດ້ວຍ KH ຫຼາຍກວ່າ K ຊື່ໆ, ພາສາຝຣັ່ງກໍຂຽນວ່າ MEANAM KHONG ແຕ່ຕ້ອງໃສ່ກຸບທີ່ໂຕ O.
- ໃນເມື່ອເຮົາຮູ້ທີ່ມາແບບນີ້ ເຮົາຈຶ່ງມາປຽບທຽບ ແລະວິເຄາະເບິ່ງພາສາໄທຍ໌ ໃນບູຮານອາດຊິຮຽກແມ່ນ້ຳຂອງເໝືອນລາວ, ແຕ່ຄົນໄທຍ໌ເອງ ບໍ່ຄ່ອຍຈະມີຄວາມຜູກພັນ ແລະຕິດພັນກັບແມ່ນ້ຳຂອງມາແຕ່ສະໄໝບູຮານ ເພາະມີຫຼັກຖານ ໜຶ່ງວ່າ “ລາວອົບພະຍົບລົງມາທາງແມ່ນ້ຳຂອງ ແລະແມ່ນ້ຳປິງ ຍົມ ນ່ານ, ສ່ວນໄທອົບພະຍົບລົງໄປທາງແມ່ນ້ຳເຈົ້າພະຍາ” ແລະຫຼັກຖານໜຶ່ງຂອງກອນມະຫາແກ້ວຂຽນບົດທ່ອງຂຶ້ນໃຈ ໃນແບບຮຽນສະໄໝເກົ່າວ່າ “ປະເທດຂ້ອຍຊັ້ນຊື່ເມືອງລາວ ລວງກວ້າງຍາວ ສຸດຕາເຫຼືອອ່ານ ນຳຂອງຜ່ານໄຫລຜ່າທາງກາງ ມີຫົນທາງຖນົນສະອາດ ປະເທດຊາດ ລາວໃຫຍ່ໄພ ສານ ເຮົາລູກຫຼານເກີດມາພາຍຊ້ອຍ ຄວນຊູຊ່ອຍສ້າງບ້ານເມືອງລາວ ໃຫ້ຢືດຍາວຕໍ່ໄປພາຍໜ້າ ຢ່າໃຫ້ຫຼ້າເຂົາແທ້ ໝູ່ລາວ (ສຳລັບກອນບົດນີ້ ຜູ້ຂຽນໄດ້ຈື່ມາຕັ້ງແຕ່ເດັກນ້ອຍ ອາດມີການຜິດພາດບາງປະການ ຫາກໃຜຈື່ໄດ້ ຫຼືເຫັນວ່າມີ ຜິດບ່ອນໃດ ກະຣຸນາແກ້ໄຂໃຫ້ແນ່), ເມື່ອເປັນເຊັ່ນນັ້ນ ຄົງສັນນິຖານວ່າ ຄຳວ່າ “ແມ່ນ້ຳໂຂງ” ໃນພາສາໄທຍນັ້ນ ອາດແມ່ເປັນສຳນຽງໃໝ່ ທີ່ໄທຍກຳນົດເອົາຕາມ ສຳນຽງຂອງພາສາຝຣັ່ງ-ອັງ ກິດ ເພາະຄຳວ່າ KHONG ໃນພາສາຝຣັ່ງ-ອັງກິດນັ້ນ ຈະອ່ານອອກສຽງເປັນໄດ້ທັງ “ຂອງ” ແລະ “ຄົງ” ຫຼື “ໂຂງ” ອັນນີ້ສາມາດພິສູດໄດ້ຈາກຊື່ ມະຫາວິທະຍາໄລດົງໂດກ(ມະຫາວິທະຍາໄລແຫ່ງຊາດ) ໄທຍ໌ຄວນຊິອ່ານວ່າ ດົງໂດກເໝືອນລາວ ແຕ່ໄທຍ໌ພັດອອກສຽງວ່າ “ດອງດອກ” ເຊິ່ງເຮັດໃຫ້ສຳນຽງຂອງພາສາລາວປ່ຽນໄປ ໃນພາສາ ໄທຍ໌, ຄວາມຈິງແລ້ວຄຳວ່າ “ດົງ” ໃນພາສາໄທຍ໌ກໍມີ ເຊັ່ນ “ດົງພະຍາໄຟ, ດົງພະຍາເຢັນ” ດັ່ງນີ້, ແທນທີ່ທີ່ລາວ ຈະຮຽກຕາມສຳນຽງລາວ ທີ່ໃຊ້ອັກສອນລາວເປັນເຄື່ອງວັດ ສົງໄສວ່າໄທຍ໌ອ່ານຕາມສຳນຽງຂອງພາສາຝຣັ່ງ (Dong-Dok) ຖ້າເປັນເຊັ່ນນັ້ນ ຄຳວ່າ ແມ່ນ້ຳໂຂງ ໃນພາສາໄທຍ໌ນັ້ນ ໄທຍ໌ຄົງຈະອິງຕາມສຳນຽງພາສາຝຣັ່ງ-ອັງ ກິດ ຖ້າເປັນເຊັ່ນນັ້ນ ຄຳວ່າ “ແມ່ນ້ຳຂອງ” ຕ້ອງຊື່ເດີມ ຂອງແມ່ນ້ຳສາຍນີ້.
- ກໍໄດ້ເອົາແຕ່ຜູ້ຊິອ່ານ; ເພາະວ່າໃນເມືອງລາວນີ້ ມີເມືອງໜຶ່ງຢູ່ແຂວງສາຣະວັນວ່າ “ເມືອງຄົງເຊໂດນ” ກໍຂຽນວ່າ “MEUANG KHONGSEADONE” ກໍໃຊ້ “KHONG”.
3. ຊື່ແມ່ນ້ຳຂອງໃນວັນນະຄະດີ.
- ວັນນະຄະດີ ຕຳນານອຸຣັງຄະນິທານ ຫຼືອຸຣັງຄະທາດ ຮຽກວ່າ “ຂະນະນະທີ” ແລະແມ່ນ້ຳຂອງ.
- ວັນນະຄະດີ ຕຳນານຂຸນບູຣົມ ປາກົດເຫັນຊື່ ແມ່ນ້ຳຂອງ ວ່າ "ຂະນະນະທີ” ແລະແມ່ນ້ຳຂອງເຊັ່ນກັນ.
- ວັນນະຄະດີ ພະລັກພະລາມ ກໍປາກົດເຫັນ “ຂະນະນະທີ ແລະແມ່ນ້ຳຂອງ” ເຊັ່ນກັນ.
- ວັນນະຄະດີລາວອື່ນໆ ກໍປາກົດເຫັນເຊັ່ນນັ້ນ.
ເມື່ອມາເບິ່ງ “ຂະນະ” ເປັນພາສາປາລີ ເມື່ອມາເບິ່ງດ້ານພາສາລາວ ທີ່ປາກົດໃນວັນນະຄະດີ ກໍຮຽກວ່າແມ່ນ້ຳຂອງ ກໍສາມາດພິສູດໄດ້ວ່າ “ແມ່ນ້ຳຂອງເປັນຊື່ແທ້ຂອງ” ແມ່ນ້ຳສາຍນີ້
4. ຊື່ແມ່ນ້ຳຂອງໃນວັນນະຄະດີໄທຍ໌ ບໍ່ປາກົດເຫັນຊື່ແມ່ນ້ຳສາຍນີ້ ອັນນີ້ສະແດງໃຫ້ເຫັນວ່າ ໄທສຍາມບູຮານ ບໍ່ມີສິດທິໃນແມ່ນ້ຳສາຍນີ້.
5. ປະມານປີ 1870-1900 ກໍຣະນີປັກປັນເຂດແດນສຍາມ-ຝຣັ່ງໄດ້ມີຄວາມສຳຄັນຕໍ່ສຍາມ ໃນພາກພື້ນຫົວເມືອງລາວ ທາງອີສານ ຈຶ່ງເຮັດໃຫ້ສຍາມຮູ້ຈັກແມ່ນ້ຳຂອງ ອາດເປັນໄຣຍະນີ້ເອງ ທີ່ສຍາມບັນຍັດຊື່ “ແມ່ນ້ຳໂຂງ” ໃນພາສາໄທຍ໌ສຍາມ.
6. ຄຳວ່າດອນໂຂງ, ໃນພາສາລາວນັ້ນ ໃນໜັງສືບູຮານນັ້ນ ມີຊື່ໜຶ່ງອີກຕ່າງຫາກ ແຕ່ຕໍ່ມາຈຶ່ງປ່ຽນມາເປັນດອນໂຂງ, ຕາມການສັນນິຖານຂອງນັກຄິດລາວຫລາຍຄົນກ່າວເຖິງທີ່ມາຂອງຄຳວ່າດອນໂຂງນັ້ນ ບໍ່ໄດ້ກ່ຽວກັບແມ່ນ້ຳຂອງເລີຍ ເຖິງວ່າດອນໂຂງນັ້ນ ຈະຕັ້ງຢູ່ໃນລຳແມ່ນ້ຳຂອງຕອນໃຕ້ກໍຕາມ.
- ທີ່ນີ້ ດອນໂຂງມີທີ່ມາດັ່ງນີ້ ຄື:
(1). ໃນໜັງສືພຣະລັກພຣະຣາມ ແມ່ນມີຊື່ຕ່າງຫາກນິມິຕ ແມ່ນເກີດຈາກນິມິດຂອງພຣະລັກນັ້ນເອງ
(2). ຄຳວ່າ “ດອນໂຂງ” ນັ້ນບາງທ່ານວ່າ ມາຈາກຄຳວ່າ “ຊ້າງໂຂງໜຶ່ງ” ຄືຊ້າງໂຕໜຶ່ງ, ມີນິທານພື້ນເມືອງວ່າ “ສະໄໝແຕ່ກີ້ ທີ່ດອນໂຂງມີຊ້າງໂຂງໜຶ່ງມາຕາຍໄຫຼມາເປີະຫົວດອນທີ່ນັ້ນ, ເມື່ອຊາວຄົວວຽງ ຂອງສົມເດັດພຣະ ຄຣູຂີ້ຫອມ ປມານ ຄ.ສ 1580-1641 ໄປເຫັນກໍເອົາຣືກນີຕັ້ງຊື່ດອນ, ຫຼັກຖານຊາວຄົວວຽງ ໄປຂຶ້ນທີ່ບ້ານເມືອງແສນ ຈຶ່ງເຮັດໃຫ້ຊາວເມືອງແສນເວົ້າສຳນຽງວຽງຈັນຮອດບັດນີ້ ແລະຂະຫຍາຍຕົວໄປຮອດຂະເໝົາ, ດອນໂລງ ນາດີ (ເວົ້າສຳສຽງຄ້າຍວຽງຈັນ-ທ່າແຂກ) ດ້ວຍເຫດນີ້ດອນໂຂງຈຶ່ງມີຊືປາກົດມາຮອດບັດນີ້.
- ສ່ວນຄຳວ່າສີພັນດອນນັ້ນ ເປັນຊື່ຂອງການລຳ ຂອງຊາວເມືອງໂຂງ, ບາງທ່ານຄຳວ່າສີພັນດອນ ມາຈາກມີດອນຮອດ 4000 ດອນ(ຄວາມຈິງດອນໃນເຂດເມືອງໂຂງ ແລະເມືອງມຸນລວມກັນບໍ່ເຖິງ 1000 ດອນ, ຜຂ ເກີດທີ່ດອນໜຶ່ງໃນເມືອງໂຂງ ຢັ້ງຢືນໄດ້)
- ແຕ່ຜູ້ເຖົ້າບາງຄົນເວົ້າວ່າ ຄຳວ່າສີພັນດອນນັ້ນມີທີ່ມາຈາກທີ່ຝຣັ່ງ ໄດ້ເຂົ້າມາລາວຕາມລຳແມ່ນ້ຳຂອງ ໄດ້ນັບດອນມາຈາກປາກແມ່ນ້ຳຂອງ ເມື່ອມາຮອດດອນໂຂງນີ້ກໍໄດ້ 4000 ດອນພໍດີ ຈຶ່ງໃຫ້ຄົນຮຽກວ່າສີ່ພັນດອນ ຕໍ່ມາຜ້ຽນມາເປັນ ສີພັນດອນໃນໄລຍະຕໍ່ມາ.
- ສ່ວນຊື່ເປັນທາງການຂອງລາວນັ້ນ ເມືອງໂຂງມີຊື່ວ່າ “ສຣີທັນດອນ" ອັນໄດ້ມາຈາກ ຊື່ຊ້າງສາມຫົວ ອັນເປັນສັດຊົງຂອງພຣະຍາອິນທາທິຣາຊ ເນື່ອງຈາກດອນໂຂງມີຊື່ກ່ຽວພັນກັບຊ້າງ ຈຶ່ງຕັ້ງແຂວງນີ້ ຊື່ວ່າແຂວງສຣີທັນດອນ ປະມານປີ 1962 ພ້ອມກັບແຂວງວາປີຄຳທອງ ແລະແຂວງຫົວຂອງ.
- ສິ່ງທີ່ເຂົ້າໃຈັຂອງຜູ້ຂຽນເອງນັ້ນ ຄິດວ່າດອນໂຂງໃນສະໄໝບູຮານຄົງຊື່ວ່າ “ດອນຊ້າງ” ອັນນີ້(ເປັນຄຳສັນນິຖານເດີກຳລັງຫາຫຼັກຖານຢູ່) ເພາະວ່າຢູ່ໃນເມືອງໂຂງມີ 2 ດອນຊື່ວ່າ “ດອນຊ້າງ” ດອນໜຶ່ງຢູ່ຫາງດອນລົປະດີ ຮຽກ ວ່າດອນຊ້າງ, ແລະອີກດອນໜຶ່ງວ່າ “ດອນຊ້າງນ້ອຍ” ໃກ້ກັບດອນລຽງ ແຕ່ບໍ່ປາກົດເຫັນຄຳວ່າ “ດອນຊ້າງໃຫຍ່ເລີຍ” ແລະອີກດອນໜຶ່ງຢູ່ເຂດຊຽງແຕງ ໃກ້ກັບສາມໂບກ(ຂະເໝນຮຽກວ່າ “ສຽມໂບກ” ເຊັ່ນດຽວກັນແສນປາງ ຂະເໝນຮຽນສຽມປາງ) ມີດອນໜຶ່ງຊື່ວ່າ “ດອນຊ້າງ” ໃຫຍ່ແທ້ໆແຕ່ບໍ່ມີຄົນຢູ່ໜາແໜ້ນ ຜູ້ຂຽນເຄີຍເຫັນແຕ່ບໍ່ເຄີຍຂຶ້ນໄປ ຖາມຄົນລາວຊຽງແຕງບອກວ່າ “ດອນຊ້າງ” ແຕ່ພາສາຂະເໝນຮຽກວ່າ “ເກຣາະດຳເດີຍ” ອັນນີ້ສະແດງໃຫ້ເຫັນວ່າດອນໂຂງນີ້ ຄົງຈະມີຊື່ວ່າດອນຊ້າງ ເພາະຄຳວ່າ “ໂຂງ” ມີຄວາມໝາຍໃກ້ຄຽງກັບຊ້າງ ດັ່ງທີ່ກ່າວແລ້ວ ຈັ່ງໃດກໍຕາມຫາກທ່ານໃດມີຄວາມເຫັນເປັນຕ່າງ ຫຼືເພີ່ມຕື່ມໄດ້ຍິນດີນ້ອມຮັບ ຂໍ້ຄິດເຫັນນັ້ນຖ້າມີເງືອນໄຂທີ່ຈະປະກອບບົດຄວາມນີ້ໄດ້ ຜຂ ຈະຖືເອົາເປັນຫຼັກຖານເພື່ອເຮັດບົດຂຽນນີ້ດີຍິ່ງຂຶ້ນ.
สมัครสมาชิก:
บทความ (Atom)